ເຊື່ອມສານການຈັດການຄວາມສ່ຽງດ້ານໄພພິບັດ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງສະພາບອາກາດ

40

ກອງປະຊຸມສໍາມະນາການເຊື່ອມສານໃນການຈັດການຄວາມສ່ຽງດ້ານໄພພິບັດ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງສະພາບອາກາດເພື່ອການຟື້ນຟູຜົນກະທົບຈາກໄພນໍ້າຖ້ວມແບບຍືນຍົງ ແລະ ຄວາມສົມດຸນຂອງວິວັດທະນາການກະສິກໍາຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 12 – 14 ສິງຫາ 2019 ຢູ່ທີ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຈັນທະລາດ ປອງມາລາ ຜູ້ຊ່ວຍຜູ້ຕາງໜ້າອົງການ – ແຜນການຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ, ມີພະແນກການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມສຳມະນາດັ່ງກ່າວໄດ້ແບ່ງກຸ່ມເຮັດວຽກ ເຊິ່ງລວມມີທັງໝົດ 5 ກຸ່ມເຮັດວຽກ ຄື:

ກຸ່ມທີ 1: ການຝຶກການລະລາຍພຶດຕິກໍາເພື່ອຟື້ນຟູຄວາມຈື່ຈໍາຂອງຜູ້ເຂົ້າຮ່ວມກ່ຽວກັບຄວາມຄິດ ແລະ ແຜນວາດລວມຂອງຮູບແບບຄວາມສ່ຽງຂອງແຂວງ ໂດຍໃນມື້ທໍາອິດແມ່ນໄດ້ລົງເລິກດ້ານກອບແນວຄວາມຄິດ ພ້ອມສະຫຼຸບເນື້ອໃນຫຼັກ ແລະ ຈຸດສໍາຄັນ.

ກຸ່ມທີ 2: ສົນທະນາສາເຫດທີ່ກໍໃຫ້ເກີດຄວາມສ່ຽງ.

ກຸ່ມທີ 3: ຄວາມອາດສາມາດທີ່ມີ   ຢູ່ – ການໂຕ້ຕອບທີ່ມີຢູ່ໃນປັດຈຸບັນຜ່ານການເຮັດກິດຈະກໍາແລ້ວແຕ່ລະກຸ່ມແມ່ນໄດ້ລາຍງານຄືນ ພ້ອມທັງສົນທະນາລວມກຸ່ມໃຫຍ່ – ສະທ້ອນຄືນຊ່ອງຫວ່າງ ແລະ ສິ່ງທ້າທາຍຂອງການໂຕ້ຕອບທີ່ມີຢູ່ໃນປັດຈຸບັນ.

ກຸ່ມທີ 4: ແມ່ນເວົ້າເຖິງຄວາມສາມາດສະເພາະດ້ານກະສິກໍາທີ່ດີ ແລະ ຄວາມຕ້ອງການ, ການປະເມີນການມີສ່ວນຮ່ວມຂອງ DRM / CCA ຄືຄວາມພ້ອມຂອງອົງກອນໃນດ້ານກະສິກໍາ, ແນະນໍາເຄື່ອງມື FAO ສໍາລັບການປະເມີນຜົນຄວາມອາດສາມາດສະຖາບັນໃນ DRM / CCA.

ສໍາລັບກຸ່ມທີ 5: ແມ່ນລົງເລິກການປະເມີນຜົນຄວາມອາດສາມາດສະຖາບັນ DRM / CCA ການກະເສດດ້ວຍການນໍາໃຊ້ລາຍການກວດສອບ FAO ສໍາລັບການປະເມີນຜົນຄວາມອາດສາມາດ DRM ໃນລະດັບທ້ອງຖິ່ນ ແລະ ບັນດາຕົວຊີ້ວັດທີ່ໄດ້ຄັດເລືອກສໍາລັບການປະເມີນຜົນຄວາມອາດສາມາດສະຖາບັນເພື່ອການວາງແຜນການປັບຕົວແຫ່ງຊາດ ( NAP ), ການບູລະນະການຫຼັກ DRM / CCA ໃນການວາງແຜນການກະເສດ ແລະ ການບໍລິຫານຈັດການລຸ່ມນໍ້າ, ການນໍາສະເໜີແຜນການພັດທະນາການກະເສດຂອງແຂວງ ແລະ ຂັ້ນຕອນໃນການພັດທະນາແຜນການ 5 ປີໃນຕໍ່ໜ້າ, ການເຊື່ອມໂຍງ DRM / CCA ເຂົ້າໃນການພັດທະນາກະເສດໃນປັດຈຸບັນ, ສິ່ງທ້າທາຍ ແລະ ໂອກາດເພື່ອເສີມສ້າງ DRM / CCA ເຂົ້າໃນແຜນການທີ່ຈະມາເຖິງ, ການນໍາສະເໜີການບໍລິຫານຈັດການລຸ່ມນໍ້າລະດັບແຂວງ ແລະ ການລວມຕົວກັນຂອງ DRM / CCA, ການນໍາສະເໜີແຜນການ DRM ຂອງແຂວງ, ການນໍາສະເໜີຍຸດທະສາດການປ່ຽນແປງສະພາບອາກາດຂອງແຂວງ ໂດຍສະເພາະແມ່ນຄວາມກ່ຽວພັນກັນສໍາລັບຂະແໜງການກະສິກໍາ ແລະ ການບໍລິຫານຈັດການລຸ່ມນໍ້າ.

( ຂ່າວ: ແດງສະຫວັດ )