ເຜີຍ 5 ສູດສະໜຸນໄພ ແກ້ພະຍາດປະດົງຂໍ່

171

ໃຜທີ່ມີບັນຫາປວດແຂ່ງ ປວດຂາ ຂໍ້ຂາ ຂໍ້ມື ຈັງ ອັນເກີດຈາກພະຍາດປະດົງ ຈະເປັນຍ້ອນກໍາມະພັນ ອາຫານການກິນ ຫຼື ຕາມອາຍຸທີ່ຫຼາຍຂຶ້ນກໍຕາມ ເມື່ອອາການເກີດຂຶ້ນຫາກທ່ານຍັງບໍ່ທັນໄປປຶກສາແພດ ຫຼື ໄປກວດມາແລ້ວແຕ່ອາການຍັງບໍ່ດີຂຶ້ນເລີຍ ລອງມາຮັບປະທານສະໝຸນໄພໃກ້ຕົວເບິ່ງບາງທີອາດຊ່ວຍໃຫ້ພະຍາດດີຂຶ້ນໄດ້ ຕາມສູດປຸງແຕ່ງ 5 ສູດນີ້ເລີຍ:

 

*

ສູດທີ 1: ນໍາເອົາໃບຢານາງ 5 ໃບ ແລະ ໃບເຕຍ 5 ໃບມາ ແລ້ວເອົາມາຕົ້ມໃນນໍ້າ 2 ລິດ ດື່ມທຸກມື້ ຈະຊ່ວຍຫຼຸດອາການປະດົງ ແລະ ລຸມມະຕອຍໄດ້ ແຖມຍັງຊ່ວຍຫຼຸດຫິນປູນໄດ້ດີສຸດໆ.

*

*

ສູດທີ 2: ນໍາເອົາໝາກຫຸ່ງດິບ 1 ໜ່ວຍ ບໍ່ຕ້ອງປອກເປືອກ ລ້າງໃຫ້ສະອາດ ປາດເປັນຕ່ອນໆ ແລ້ວເອົາມາຕົ້ມໃນນໍ້າ 3 ລິດ ດື່ມທຸກມື້ອາການປວດຈະຄ່ອຍໆເຊົາ.

*

*

 

ສູດທີ 3: ໃບຜັກອີ່ຮຸມ 3 ຍອດ ມາຕົ້ມໃນນໍ້າ 2 ລິດ ຕົ້ມນໍ້າດື່ມທຸກມື້ ຈະຊ່ວຍຫຼຸດອາການປະດົງໄດ້.

*

*

ສູດທີ 4: ໃບໝາກຍໍ 4 ໃບ ແລະ ໃບໝາກຕູມແຫ້ງ 1  ປ່ຽງ ຂາງໄຟໃຫ້ເຫຼືອງແລ້ວນໍາມາຕົ້ມກັບນໍ້າ 3 ຕຸກ ຂ້ຽວໃຫ້ເຫຼືອ 2 ຕຸກ ດື່ມຕາງນໍ້າທຸກມື້ຈົນກວ່າຈະເຊົາ.

*

*

ສູດທີ 5: ນໍ້າໝາກຂີ້ຮູດຜະສົມນໍ້າເຜີ້ງ ແລ້ວເອົານໍ້າອຸ່ນຕື່ມໃສ່ເລັກໜ້ອຍ ຫຼື ເປັນນໍ້າເຢັນກໍໄດ້ ປະສົມໃຫ້ເຂົ້າກັນ ແລ້ວດື່ມທຸກມື້.

*

*

*

ນອກນັ້ນທ່ານຄວນງົດ ຫຼື ຜ່ອນໆອາຫານທີ່ເປັນສາເຫດຂອງການເກີດພະຍາດປະດົງ ເຊັ່ນ: ຊີ້ນສັດປີກ, ປາດຸກ, ປາຊາດິນ, ປາໄສ້ຕັນ ກຸ້ງ, ໄຂ່ປາ, ນໍ້າຕົ້ມກະດູກ, ກະປິ, ກະຖິນ, ກະເດົາ…

ສໍາລັບອາຫານທີ່ຊ່ວຍຫຼຸດອາກາດປວດຂອງປະດົງແມ່ນອາຫານ: ໃບຜັກອີ່ຫຸມລວກຈໍ້າແຈ່ວ, ແກ່ນໝາກເດືອຍກັບເຂົ້າຈ້າວຕົ້ມເຂົ້າກັນຮັບປະທານເປັນປະຈໍາ, ກິນໃບນາງສົດ 10 ໃບ.