ໃຜຍັງບໍ່ຮູ້ວິທີເຮັດໄຂ່ເຄັມອ່ານສູດນີ້ເລີຍ

117

ຫຼາຍຄົນມັນເອົາໄຂ່ເຄັມມາປຸງແຕ່ງເປັນລາຍການອາຫານຕ່າງໆ ແຕ່ຖ້າຈະຊື້ລາຄາອາດຈະສູງ ແລະ ຍັງບໍ່ຮູ້ວ່າເຮັດຖືກສຸຂະນາໄມໜ້ອຍຫຼາຍປານໃດ. ສະນັ້ນ, ມື້ນີ້ທີມຂ່າວເສດຖະກິດ – ການຄ້າ ຈະພາມາຮຽນເຮັດໄຂ່ເຄັມນໍາກັນຮັບຮອງວ່າແຊບຄືຊື້ມາແນ່ນອນ.

ສ່ວນປະສົມ:

ໄຂ່ເປັດ ຫຼື ໄຂ່ໄກ່ກໍໄດ້ 10 ໜ່ວຍ ( ແຕ່ໄຂ່ເປັດເວລາເຮັດອອກມາຈະມີ ຄວາມມັນ ແລະ ແຊບກວ່າ ), ເກືອ 1 ຖ້ວຍນ້ອຍ, ນ້ຳສະອາດ 1 ລິດ, ກະປຸກທີ່ໃສ່ດອງໄຂ່ເອົາປະເພດທີ່ບໍ່ເປັນປະຕິກິລິຍາກັບເກືອ ເຊັ່ນ: ປຸກແກ້ວ ຫຼື ປຸກຢາງ.

ວິທີເຮັດ:

1 ກ່ອນອື່ນຕ້ອງລ້າງໄຂ່ໃຫ້ສະອາດແລ້ວປະໄວ້ໃຫ້ສະເດັດນ້ຳ ຫຼື ຈົນແຫ້ງດີ ແລະ ເອົາລົງໃສ່ກະປຸກກຽມໄວ້. ຈາກນັ້ນ, ເຮັດນ້ຳເກືອສຳລັບດອງໄຂ່ໂດຍເອົານ້ຳໃສ່ໝໍ້ພ້ອມດ້ວຍເກືອຄ້າງໄຟແຮງຈົນຟົດ ແລະ ຄົນໃຫ້ເກືອລະລາຍດີແລ້ວປົງລົງປະໄວ້ຈົນໃຫ້ເຢັນດີ.

2 ເມື່ອນ້ຳເກືອເຢັນແລ້ວໃຫ້ເອົາມາຖອກໃສ່ກະປຸກໃຫ້ຖ້ວມໄຂ່ ແລ້ວເອົາຖົງຢາງໃສ່ນ້ຳມັດແໜັນໆ ແລະ ເອົາລົງໃນກະປຸກເພື່ອເຕັງໄຂ່ລົງໄປຢູ່ລຸ່ມຈຶ່ງປິດຝາໃຫ້ສະໜິດ ເຊິ່ງຈະເກັບໄວ້ຢູ່ບ່ອນຮົ່ມ ປະມານ 2 – 3 ອາທິດ ຈຶ່ງເອົາຂຶ້ນມາຕົ້ມປະມານ 8 – 10 ນາທີ ກໍຈະໄດ້ໄຂ່ເຄັມແລ້ວ.

ເຄັດລັບ:

ຖ້າຢາກໃຫ້ໄຂ່ແດງເປັນນ້ຳມັນອອກມາເລັກໜ້ອຍ ຫຼັງຈາກທີ່ປະນ້ຳເກືອໄວ້ໃຫ້ເຢັນແລ້ວໃຫ້ໃສ່ເຫຼົ້າຂາວລົງໄປເລັກໜ້ອຍຄົນໃຫ້ເຂົ້າກັນຈຶ່ງຖອກໃສ່ກະປຸກຕາມປົກກະຕິ ຈະເຮັດໃຫ້ໄຂ່ແດງເປັນມັນ ແລະ ແຊບຂຶ້ນ.

ວິທີຕົ້ມໄຂ່ເຄັມໃຫ້ແຊບແມ່ນໃຫ້ເອົາຫີນສົ້ມ 1 ກ້ອນນ້ອຍ ຫຼື ປະມານ     1/2 ບ່ວງແກງ ໃສ່ນ້ຳທີ່ຈະຕົ້ມແລ້ວຈຶ່ງເອົາໄຂ່ລົງໄປຕົ້ມດ້ວຍໄຟປານກາງປະມານ 8 – 10 ນາທີ ຈະເຮັດໃຫ້ໄຂ່ເຄັມແຊບຂຶ້ນ ແຖມຍັງສາມາດເກັບຮັກສາໄດ້ດົນກວ່າຕົ້ມໂດຍບໍ່ໃສ່ຫີນສົ້ມອີກ.

ຂໍ້ມູນຈາກ: yummy.com

ຮຽບຮຽງ: ນຸ້ມນິ້ມ