ຜົນຕອບຮັບດີ! ຈີນລົງທຶນມະຫາສານກັບນະໂຍບາຍສະໜັບສະໜູນຮ້ານຂາຍປຶ້ມ

19 Aug 2019

ຄລິກແຊຣ໌ 0 Facebook WhatsApp

ລັດຖະບານຈີນ ຈິງຈັງກັບນະໂຍບາຍສະໜັບສະໜູນ ຮ້ານຂາຍປື້ມໃນໄລຍະຫຼາຍປີຜ່ານມາ ໂດຍສະເພາະໃນນະຄອນຫຼວງປັກກິ່ງ ທີ່ໃຊ້ງົບປະມານ ໃນປີ 2019 ເຖິງ 100 ລ້ານຢວນ (ປະມານ 123 ຕື້ກີບ) ເພື່ອສະໜັບສະໜູນຮ້ານຂາຍປື້ມ ແລະ ສົ່ງເສີມການອ່ານ.

ໂດຍຫຼ້າສຸດ ໃນໄລຍະ 6 ເດືອນທໍາອິດຂອງປີນີ້ ມີລາຍງານກ່ຽວກັບ ຍອດຈໍາໜ່າຍປື້ມທີ່ຂາຍອອກແລ້ວ ແລະ ຮ້ານຂາຍປື້ມທີ່ມີໜ້າຮ້ານ ມີລາຍໄດ້ລວມ 2,3 ຕື້ຢວນ (ປະມານ 2.800 ຕື້ກີບ) ເພີ່ມຂຶ້ນ 4,69% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ไม่มีคำอธิบายรูปภาพ

ຂະນະທີ່ ຮ້ານຂາຍປື້ມຂະໜາດນ້ອຍ ແລະ ຂະໜາດນ້ອຍພິເສດ ກໍາລັງໄດ້ຮັບຄວາມນິຍົມຈາກຄົນຈີນຫຼາຍ ຄອບຄອງສ່ວນແບ່ງຕະຫຼາດຫຼາຍກວ່າ 60% ໂດຍຊາວຈີນບອກວ່າ ຮ້ານຂາຍປຶ້ມຂະໜາດນ້ອຍສ່ວນຫຼາຍ ຕັ້ງຢູ່ໃກ້ບ່ອນເຮັດວຽກ ຈຶ່ງຊ່ວຍປະຢັດເວລາໃນການຍ່າງເລືອກຊື້ປື້ມ.

ຂໍ້ມູນເຫຼົ່ານີ້ ແມ່ນມາຈາກການສຳຫຼວດຮ້ານຂາຍປື້ມຫຼາຍກວ່າ 5.000 ແຫ່ງ ໃນທົ່ວປະເທດຈີນ ປະມວນຜົນໂດຍ ເຊັນທຣິນ ອີຄລາວດ໌ (Centrin Ecloud) ເປັນແພລັດຟອມຂໍ້ມູນໃຫຍ່ ຫຼື ບິກດາຕ້າ (Big data) ຂອງອຸດສາຫະກຳສິ່ງພິມຂອງຈີນ ທີ່ນໍາເອົາຕົວເລກມາລາຍງານໃນເທສະການປື້ມຊຽງໄຮ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ