ເຟດ ໝັ້ນໃຈເສດຖະກິດອາເມຣິກາ ບໍ່ຖອຍຫຼັງ

42

ທ່ານ ເຈເນັດ ເຢວເຊັນ ອະດີດຜູ້ວ່າການທະນາຄານກາງ ອາເມຣິກາ ຫຼື ເຟດ ກ່າວວ່າ: ອາເມຣິກາ ມີຄວາມສ່ຽງໜ້ອຍທີ່ສຸດທີ່ຈະເຂົ້າສູ່ພາວະເສດຖະກິດເສື່ອມໂຊມ.

ການຕົກລົງຂອງອັດຕາຜົນຕອບແທນພັນທະບັດໄລຍະຍາວເມື່ອບໍ່ດົນມານີ້ ເຊິ່ງເຮັດໃຫ້ເກີດຄວາມກັງວົນກ່ຽວກັບການເກີດພາວະເສດຖະກິດເສື່ອມໂຊມນັ້ນອາດຈະເກີດຈາກປັດໄຈຫຼາຍຢ່າງ ໂດຍບໍ່ຈໍາເປັນຕ້ອງບົ່ງຊີ້ເຖິງພາວະເສດຖະກິດໃນອະນາຄົດ.

ທັງນີ້, ອັດຕາຜົນຕອບແທນພັນທະບັດລັດຖະບານອາເມຣິກາ ເກີດພາວະ inverted yield curve ເມື່ອອາທິດທີ່ຜ່ານມາ ເຊິ່ງເປັນພາວະທີ່ອັດຕາຜົນຕອບແທນພັນທະບັດໄລຍະສັ້ນຢູ່ສູງກວ່າພັນທະບັດໄລຍະຍາວ ໂດຍອັດຕາຜົນຕອບແທນພັນທະບັດລັດຖະບານອາເມຣິກາ ອາຍຸ 2 ປີ ຍັບຂຶ້ນເໜືອອັດຕາຜົນຕອບແທນພັນທະບັດອາຍຸ 10 ປີ ເຊິ່ງບົ່ງບອກເຖິງພາວະເສດຖະກິດເສື່ອມໂຊມ.

ນອກຈາກນີ້, ອັດຕາຜົນຕອບແທນພັນທະບັດ ອາເມຣິກາ ອາຍຸ 30 ປີ ຕົກລົງຢ່າງໜັກສູ່ລະດັບຕໍ່າສຸດໃນປະຫວັດສາດເມື່ອອາທິດທີ່ຜ່ານມາ ໃກ້ຫຼຸດລະດັບ 2% ຂະນະທີ່ນັກທຸລະກິດເຂົ້າຊື້ພັນທະບັດໃນຖານະຊັບສິນປອດໄພ.