ໜຸ່ມ ໂທ່ນີ້ ຜ່ານຮອບອໍດີຊັນໃນລາຍການ The Voice Thailand 2019

108

ດ້ວຍສັກກະຍະພາບ ແລະ ສຽງຮ້ອງທີ່ເປັນເອກະລັກຂອງໜຸ່ມ ໂທ່ນີ້ ນັກຮ້ອງນໍາໃນວົງ Leprozy ຈຶ່ງໄດ້ຜ່ານເຂົ້າຮອບ blind audition ໃນລາຍການ The Voice Thailand 2019 ຫຼັງຈາກໄດ້ສົ່ງຄລິບສຽງໄປອໍດີຊັນແຕ່ຕົ້ນເດືອນກໍລະກົດຜ່ານມາ.

ທ້າວ ຈັນທະສົມ ບັນນະພອນ ຫຼື ໂທ່ນີ້ ໃຫ້ສໍາພາດວ່າ: ດ້ວຍປະສົບການຂອງຕົນເອງທີ່ຮ້ອງເພງຢູ່ແລ້ວຈຶ່ງຢາກລອງສົ່ງຄລິບສຽງໄປອໍດີຊັນ ເພື່ອທົດສອບ ຄວາມສາມາດຂອງຕົນເອງວ່າຈະເຮັດອອກມາໄດ້ດີເທົ່າໃດ ແລະ ໄດ້ຜ່ານເຂົ້າຮອບ blind audition ທີ່ໂຄຊກົດຫັນຫຼັງກັບມາ. ການທີ່ເລືອກລາຍການ The Voice Music Thailand ຍ້ອນສ່ວນຕົວກໍມັກລາຍການນີ້ຕັ້ງແຕ່ທຳອິດທີ່ເປັນຂອງ ອາເມຣິກາ ຢູ່ແລ້ວ.

ສ່ວນການກຽມຄວາມພ້ອມໃນໄລຍະອໍດີຊັນຕ້ອງໄດ້ຊ້ອມເພງຫຼາຍຂຶ້ນ ຮ່ວມກັບການອອກກຳລັງກາຍ ແລະ ງົດເຄື່ອງດື່ມແອລກໍຮໍ ເພາະເປັນສິ່ງສໍາຄັນທີ່ຕ້ອງໄດ້ປະຕິບັດເພື່ອໃຫ້ເຮັດອອກມາເປັນຜົນດີ. ສໍາລັບເອກະລັກຂອງຕົນເອງທີ່ເປັນຈຸດເດັ່ນແມ່ນການຫຼິ້ນກີຕ້າ, ຮ້ອງເພງໃຫ້ອອກມາຈາກອາລົມ ແລະ ຄວາມຮູ້ສຶກ.

ຮອບ blind audition ສິ່ງທ້າທາຍຄືຈະມີໂຄຊຈັກຄົນທີ່ສົນໃຈໃນສຽງຮ້ອງຂອງຕົນເອງ ແລະ ຫັນກັບມາແຕ່ກໍເປັນສິ່ງທີ່ຕື່ນເຕັ້ນດີ. ສໍາລັບຄວາມຄາດຫວັງແມ່ນບໍ່ຫວັງຫຍັງຫຼາຍຄິດພຽງແຕ່ວ່າຢາກລອງເພື່ອເປັນປະສົບການອັນໜຶ່ງທີ່ດີຂອງຊີວິດ ແລະ ຄັ້ງໜຶ່ງທີ່ຢາກລອງ ໂດຍຈະພະຍາຍາມເຮັດອອກມາໃຫ້ດີທີ່ສຸດເທົ່ານັ້ນກໍພຽງພໍແລ້ວ ເຊິ່ງມີຄວາມຫວັງຢາກໃຫ້ຄົນຮູ້ຈັກ ແລະ ຢາກໃຫ້ມາຮູ້ຈັກກັບວົງເຮົາຫຼາຍກວ່າ ເພາະຕົນເອງກໍເປັນນັກຮ້ອງນຳຂອງວົງ ເລໂພຣຊີ ( Leprozy ).

ສາມາດຕິດຕາມຂໍ້ມູນ – ຂ່າວສານຂອງໜຸ່ມ ໂທ່ນີ້ ໄດ້ທີ່ເຟສບຸ໊ກສ່ວນຕົວ Tony Leprozy ຫຼື ທາງແຟນເພຈ໌ຂອງ The Voice Music Thailand ໄດ້ເລີຍ. ນອກຈາກນີ້, ກໍສາມາດຕິດຕາມທາງແຟນເພຈ໌ວົງຂອງພວກເຮົາໄດ້ທີ່: Leprozy ສຸດທ້າຍຂໍຂອບໃຈພໍ່ແມ່ອ້າຍເອື້ອຍນ້ອງຄົນລາວທຸກຄົນທີ່ເປັນກໍາລັງໃຈໃຫ້ເດີ!!

( ຂ່າວ: ນຸ້ມນິ້ມ )

( ຮູບ: Tony Leprozy )