ກອງທັບລາວ-ຈີນ ຮ່ວມຝຶກຊ້ອມກອບກູ້ຊ່ວຍເຫຼືອຄົນເຈັບສຸກເສີນ

180

ຄະນະແພດກອງທັບປະຊາຊົນລາວ ແລະ ກອງທັບ​ປົດ​ປ່ອຍປະຊາຊົນຈີນ “ຂະບວນລົດໄຟສັນຕິພາບ 2019” ​ໄດ້ຮ່ວມກັນ​ຝຶກຊ້ອມກອບກູ້ໄພພິບັດ​ແລະຊ່ວຍເຫລືອມະນຸດສະທຳດ້ານການແພດແລະ ​ໃຫ້ບໍລິການດ້ານການແພດ​ແບບ​ຈຳ​ລອງເຫດການ ເພື່ອຮັບປະກັນການກອບກູ້,ຊ່ວຍເຫລືອ ແລະປິ່ວປົວຄົນເຈັບໃຫ້ວ່ອງໄວທັນການ ແລະ ມີປະສິດທິພາບສູງໃນເຫດການຕົວຈິິງ ຫາກມີເຫດສຸກເສີນເກີດຂຶ້ນ.

ສະຫາຍ ພັນໂທ ຈັນພອນ ພົນຫາວົງຫົວໜ້າຄະນະຊີ້ນໍາການຝຶກຊ້ອມພາກສະໜາມຕົວຈິງໄດ້ໃຫ້ຮູ້ວ່າ: ການຝຶກຊ້ອມຫັດແອບດ້ານການແພດເພື່ອກອບກູ້,ຊ່ວຍເຫລືອ ແລະ ໃຫ້ບໍລິການດ້ານການແພດລະຫວ່າງກອງທັບປະຊາຊົນລາວ ແລະກອງທັບປົດປ່ອຍປະຊາຊົນຈີນ “ຂະບວນລົດໄຟສັນຕິພາບ2019” ເທື່ອນີ້ແມ່ນເປັນຄັ້ງທີ 3 ເຊິ່ງຄະນະແພດສອງກອງທັບລາວ-ຈີນໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຝຶກຊ້ອມຫັດແອບທາງບົກ,ທາງນ້ຳ ແລະທາງອາກາດໄປພ້ອມໆກັນ.

ການຝືກຊ້ອມດັ່ງກ່າວທາງຄະນະນຳຂອງສອງຝ່າຍໄດ້ຕິດຕາມ​ ແລະຊີ້ນຳໜ່ວຍງານແພດທີ່ກ່ຽວຂ້ອງ​ໃຫ້ກະກຽມຄວາມພ້ອມທຸກເວລາທຸກສະຖານະການເຊ່ິ່ງໃນປັດຈຸບັນນີ້ມີເຫດການອຸທົກກະໄພແລະ ກໍລະນີ ອື່ນໆເກີດຂຶ້ນຫລາຍ ໂດຍສະເພາະໃນໄລຍະນີ້ເປັນລະດູຝົນມີຝົນຕົກໜັກຕິດຕໍ່ກັນຫຼາຍວັນເຮັດໃຫ້ ນໍ້າປ່າໄຫຼລ່າ ແລະ ເກີດມີນໍ້າຖ້ວມເຮືອນ-ຊານ ພໍ່ແມ່ປະຊາຊົນ ເປັນບໍລິເວນກວ້າງ,​ຖະໜົນຫົນທາງເປ່ເພ ກໍ່ໃຫ້ເກີດຄວາມເສຍຫາຍ ​ຕໍ່ຊັບສິນ ແລະ ພື້ນທີ່ການຜະລິດຍິ່ງໄປກວ່ານັ້ນກໍມີຜູ້ເສຍຊີວິດ ແລະ ບາດເຈັບ ເປັນຈຳນວນຫຼວງຫຼາຍ ສະນັ້ນພວກເຮົາຕ້ອງໄດ້ກຽມຄວາມພ້ອມ
ຮັບມື ແລະ ຊ່ວຍເຫຼືອຢ່າງຮີບດ່ວນຖ້າມີເຫດເກີດຂຶ້ນ.

ພ້ອມດຽວກັນນັ້ນ,ຍັງມີການຝຶກຊ້ອມການສະກັດກັ້ນການຮົ່ວໄຫລຂອງສານເຄມີ ຈາກໂຮງຈັກໂຮງງານ ເຮັດໃຫ້ປະຊາຊົນ ແລະສັດສາວາສິ່ງ ຢູ່ບໍລິເວນໃກ້ຄຽງໄດ້ຮັບຜົນກະທົບຈາກສານເຄມີປົນເປື້ອນ ແລະຊາກສັດຈຳນວນຫຼວງຫຼາຍມີການເໜົ່າເປື່ອຍ ເປັນສາເຫດ​ເຮັດ​ໃຫ້ມົນລະພິດແຜ່​ຂະ​ຫຍາຍ​ເປັນ​ບໍ​ລິເວນກວ້າງ ແລະ ການລະບາດຂອງພະຍາດທີ່ມາກັບລະດູການອີກດ້ວຍ.

 

ສຳລັບໃນການຝຶກຊ້ອມຫັດແອບຄັ້ງນີ້ເພື່ອເປັນບົດຮຽນໃນການ​ປະ​ຕິ​ບັດ​ໜ້າ​ທີ່ວຽກງານຕົວຈິງ ແມ່ນໄດ້ຈັດຕັ້ງເປັນລະບົບທີ່ມີສູນບັນຊາ 3 ຂັ້ນ
ຄື: ລະບົບປິ່ນປົວ , ​ສ່ວນລະບົບການບັນຊາລວມ ຫຼື ສູນບັນຊາການສູງສຸດ ແລະສູນບັນຊາພາກສະໜາມ.ສ່ວນລະບົບກູ້ໄພທາງການແພດແບ່ງອອກເປັນ 3 ພາກສ່ວນຄື: ກູ້ໄພໃນເບື້ອງຕົ້ນ, ປະຖົມພະຍາບານ ແລະໂຮງໝໍສະໜາມ ເຊິ່ງໃຫ້ ຄວາມສໍາຄັນທີ່ສຸດ​ຕໍ່ການກອບກູ້ຜູ້ບາດເຈັບ, ການຊ່ວຍເຫຼືອ ແລະ ການປິ່ນປົວ, ​ຄວບຄຸມ ພະຍາດຕິດແປດ.

ສໍາລັບການຝຶກຊ້ອມຫັດແອບຮ່ວມກັນລະຫວ່າງແພດກອງທັບຝ່າຍລາວ ແລະ ຝ່າຍຈີນໃນສະໜາມຕົວຈິງ ແມ່ນໄດ້ກອບກູ້ເອົາຜູ້ບາດເຈັບສົມທົບກັບການປິ່ນປົວ ຮັກສາບາດແຜໜັກ ໂດຍໄດ້ມີການປະສານສົມທົບກັນຢ່າງເລິກເຊິ່ງໃນການຝຶກອົບຮົມ, ການວາງແຜນ,ການປະຕິບັດວຽກງານຢ່າງລະອຽດນັບແຕ່ການສ້າງບຸກຄະລາກອນ, ການປະຕິບັດການກູ້ໄພ ແລະ ​ການຮັບປະກັນດ້ານວັດຖຸ ຄຽງຄູ່​ກັບການບໍ​ລິການທາງການແພດ ເຊັ່ນ: ການຜ່າຕັດສຸກເສີນ,ການຫ້າມເລືອດໃນສະໜາມ,ການຂົນສົ່ງຄົນເຈັບທາງອາກາດ, ການທຳລາຍສານເຄມີ ແລະ ການແຍກ​ປະ​ເພດຄົນເຈັບ​ການເຄື່ອນຍ້າຍ ທາງອາກາດດ້ວຍ​ເຮືອ​ບິນໄປໂຮງໝໍແນວຫຼັງ ເພື່ອຮັບການປິ່ນປົວ ໃຫ້ວ່ອງໄວ ແລະ ທັນການ.

 

ພັນໂທ ຈັນພອນ ພົນຫາວົງ ໃຫ້ຮູ້ຕື່ມວ່າ: ການຫັດແອບແບບຈໍາລອງເຫດການຕົວຈິງປະກອບມີແພດທາງບົກ 4 ຈຸ , ທາງນໍ້າ 1 ຈຸ ,ທາງອາກາດ 1 ຈຸ ແລະ ​ພາກ​ສ່ວນສະກັດກັ້ນສານເຄມີຮົວໄຫລ 1 ຈຸ ເຊິ່ງ​ໄດ້​ນຳ​ໃຊ້ອຸປະກອນທີ່ທັນສະໄໝ ລວມມີ ເຕັ້ນໂຮງໝໍ,ລົດຜ່າຕັດເຄື່ອນທີ່,ລົດແພດສະໜາມ,ລົດປ້ອງກັນພະຍາດ,ເຮລິຄອບເຕີ,ເຮືອ ແລະ ອື່ນໆຫຼາຍກວ່າ 40 ຊະນິດ.ສ່ວນການໃຫ້ບໍລິການດ້ານການແພດ ຈະໄດ້ສຸມໃສ່ກວດພະຍາດທົ່ວໄປ ຢູ່ໂຮງໝໍ ກອງພົນທີ5 , ໂຮງໝໍ 101 ແລະ ໂຮງໝໍ 103.

ສະຫາຍ ພັນໂທ ດຣ ພອນໄຊ ສີພັນດອນ ຮອງຫົວໜ້າພະແນກຜ່າຕັດໂຮງໜໍ103 ທັງເປັນຫົວໜ້າຮັບຜິດຊອບ ຫ້ອງຜ່າຕັດ ປະຈໍາພາກສະໜາມການຝຶກຊ້ອມຫັດແອບໃຫ້ສຳພາດວ່າ: ຜ່ານການຫັດແອບຕົວຈິງ ຢູ່ພາກສະໜາມພວກເຮົາສາມາດກໍາໄດ້ບົດຮຽນການຜ່າຕັດໂດຍນຳ​ໃຊ້ເຄື່ອງມືທີ່ທັນສະໄໝ ​ຮຽນ​ຮູ້ວິທີການຕິດຕັ້ງແລະການນໍາໃຊ້ອຸປະກອນການແພດຂອງກອງທັບ​ປົດ​ປ່ອຍປະຊາຊົນຈີນ,ການນໍາສົ່ງຄົນເຈັບແລະປິ່ນປົວຄົນເຈັບຢູ່ພາກສະໜາມຕົວຈິງ.

 

ຂອບໃຈຂ່າວຈາກ: CRI-FM93