ແຈ້ງເພີ່ມ! ພີ່ນ້ອງບໍລິຄຳໄຊ ລົດໃຜເສຍໄປພົວພັນເບິ່ງທີ່ ປກສ ເມືອງຄຳເກີດ

115

ກອງບັນຊາການ ປກສ ເມືອງ ຄຳເກີດ ໄດ້ປະກາດມາຍັງບັນດາທ່ານທີ່ອາໄສຢູ່ເມືອງຄຳເກີດ ແລະ ບັນດາບ້ານ ເມືອງໃກ້ຄຽງໃຫ້ຮູ້ວ່າ: ປັດຈຸບັນທາງກອງບັນຊາການ ປກສ ເມືອງຄຳເກີດ ໄດ້ສະຫຼຸບບັນຊີປະເພດລົດຈັກທີ່ຄົນຮ້າຍລັກໄປນໍາໃຊ້ ທີ່ເກັບກູ້ໄດ້ມາຈາກບ້ານໂພນທອງ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ທີ່ບໍ່ມີເອກະສານນຳໃຊ້ຕົວຈິງທີ່ຢຶດໄດ້ໃນຄັ້ງວັນທີ 29 ກໍລະກົດ 2019 ແລະ ວັນທີ 8 ສິງຫາ 2019 ເຊິ່ງມີລາຍລະອຽດດັ່ງນີ້:

ເປັນພຽງພາບປະກອບຂ່າວ

 

ເປັນພຽງພາບປະກອບຂ່າວ

 

ລົດຈັກເວບ100 ຈຳນວນ 19 ຄັນ; ຄິກໄອ ຈຳນວນ 2 ຄັນ; ເທນ່າ ຈຳນວນ 1 ຄັນ; ມີໂອ ຈຳນວນ 1 ຄັນ ແລະ ສະແມັດ ຈຳນວນ 1 ຄັນ.

ຫາກທ່ານໃດສົງໄສວ່າລົດທ່ານຖືກລັກໄປ ແມ່ນໃຫ້ນໍາເອົາເລກຈັກ, ເລກຖັງ ມາສົມທຽບຕາມບັນຊີທີ່ທາງ ກປສ ເມືອງ ຄຳເກີດສະຫຼຸບຜົນໄວ້ ຫຼື ຈະໂທຕິດຕໍ່ສອບຖາມກ່ອນໄດ້ກັບ ທ່ານ ຄໍາມີ 020 2255 9994.

ເປັນພຽງພາບປະກອບຂ່າວ