ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ ຢ້ຽມ​ຢາມ​ຜູ້​ຖືກ​ບາດ​ເຈັບ​ໃນ​ອຸ​ບັດ​​ເຫດລົດນັກທ່ອງທ່ຽວຈີນ ປີ້ນທີ່ເສັ້ນທາງກາສີ-ເມືອງນານ

51

ຕາມຂ່າວຊີອາໄອໃຫ້ຮູ້ວ່າ:ຕອນ​ເຊົ້າ​ວັນ​ທີ 20 ສິງ​ຫານີ້, ທ່ານ​ຈ່ຽງ​ຈ້າຍ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ປ ​ຈີນ ປະ​ຈຳ ສ​ປ​ປ​ ລາວ ໄດ້​ເດີນ​ທາງ​ໄປ​ນະ​ຄອນຫຼວງ​ພະ​ບາງ ແລ້ວ​ເດີນທາງ​ໄປ​ໂຮງ​ໝໍ​ສາ​ກົນຫຼວງ​ພະ​ບາງ​ແລະ​ໂຮງ​ໝໍ​ຈີນ ເພື່ອ​ຢ້ຽມ​ຢາມ​ຜູ້​ຖືກ​ບາດ​ເຈັບ​ໃນ​ອຸ​ບັດ​ເຫດລົດນັກທ່ອງທ່ຽວຈີນ ​ປີ້ນຢູ່ເຂດຂົວນ້ຳງາວ ເມືອງນານ ແຂວງ ຫຼວງພະບາງ
ເມື່ອວັນ​ທີ 19 ສິງ​ຫາຜ່ານມາ.

ຂະນະທີ່ທີມງານການແພດກອງທັບປົດປ່ອຍປະຊາຊົນຈີນທີ່ກຳລັງຢູ່ສປປລາວໃນການເຂົ້າຮ່ວມການຝຶກຊ້ອມຫັດແອບຮ່ວມທາງການແພດເພື່ອມະນຸດສະທຳ “ຂະບວນລົດໄຟສັນຕິພາບ2019” ໄດ້ຂີ່ຍົນເຮຣິກົບແຕເດີນທາງໄປຫຼວງພະບາງເພື່ອເຂົ້າຮ່ວມການກອບກູ້ຊ່ວຍເຫຼືອອຸບັດເຫດດັ່ງກ່າວ. ທິມງານການແພດດັ່ງກ່າວປະກອບມີທ່ານໝໍໃນຫຼາຍຂະແໜງການເຊັ່ນ: ພະແນກຜ່າຕັດຫົວໃຈ, ພະແນກຫຼອດເລືອດຫົວໃຈ, ພະຍາດລະບົບທາງເດີນຫາຍໃຈຮ້າຍແຮງ, ພະແນກກະດູກ, ພະແນກຜ່າຕັດ, ແລະພະແນກປະສາດ ເຊິ່ງເປັນຂະແໜງການທີ່ຈຳເປັນອັນຮີບດ່ວນໃນການກອບກູ້ຄັ້ງນີ້.

ພາຍຫຼັງເກີດເຫດດັ່ງກ່າວແລ້ວ, ສະຖານທູດສປຈີນປະຈຳສປປລາວ ແລະສະຖານກົງສຸນຈີນປະຈຳຫຼວງພະບາງໄດ້ເຂົ້າໄປໃຫ້ການຊ່ວຍເຫຼືອສຸກເສີນ. ທ່ານລີຈື້ກົ່ງ, ກົງສຸນໃຫຍ່ຈີນປະຈຳນະຄອນຫຼວງພະບາງໄດ້ນຳພາທິມງານຮັບມືສຸກເສີນເດີນທາງໄປສະຖານທີ່ເກີດເຫດທັນທີ ໂດຍປະສານງານກັບທະຫານຕຳຫຼວດຝ່າຍລາວແລະກຳລັງຊ່ວຍເຫຼືອທ້ອງຖິ່ນດຳເນີນງານຢ່າງເຄັ່ງຮ້ອນ. ປັດຈຸບັນ, ສາເຫດເກີດອຸບັດຕິເຫດຍັງຢູ່ໃນໄລຍະການສືບສວນສອບສວນຢູ່, ວຽກງານຊ່ວຍເຫຼືອພວມດຳເນີນໄປຢ່າງເຄັ່ງຮ້ອນ.

ລົດເມຂົນສົ່ງນັກທ່ອງທ່ຽວຄັນດັ່ງກ່າວມີ 46 ຄົນ ຍິງ 24 ຄົນ. ໃນນັ້ນ: ເປັນຄົນສັນຊາດຈີນຈໍານວນ 44 ຄົນ ຍິງ 23 ຄົນ, ຄົນລາວ 2 ຄົນ ຍິງ 1 ຄົນ ໄດ້ຕົກເຫວເລິກເທິງຂົວນໍ້າງາວ ກາຍພູ9ຫຼັກລົງຫາເຂດບ້ານນາເມືອງ ເມືອງນານ ແຂວງຫຼວງພະບາງ ໃນເວລາປະມານ 15:30 ນາທີ ເຮັດໃຫ້ມີຜູ້ເສຍຊີວິດກັບທີ່ຈໍານວນ 13 ສົບ, ບາດເຈັບ23 ຄົນໃນນີ້ ສາຫັດ 3 ຄົນ.