ໂອກາດດີໆ ສໍາລັບສາວມົ້ງຮ່ວມປະກວດນາງສາວເຜົ່າມົ້ງ ນະຄອນຫລວງ

72

ມາອີກແລ້ວສໍາລັບການປະກວດນາງສາວງາມ ຊຸດນີ້ເປັນການປະສາວລາວເຜົ່າມົ້ງ ກຽມຕ້ອນຮັບວັນປີໃໝ່ບຸນກິນຈຽງ 2019 ນີ້ເອງ, ສາວໆເຜົ່າມົ້ງຢ່າພາດໂອກາດນີ້ ເພື່ອສະສົມປະກົບການສູ່ວົງການບັນເທິງ.

*

*

ທຸກໆປີ ທາງສວນພຶກສາ ໄດ້ຈັດການປະກວດນາງສາວເຜົ່າມົ້ງຂຶ້ນ ເຊິ່ງປີນີ້ກໍເຊັ່ນກັນ ທາງສວນພຶກສາໄດ້ເຊີນຊວນນ້ອງສາວເຜົ່າມົ້ງໃນນະຄອນຫລວງວຽງຈັນເຂົ້າຮ່ວມສະໝັກ ປະຊັນຄວາມງາມ ແລະຄວາມສາມາດກ່ອນຈະເຖິງບຸນປະເພນີຊົນເຜົ່າປີນີ້.

*

*

ສຳລັບສະຖານທີ່ຮັບສະໝັກແມ່ນຢູ່ສວນພຶກສາເລີຍ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ເລີ່ມຕັ້ງແຕ່ວັນທີ 28 ສິງຫາ 2019 – ວັນທີ 19 ຕຸລາ 2019.

ສໍາລັບສາວມົ້ງຄົນໃດທີ່ສົນໃຈ ຕ້ອງມີເງື່ອນໄຂດັ່ງນີ້: ເປັນນາງສາວສົມບູນທາງເພດ ແລະ ຮ່າງກາຍ, ບໍ່ມີຄູ່ຄອງ, ບໍ່ມີລູກມາກ່ອນ ແລະ ບໍ່ເຄີຍຕ້ອງໂທດໃດໆ!!!

*

*

ຕ້ອງມີອາຍຸ 16-25 ປີ ສ່ວນສູງ 1,55 ຊັງຕີແມັດຂຶ້ນໄປ, ຈົບມໍ 4 ຂຶ້ນໄປ ສາມາດເວົ້າພາສາມົ້ງ ແລະ ພາສາລາວໄດ້ຢ່າງຈະແຈ້ງ.

ມາລົງທະບຽນສະໝັກດ້ວຍຕົນເອງທີ່ສວນພຶກສາເລີຍ ບ້ານດານຊີ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ພ້ອມໃບຢັ້ງຢືນທີ່ຢູ່, ຮູບ 1 ໃບ ແລະ ຮູບຖ່າຍເຕັມໂຕ 1 ໃບ ແຕ່ງກາຍສຸພາບ.

*