ໄຟປ່າຄັ້ງຮ້າຍໃນ ກຣານ ຄານາເຣຍ ປະເທດແອັດສະປາຍ ຍັງບໍ່ສາມາດຄວບຄຸມໄດ້

94

ສະຖານະການໄຟໄໝ້ປ່າຢ່າງຮ້າຍແຮງ ຢູ່ໜຶ່ງໃນເກາະຍ່ອຍຂອງໝູ່ເກາະຄະແນຣີ່ ເຊິ່ງເປັນເຂດປົກຄອງຕົນເອງຂອງປະເທດແອັດສະປາຍ “ຍັງຢູ່ຂັ້ນວິກິດ” ທັງສະພາບອາກາດຮ້ອນຈັດ ແລະ ໜ່ວຍກູ້ໄພອົບພະຍົບປະຊາຊົນ ເພີ່ມເກືອບ 10 ພັນຄົນແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມາດຣິດ ປະເທດແອັດສະປາຍ ເມື່ອວັນອັງຄານ ທີ 20 ສິງຫາ ວ່າ ທາງການແຄວ້ນເຂດປົກຄອງຕົນເອງຂອງໝູ່ເກາະຄະແນຣີ່ ເຊິ່ງຕັ້ງຢູ່ຫ່າງຈາກປະເທດແອັດສະປາຍ ລົງໄປທາງທິດຕາເວັນຕົກສຽງໃຕ້ ແລະ ຫ່າງຈາກແຄມຝັ່ງທາງພາກຕາເວັນຕົກຂອງທະວີບອາຟຣິກາ ປະມານ 150 ກິໂລແມັດ ລາຍງານເມື່ອວັນຈັນ ວ່າ ສະຖານະການໄຟປ່າຄັ້ງຮ້າຍແຮງທີ່ເກີດຂຶ້ນເທິງເກາະກຣານ ຄານາເຣຍ ທີ່ເປັນສ່ວນໜຶ່ງຂອງໝູ່ເກາະຄະແນຣີ່ ຕັ້ງແຕ່ວັນເສົາ ຜ່ານມານັ້ນ “ຍັງບໍ່ສາມາດຄວບຄຸມໄດ້” ສົ່ງຜົນໃຫ້ເຈົ້າໜ້າທີ່ກູ້ໄພຕ້ອງໄດ້ອົບພະຍົບຂອງປະຊາຊົນໃນພື້ນທີ່ສ່ຽງເພີ່ມ 2 ເທົ່າ ຫຼື ເກືອບ 9 ພັນຄົນ.

ในภาพอาจจะมี ท้องฟ้า, มหาสมุทร, สถานที่กลางแจ้ง และธรรมชาติ

ທັງນີ້ ເຫດໄຟປ່າດັ່ງກ່າວ ໃນບໍລິເວນຂອງໝູ່ເກາະຄະແນຣີ່ ເກີດຂື້ນເປັນຄັ້ງທີ 3 ໃນໄລຍະພຽງ 10 ວັນ ສ້າງຄວາມເສຍຫາຍເນື້ອທີ່ຫຼາຍກວ່າ 6 ພັນເຮັກຕ້າ ລວມທັງສ່ວນໜຶ່ງຂອງເຂດອະນຸລັກດ້ານນິເວດວິທະຍາ “ທາມາດາບາ” ເຊິ່ງເປັນມໍລະດົກໂລກທາງທຳມະຊາດຂອງອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ທີ່ຕັ້ງຢູ່ເທິງເກາະກຣານ ຄານາເຣຍ ດ້ວຍ ຂະນະທີ່ມີການເພິ່ມຈໍານວນເຮລີຄັອບເຕີ ຢ່າງໜ້ອຍ 16 ລໍາ, ຍົນຫວ່ານສານເຄມີດັບໄຟປ່າອີກຫຼາຍລໍາ ແລະ ກໍງລັງເຈົ້າໜ້າທີ່ດັບໄຟຫຼາຍກວ່າ 1 ພັນຄົນ ເພື່ອຄວບຄຸມສະຖານະການ.

ในภาพอาจจะมี ไฟ, ภูเขา และสถานที่กลางแจ้ง

ສຳລັບເກາະກຣານ ຄານາເຣຍ ຖືເປັນເກາະຂະໜາດໃຫຍ່ທີ່ສຸດອັນດັບ 3 ຂອງໝູ່ເກາະຄາແນຣີ່ ໂດຍເກາະກຣານ ຄານາເຣຍ ມີຄວາມກວ້າງພຽງແຕ່ 50 ກິໂລແມັດ ແຕ່ມີປະຊາກອນອາໄສຢູ່ໜາແໜ້ນ 850.000 ຄົນ ຂະນະດຽວກັນ ລັດດຖະບານກາງນະຄອນຫຼວງມາດຣິດ ແລະ ສະຫະພາບເອີຣົບ (EU) ກຳລັງສົ່ງເຈົ້າໜ້າທີ່ພ້ອມອຸປະກອນດັບເພີງມາສະໜັບສະໜູນ ປະຕິບັດການດັບໄຟປ່າໃນຄັ້ງນີ້ດ້ວຍ ລະຫວ່າງຄວາມວິຕົກກັງວົນຂອງທຸກຝ່າຍ ວ່າ ໄຟປ່າຈະລຸກລາມຂະຫຍາຍລັດສະໝີຄວາມຮ້າຍແຮງ ຈາກການທີ່ກົມອຸຕຸນິຍົມວິທະຍາຂອງແອັດສະປາຍ ພະຍາກອນອຸນຫະພູມຈະສູງຂຶ້ນຈາກ 36 ອົງສາ ໃນໄລຍະຕົ້ນອາທິດ ເປັນ 38 ອົງສາ ໃນທ້າຍອາທິດນີ້.