ອັດຕະປື ແຕ່ງຕັ້ງຮັກສາການຫົວໜ້າ ປກສ ແຂວງຄົນໃໝ່

98

ວັນທີ 14 ສິງຫາຜ່ານມາ ແຂວງ ອັດຕະປື ໄດ້ຈັດພິທິປະກາດແຕ່ງຕັ້ງຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄົນໃໝ່ ຢ່າງເປັນທາງການ ໂດຍປະຕິບັດຕາມຂໍ້ຕົກລົງສະບັບເລກທີ 1402/ປກສ ລົງວັນທີ 19 ກໍລະກົດ 2019 ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ເນື່ອງຈາກວ່າ ສະຫາຍ ພົນຈັດຕະວາ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງຜູ້ເກົ່າ ຮອດກະສຽນພັກຜ່ອນເຂົ້າຮັບບຳນານແລ້ວ.

ດັ່ງນັ້ນ, ກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ປະຕິບັດຕາມຂໍ້ຕົກລົງຂອງຂັ້ນເທິງ ປະກາດແຕ່ງຕັ້ງ ທ່ານ ພັນເອກ ສີເວີນ ແກ້ວສີວົງສາ ຮອງເລຂາຄະນະພັກ ຮອງກອງບັນຊາການ ປກສ ແຂວງ ຂຶ້ນເປັນຜູ້ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ. ພ້ອມນີ້, ໃນພິທີຍັງໄດ້ມີການຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງອັດຕະປື ເປັນຕົ້ນ ຕຳແໜ່ງເປັນຫົວໜ້າ ແລະ ເປັນຮອງກອງບັນຊາການ ປກສ ເມືອງ ແລະ ປັບປຸງກົງຈັກການຈັດຕັ້ງກ່ຽວຂ້ອງໃນກອງບັນຊາການ ປກສ ແຕ່ລະຂັ້ນນຳອີກ.

ນີ້ແມ່ນການປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຕໍ່ການປະຕິບັດມະຕິຄຳສັ່ງຂອງຂັ້ນເທິງ ແລະ ປະຕິບັດກົດລະບຽບວິໄນຂອງກຳລັງປະກອບອາວຸດ ເພື່ອເຮັດໃຫ້ການຊີ້ນຳ – ນຳພາວຽກງານໃນແຕ່ລະຂັ້ນໃຫ້ມີ ຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນວິທີເຮັດວຽກ, ສາມາດຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ດີຂຶ້ນກວ່າເກົ່າ.

ເຂົ້າຮ່ວມໃນພິທີຄັ້ງນີ້ມີ ສະຫາຍ ພົນຕີ ກົງທອງ ພົງວິຈິດ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີບັນດາທ່ານຄະນະພັກ – ຄະນະກອງບັນຊາການຂັ້ນແຂວງ, ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.