ກໍາປູເຈຍ ສະເໜີຍີ່ປຸ່ນ ລົງທຶນທຸລະກິດທ່ອງທ່ຽວຕື່ມ

0
159

ລັດຖະບານກໍາປູເຈຍ ຮຽກຮ້ອງ ຍີ່ປຸ່ນ ເພີ່ມການລົງທຶນໃນພາກການທ່ອງທ່ຽວໃນປະເທດຫວັງດຶງດູດນັກທ່ອງທ່ຽວ ຍີ່ປຸ່ນ ເພີ່ມຂຶ້ນ ໂດຍສະເພາະກຸ່ມຜູ້ອາຍຸສູງ.

ທ່ານ ທອງຄູນ ລັດຖະມົນຕີກະຊວງການທ່ອງທ່ຽວກໍາປູເຈຍ ກ່າວລະຫວ່າງປຶກສາຫາລືກັບ ທ່ານ ຮິເດະຮິສະ ຮິໂຣນູຈິ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ກໍາປູເຈຍ ເມື່ອບໍ່ດົນມານີ້ວ່າ ຄວາມກ້າວໜ້າຂອງການທ່ອງທ່ຽວກໍາປູເຈຍ ຈະເກີດຂຶ້ນໜ້ອຍຫາກບໍ່ມີຄວາມຮ່ວມມືເປັນຢ່າງດີກັບຍີ່ປຸ່ນ ພ້ອມທັງຮຽກຮ້ອງໃຫ້ ຍີ່ປຸ່ນ ເຂົ້າມາລົງທຶນໃນພາກການທ່ອງທ່ຽວຫຼາຍຂຶ້ນ.

ນອກຈາກນີ້, ທາງການ ກໍາປູເຈຍ ຍັງຂໍໃຫ້ ຍີ່ປຸ່ນ ໃຫ້ຄວາມຊ່ວຍເຫຼືອດ້ານການກໍ່ສ້າງຖະໜົນຫົນທາງເພື່ອເຂົ້າເຖິງສະຖານທີ່ທ່ອງທ່ຽວສໍາຄັນຂອງ ກໍາປູເຈຍ ນໍາອີກ.

ທ່ານ ຮິໂຣນູຈິ ກ່າວວ່າ: ຍີ່ປຸ່ນ ຕັ້ງໜ້າທີ່ຈະຮ່ວມມືກັບ ກໍາປູເຈຍ ຕໍ່ໄປ ແລະ ໃຫ້ໝັ້ນໃຈວ່າຈະນໍາຂໍ້ສະເໜີຂອງ ກໍາປູເຈຍ ໄປລາຍງານໃຫ້ລັດຖະບານຍີ່ປຸ່ນໄດ້ຮັບຮູ້.

ທັງນີ້, ກໍາປູເຈຍ ເປັນຈຸດໝາຍປາຍທາງທ່ອງທ່ຽວຍອດນິຍົມຂອງຄົນ ຍີ່ປຸ່ນ ໂດຍສະເພາະຜາສາດຫີນຕ່າງໆໃນເມືອງສຽມມະຣາດ.

LEAVE A REPLY

Please enter your comment!
Please enter your name here