ຕ້ອງເລັ່ງແກ້ໄຂ 3 ບັນຫາ ເພື່ອສ້າງໂອກາດໃຫ້ຊາວສວນ

48

ຜູ້ອຳນວຍການ ບໍລິສັດ ເມືອງລາວຟູດສ໌ ຊີ້ຫາກຕ້ອງການເຮັດໃຫ້ຊາວສວນມີຊີວິດການເປັນຢູ່ທີ່ດີຂຶ້ນ ກ້າວໄປສູ່ການປະສົບຜົນສຳເລັດໃນການຜະລິດພືດທາງກະສິກຳຈະຕ້ອງໄດ້ເລັ່ງແກ້ໄຂ 3 ບັນຫາຕົ້ນຕໍ.

ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອຳນວຍການ ບໍລິສັດ ເມືອງລາວຟູດສ໌ ຈຳກັດ ກ່າວວ່າ: ເປັນເວລາເກືອບ 3 ປີ ທີ່ຂ້າພະເຈົ້າໄດ້ທຸ່ມເທໃສ່ການຄົ້ນຫາຄຳຕອບວ່າເປັນຫຍັງປະຊາຊົນລາວປູກພືດຜັກຈຶ່ງບໍ່ປະສົບຜົນສຳເລັດ ທັງທີ່ພືດຜັກເປັນສິນຄ້າທີ່ຈຳເປັນ? ຂ້າພະເຈົ້າໄດ້ສຶກສາ ແລະ ສຳຫຼວດຕະຫຼາດແບບລົງເລິກດ້ວຍຕົນເອງເຫັນວ່າປະຊາຊົນຜູ້ປູກພືດຍັງຂາດຄວາມຮູ້, ເຂົ້າໃຈ ແລະ ຂາດຂໍ້ມູນກ່ຽວກັບຕະຫຼາດ ບໍ່ແມ່ນແຕ່ປະຊາຊົນໃນນະຄອນຫຼວງວຽງຈັນ ແຕ່ເປັນຄືກັນທົ່ວປະເທດ. ຊາວສວນມັກຈະເວົ້າວ່າ “ ບໍ່ມີຕະຫຼາດ ” ທັງທີ່ຄວາມຈິງຕະຫຼາດມີຄວາມຕ້ອງການສິນຄ້າພືດຜັກສູງຫຼາຍສະເລ່ຍນະຄອນຫຼວງວຽງຈັນ ມີຄວາມຕ້ອງການພືດຜັກສົດ ປະມານ 150 – 170 ໂຕນຕໍ່ມື້ ໃນຄວາມເປັນຈິງແລ້ວປະຊາຊົນຍັງບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດ, ປະຊາຊົນຂາດຂໍ້ມູນວ່າຕະຫຼາດຕ້ອງການພືດຜັກຊະນິດໃດ? ປະລິມານເທົ່າໃດ? ລາຄາແຕ່ລະລະດູເປັນແນວໃດ? ແລະ ຕົ້ນທຶນການຜະລິດມີແນວໃດ?.

ເມື່ອຊາວກະສິກອນຂາດຂໍ້ມູນເຂົາກໍເລີຍປູກຕາມຄວາມຊິນເຄີຍ, ປູກຕາມໃຈມັກ, ປູກຕາມກະແສ ເຊິ່ງມີແຕ່ຄາດເດົາ ເຮັດໃຫ້ພືດບາງຊະນິດຜະລິດອອກມາຫຼາຍເກີນໄປສົ່ງຜົນໃຫ້ ລາຄາຕົກຕໍ່ຳ. ອີກບັນຫາໜຶ່ງແມ່ນຊາວກະສິກອນບໍ່ມີອຳນາດຕໍ່ລອງກັບພໍ່ຄ້າຄົນກາງ ເພາະສິນຄ້າດັ່ງກ່າວມີອາຍຸສັ້ນ ຍ້ອນບໍ່ມີທາງເລືອກນອກຈາກຖິ້ມ ຫຼື ຍອມຂາຍຂາດທຶນ. ດັ່ງນັ້ນ, ພວກເຮົາໃນຖານະຜູ້ປະກອບການທີ່ມີຈິດໃຈຢາກຊ່ວຍປະຊາຊົນ ໂດຍສະເພາະແມ່ນຊາວກະສິກອນຜູ້ທຳການຜະລິດໃຫ້ປະສົບຜົນສຳເລັດ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນຈາກການປູກພືດຜັກເຫັນວ່າພວກເຮົາຕ້ອງແກ້ 3 ບັນຫາເຫຼົ່ານີ້ ຄື:

1 ຕ້ອງໃຫ້ຄວາມຮູ້ ແລະ ສ້າງ ຄວາມເຂົ້າໃຈແກ່ຊາວກະສິກອນ ເຊັ່ນ: ຄວາມຮູ້ດ້ານເຕັກນິກໃນການຜະລິດ ໃຫ້ສາມາດຜະລິດໄດ້ຢ່າງຕໍ່ເນື່ອງ ( ສາມາດສ້າງສະຖຽນລະພາບໃນການສະໜອງ ); ຄວາມຮູ້ດ້ານການຄິດໄລ່ຕົ້ນທຶນການຜະລິດ; ໃຫ້ ຄວາມຮູ້ ແລະ ສ້າງຈັນຍາບັນໃຫ້ແກ່ຊາວກະສິກອນ ບໍ່ໃຫ້ມີແນວຄິດເຫັນແກ່ຜົນປະໂຫຍດໂດຍປະຖິ້ມເປົ້າໝາຍ ຄວາມຍືນຍົງ; ໃຫ້ຄວາມຮູ້ດ້ານການເພີ່ມປະສິດທິພາບ ແລະ ຜະລິດຕະພາບຂອງການຜະລິດ ໃຫ້ມີຄວາມສາມາດໃນການແຂ່ງຂັນ.

2 ແກ້ໄຂບັນຫາພໍ່ຄ້າຄົນກາງທີ່ເອົາປຽບຊາວກະສິກອນໃຫ້ໄດ້: ສົ່ງເສີມໃຫ້ຜູ້ປະການທີ່ມີຈັນຍາບັນ ແລະ ເຮັດທຸລະກິດທີ່ໃຫ້ປະຊາຊົນມີສ່ວນຮ່ວມ ໃຫ້ເຂົາເຈົ້າເຂັ້ມແຂງ; ສົ່ງເສີມການສ້າງຕະຫຼາດສົດ ເພື່ອຊ່ວຍລະບາຍສິນຄ້າໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້; ສົ່ງເສີມການສ້າງສາງເຢັນສຳລັບເກັບພືດຜັກທີ່ເປັນບ່ອນສ້າງອຳນາດຕໍ່ລອງຂອງຊາວກະສິກອນຕໍ່ມືກາງ; ສົ່ງເສີມການແປຮູບສິນຄ້າກະສິກຳໃຫ້ເປັນສິນຄ້າທົດແທນການນຳເຂົ້າສິນຄ້າ ເຊັ່ນ: ແປຮູບເຮັດນ້ຳຊ໊ອດໝາກເຫຼ່ນ, ຊ໊ອດໝາກເຜັດ, ໝາກເຜັດປົ່ນ, ຜັກດອງ, ແຈ່ວສຸກີ້ ແລະ ອື່ນໆ ເຊິ່ງສິນຄ້າເຫຼົ່ານີ້ມີຄວາມຕ້ອງການໃນຕະຫຼາດສູງຫຼາຍ.

3 ສົ່ງເສີມຜູ້ປະກອບການທີ່ເຮັດທຸລະກິດສົ່ງເສີມກະສິກໍາເປັນສິນຄ້າ: ສົ່ງເສີມໃຫ້ຜູ້ປະກອບການສາມາດເຂົ້າເຖິງແຫຼ່ງທຶນ ເງິນກູ້ດອກເບ້ຍຕ່ຳ ໄລຍະກູ້ຢືມທີ່ມີໄລຍະເວລາຍາວ; ສົ່ງເສີມການນຳເຂົ້າປັດໄຈຮັບໃຊ້ການຜະລິດທີ່ຍົກເວັ້ນພາສີ – ອາກອນ ຫຼື ພາສີ – ອາກອນໃນອັດຕາບໍ່ສູງ; ສົ່ງເສີມໃຫ້ຜູ້ປະກອບການທີ່ເຮັດແທ້ທຳຈິງ ສາມາດຫາພື້ນທີ່ດິນທຳການຜະລິດ.

ນອກນີ້, ທ່ານ ບຸນທ່ຽງ ໃຫ້ຮູ້ຕື່ມອີກວ່າ: ປະຊາຊົນຊາວນະຄອນຫຼວງວຽງຈັນ ຍັງມີຕົ້ນທຶນເສຍໂອກາດຫຼາຍຢູ່ ໂດຍສະເພາະແມ່ນບັນດາເມືອງນອກ ເຊັ່ນ: ສັງທອງ, ນາຊາຍທອງ, ໄຊທານີ, ປາກງື່ມ, ຫາດຊາຍຟອງ ຍັງປ່ອຍໃຫ້ທີ່ດິນວ່າງເປົ່າຫຼາຍ, ແຮງງານກໍວ່າງແຕ່ກໍຊື້ກິນ. ພວກເຮົາບັນດາຜູ້ປະກອບການໃນສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ພ້ອມແລ້ວທີ່ຈະສົ່ງເສີມຊາວກະສິກອນ, ພ້ອມແລ້ວທີ່ຈະອຸດໜູນຜົນຜະລິດຂອງຊາວກະສິກອນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບຊາວກະສິກອນໃຫ້ຜະລິດອັນທີ່ຖືກກັບ ຄວາມຕ້ອງການຂອງຕະຫຼາດເພື່ອໃຫ້ຜູ້ຜະລິດມີກຳໄລ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ. ຄວາມເຂົ້າໃຈຂອງປະຊາຊົນທີ່ວ່າ ປູກແລ້ວບໍ່ມີຕະຫຼາດນັ້ນ ແທ້ທີ່ຈິງແລ້ວຜູ້ປະກອບການເຫັນວ່າຍ້ອນປະຊາຊົນບໍ່ມີຂໍ້ມູນຫຼາຍກວ່າ. ຄວາມເຂົ້າໃຈຂອງປະຊາຊົນທີ່ວ່າ ປູກແລ້ວບໍ່ມີຕະຫຼາດນັ້ນ ແທ້ທີ່ຈິງແລ້ວ ຜູ້ປະກອບການເຫັນວ່າຍ້ອນປະຊາຊົນບໍ່ມີ ຄວາມຮູ້ດ້ານການຕະຫຼາດຫຼາຍກວ່າ.