ແຕ່ງຕັ້ງ ທ່ານ ບຸນໂຮມ ແອງດາວັນ ເປັນຫົວໜ້າຄັງເງິນແຫ່ງຊາດປະຈໍາຫຼວງນໍ້າທາ

67

ການໂຍກຍ້າຍ ຊັບຊ້ອນໜ້າທີ່ຕຳແໜ່ງຍັງດຳເນີນໄປຢ່າງຕໍ່ເນື່ອງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ທາງດ້ານການເມືອງໃນໄລຍະໃໝ່ ຫຼ້າສຸດນີ້ແຂວງ ຫຼວງນໍ້າທາກໍ່ໄດ້ມີການແຕ່ງຕັ້ງຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງຄົນໃໝ່ ໂດຍແມ່ນທ່ານ ບຸນໂຮມ ແອງດາວັນ ໄດ້ຮັບໜ້າທີ່ອັນສຳຄັນດັ່ງກ່າວ.

ພິທີປະກາດ ແລະມອບ-ຮັບໜ້າທີ່ເປັນທາງການມີຂຶ້ນໃນວັນທີ 16 ສິງຫາ 2019 ນີ້ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເຂົ້າຮ່ວມຂອງທ່ານ ບຸນຍີ ແກ້ວຄູນເມືອງ ຮອງເຈົ້າແຂວງໆຫຼວງນໍ້າທາ, ທ່ານ ອ່ອນຈັນ ຄຳພາວົງ ຫົວໜ້າພະແນກການເງິນແຂວງ, ມີຮອງຫົວໜ້າຄັງເງິນແຫ່ງຊາດ, ຫົວໜ້າກົມຈັດຕັ້ງພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ໃນພິທີ ທ່ານ ບຸນທະວີ ແກ່ນປະເສີດ ຫົວໜ້າກົມຈັດຕັ້ງພະນັກງານຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນຮັບອຸດໜູນບໍານານ, ລັດຖະມົນຕີກະຊວງການເງິນເຫັນດີອະນຸມັດໃຫ້ທ່ານ ສົມຮັກ ວົງສະຫວັນ ຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງພັກການຮັບອຸດໜຸນບໍານານ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັງຫົວໜ້າຄັ້ງເງິນແຫ່ງຊາດປະຈຳແຂວງຫຼວງນໍ້າທາ, ໂດຍໄດ້ຕົກລົງແຕ່ງຕັ້ງ ທ່ານ ບຸນໂຮມ ແອງດາວັນ ຮອງຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງ ຂຶ້ນເປັນຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງຜູ້ໃໝ່.

ຈາກນັ້ນ, ທ່ານ ສົມຮັກ ວົງສະຫວັນ ແລະ ທ່ານ ບຸນໂຮມ ແອງດາວັນ ໄດ້ຂຶ້ນເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.