ຮົງກົງ ກຽມເພີ່ມງົບປະມານກະຕຸ້ນເສດຖະກິດ

91

ທ່ານ ພອນ ຊານ ລັດຖະມົນຕີກະຊວງການເງິນ ຮົງກົງ ກ່າວວ່າ: ທາງການກຽມຈັດສັນງົບປະມານ 19,1 ຕື້ໂດລາຮົງກົງ ຫຼື ປະມານ 2,44 ຕື້ໂດລາສະຫະລັດ ເພື່ອບັນເທົາຜົນກະທົບທາງເສດຖະກິດທີ່ເກີດຈາກການປະທ້ວງທີ່ຍືດເຍື້ອມາຫຼາຍເດືອນ ແລະ ຄວາມເຄັ່ງຕຶງທາງການຄ້າລະຫວ່າງ ອາເມຣິກາ ແລະ ຈີນ.

ນະໂຍບາຍດັ່ງກ່າວປະກອບມີການປ່ອຍສິນເຊື່ອສໍາລັບທຸລະກິດຂະໜາດນ້ອຍ, ເງິນອຸດໜູນສໍາລັບນັກຮຽນ ແລະ ການຍົກເວັ້ນຄ່າເຊົ່າເຮືອນ ແລະ ຄ່າໄຟຟ້າ ເພື່ອຊ່ວຍເຫຼືອປະຊາຊົນໃນການຮັບມືກັບພາວະເສດຖະກິດຕົກຕໍ່າ.

ທາງການຮົງກົງ ຈະປັບຕົວເລກການຄາດຄະເນການຂະຫຍາຍຕົວທາງເສດຖະກິດໃນປີນີ້ສູ່ລະດັບ 0 – 1% ຈາກແຕ່ກ່ອນ 2 – 3%. ທັງນີ້, ຈະມີການເປີດເຜີຍຕົວເລກການຂະຫຍາຍຕົວທາງເສດຖະກິດປະຈໍາໄຕມາດ 2 ແລະ ຕົວເລກຄາດຄະເນເສດຖະກິດນໍາອີກ.

ກ່ອນໜ້ານີ້ໄດ້ມີການເປີດເຜີຍຕົວເລກຄາດຄະເນເສດຖະກິດ ຮົງກົງ ຄັ້ງທີ 1 ໃຫ້ຮູ້ວ່າ: ເສດຖະກິດຮົງກົງ ຂະຫຍາຍຕົວ 0,6% ໃນໄຕມາດ 2 ເມື່ອປຽບທຽບກັບຫຼາຍປີ ເຊິ່ງສອດຄ່ອງກັບໄຕມາດ 1 ແຕ່ຕໍ່າກວ່າທີ່ນັກເສດຖະສາດຄາດຄະເນໄວ້.