ຈີນປະກາດຮ່າງແຜນຍຸດທະສາດເລັ່ງພັດທະນາເຊິນເຈິ້ນ ໃຫ້ກາຍເປັນເມືອງເສດຖະກິດໂລກ

41

ລັດຖະບານຈີນໄດ້ປະກາດຮ່າງແຜນການພັດທະນາເມືອງເຊິນເຈິ້ນ ເຊິ່ງຕັ້ງຢູ່ກົງກັນຂ້າມກັບເກາະຮົ່ງກົງໃຫ້ກາຍເປັນເມືອງແຫ່ງເສດຖະກິດໃໝ່ ທັງໃນລະດັບຊາດ ແລະ ລະດັບທົ່ວໂລກ ຂະນະທີ່ ສະຖານະການປະທ້ວງທາງການເມືອງໃນຮົ່ງກົງຍັງລາກຍາວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມືອວັນຈັນ ທີ 19 ສິງຫາ ວ່າ ຄະນະລັດຖະບານຈີນໄດ້ອອກຖະແຫຼງການ ເມື່ອວັນຈັນ ຮ່າງແຜນຍຸດທະສາດ 19 ຂໍ້ ວ່າດ້ວຍການພັດທະນາເມືອງເຊິນເຈິ້ນ ເຊິ່ງເປັນໜຶ່ງໃນເມືອງໃຫຍ່ຂອງມົນທົນກວາງຕຸ້ງ ທາງພາກໃຕ້ຂອງປະເທດຈີນ ຫ່າງຈາກໃຈກາງເຂດບໍລິຫານພິເສດຮົ່ງກົງ 30 ກິໂລແມັດ “ໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງທາງເສດຖະກິດ ແລະ ພັດທະນາພາກສ່ວນອື່ນໆໃຫ້ເຕີບໂຕຂຶ້ນອີກ”  ພ້ອມທັງກຳນົດເປົ້າໝາຍໃຫ້ເມືອງເຊິນເຈິ້ນ ເຊິ່ງພື້ນທີ່ສ່ວນໜຶ່ງໄດ້ຮັບການພັດທະນາໃຫ້ເປັນເຂດເສດຖະກິດພິເສດ ໃຫ້ຢູ່ອັນດັບຕົ້ນໆຂອງ “ເມືອງທີ່ດີທີ່ສຸດໃນໂລກ” ໃນປີ 2025 ແລະ ສາມາດເປັນໜຶ່ງໃນເມືອງທີ່ໃຊ້ເປັນມາດຕະຖານອ້າງອີງດ້ານຄວາມຈະເລີນທາງດ້ານເສດຖະກິດ ພາຍໃນໄລຍະກາງສະຕະວັດທີ 21 ດ້ວຍ.

ในภาพอาจจะมี ท้องฟ้า, เมฆ, ตึกระฟ้า, ต้นไม้ และสถานที่กลางแจ้ง

ປັດຈຸບັນ ເມືອງເຊິນເຈິ້ນ ມີປະຊາກອນປະມານ 12,5 ລ້ານຄົນ ເປັນສະຖານທີ່ຕັ້ງຂອງສຳນັກງານໃຫຍ່ ບໍລິສັດດ້ານເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານລາຍໃຫຍ່ຂອງຈີນຫຼາຍແຫ່ງ ລວມທັງບໍລິສັດຫົວເຫວີ່ຍ ແລະ ບໍລິສັດດ້ານການລົງທືນລາຍໃຫຍ່ເຊັ່ນ ເທັນເຊັນ (Tencent) ເປັນຕົ້ນ.

ในภาพอาจจะมี ตึกระฟ้า, ท้องฟ้า, กลางคืน และสถานที่กลางแจ้ง

ທັງນີ້ ຄວາມເຄື່ອນໄຫວດັ່ງກ່າວຂອງລັດຖະບານຈີນ ເກີດຂຶ້ນ ໃນຂະນະທີ່ສະຖານະການການປະທ້ວງຕໍ່ຕ້ານລັດຖະບານຮົ່ງກົງທີ່ຍືດເຍື້ອມາດົນ ກວ່າ 2 ເດືອນ ແລະ ຍັງບໍ່ມີທ່າອ່ຽງວ່າຈະຫຼຸດຜ່ອນຄວາມຕຶງຄຽດລົງ ເຖິງວ່າການເດີນຂະບວນໄປຕາມຖະໜົນ ເມື່ອທ້າຍອາທິດ ຜ່ານມາ ເຊິ່ງເປັນອາທິດທີ 11 ຂອງການປະທ້ວງກໍ່ເປັນໄປຢ່າງສະຫງົບ ຈຶ່ງເຮັດໃຫ້ທຸກຝ່າຍມີຄວາມສະບາຍໃຈ. ຢ່າງໃດກໍ່ຕາມ, ຕຳຫຼວດປາບປາມຈະລາຈົນຂອຈີນ ຍັງປັກຫຼັກຢູ່ສະໜາມກີລາກາງ ຂອງເມືອງເຊິນເຈິ້ນ ຕັ້ງແຕ່ອາທິດ ຜ່ານມາ.