ໄດ້ແລ້ວ 8 ທີມສຸດທ້າຍ ໃນບານເຕະຊີງຂັນ ທ່ານເລຂາສູນກາງຊາວໜຸ່ມ ເລີ່ມແຂ່ງແລງນີ້

89

ການແຂ່ງຂັນບານເຕະຊີງຂັນ ທ່ານເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ 2019 ທີ່ເປີດສາກຂຶ້ນມານັບຕັ້ງແຕ່ວັນທີ 12 ກໍລະກົດ 2019. ຫຼ້າສຸດ, ໃນອາທິດທີ່ຜ່ານມາໄດ້ແຂ່ງຂັນຮອບແບ່ງກຸ່ມຄົບຖ້ວນແລ້ວ ແລະ ສາມາດຄັດໄດ້ 8 ທີມ ທີ່ດີທີ່ສຸດເຂົ້າຮອບຕໍ່ໄປ ໂດຍຈະແຂ່ງຂັນຮອບ 8 ທີມສຸດທ້າຍ ແລງມື້ນີ້ວັນຈັນທີ 19 ສິງຫາ 2019.

ການແຂ່ງຂັນລາຍການດັ່ງກ່າວມີ 19 ທີມ ເຂົ້າຮ່ວມ ໂດຍແບ່ງອອກເປັນ 4 ກຸ່ມ ແຂ່ງພົບກັນໝົດເພື່ອຄັດເອົາທີມອັນດັບ 1 ແລະ 2 ເຂົ້າຮອບ 8 ທີມສຸດທ້າຍ ເຊິ່ງໃຊ້ສະໜາມລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນສະໜາມແຂ່ງຂັນ ແລະ ມາຮອດປັດຈຸບັນປາກົດວ່າ:

ກຸ່ມ A: ຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ ແຊັມກຸ່ມ ກອດຄໍ ສະມາຄົມທຸລະກິດຊາວຊຽງຂວາງ ເຂົ້າຮອບ 8 ທີມສຸດທ້າຍ ຈາກການມີ 7 ແລະ 5 ຄະແນນຕາມລໍາດັບ, ສ່ວນກະຊວງປ້ອງກັນຄວາມສະຫງົບ ມີ 4 ຄະແນນ ກອດຄໍ ຫ້ອງວ່າການປະທານປະເທດ ທີ່ບໍ່ມີຈັກຄະແນນຕົກຮອບໄປ.

ສ່ວນທີມນໍາກຸ່ມ B: ແຂ່ງຂັນທີມລະ 4 ນັດ ກະຊວງປ້ອງກັນປະເທດ ເຂົ້າຮອບໃນຖານະແຊັມກຸ່ມຈາກການມີ 14 ຄະແນນ ກອດຄໍອັນດັບ 2 ຄະນະຊາວໜຸ່ມແຂວງວຽງຈັນ ທີ່ມີ 9 ຄະແນນ ເຂົ້າຮອບ 8 ທີມສຸດທ້າຍ, ສ່ວນສະມາຄົມນັກທຸລະກິດແຫ່ງຊາດລາວ ມີ 6 ຄະແນນ, ກະຊວງສຶກສາທິການ ແລະ ກີລາ ມີ 3 ຄະແນນ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ບໍ່ມີຈັກຄະແນນ ຕົກຮອບໄປ.

ຂະນະທີ່ ກຸ່ມ C: ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເຂົ້າຮອບໄປໃນຖານະແຊັມກຸ່ມ ຈາກການມີ 9 ຄະແນນເທົ່າກັບ ຫ້ອງວ່າການສູນກາງພັກ ແຕ່ມີຜົນປະຕູໄດ້ເສຍດີກວ່າ, ສ່ວນສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຈົ້າພາບ ຕົກຮອບຢ່າງໜ້າເສຍດາຍເຖິງຈະມີ 9 ຄະແນນເທົ່າກັບແຊັມກຸ່ມ ແລະ ຮອງແຊັມກຸ່ມ ເພາະມີຜົນປະຕູໄດ້ເສຍໜ້ອຍກວ່າ ຖືກຈັດຢູ່ອັນດັບ 3 ຂອງກຸ່ມ ຕົກຮອບໄປເຊັ່ນດຽວກັບ, ສ່ວນອັນດັບ 4 ສານປະຊາຊົນສູງສຸດ ທີ່ມີ 3 ຄະແນນ ແລະ ອັນດັບສຸດທ້າຍຂອງກຸ່ມ ສູນກາງແນວລາວສ້າງຊາດ ບໍ່ມີຈັກຄະແນນ.

ທາງດ້ານກຸ່ມ D: ກະຊວງສາທາລະນະສຸກ ເຂົ້າຮອບໃນຖານະແຊັມກຸ່ມ ຈາກການມີ 9 ຄະແນນ ແລະ ກະຊວງການຕ່າງປະເທດ ເຂົ້າຮອບໃນຖານະຮອງແຊັມກຸ່ມ ຈາກການມີ 7 ຄະແນນ, ສ່ວນກະຊວງອຸດສາຫະກໍາ ແລະ ການຄ້າ ມີ 6 ຄະແນນ ກອດຄໍ ສະພາແຫ່ງຊາດ ມີ 4 ຄະແນນ ແລະ ກະຊວງ ການເງິນ ມີ 2 ຄະແນນຕົກຮອບໄປ.

ໂດຍຕາຕະລາງແຂ່ງຂັນຮອບ 8 ທີມສຸດທ້າຍ ໃນວັນຈັນທີ 19 ສິງຫາ 2019 ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ພົບກັບ ຫ້ອງວ່າການສູນກາງພັກ ເວລາ 15:00 ໂມງ ແລະ ກະຊວງການຕ່າງປະເທດ ພົບກະຊວງປ້ອງກັນປະເທດ ເວລາ 17:00 ໂມງ, ສ່ວນໃນອັງຄານທີ 20 ສິງຫາ 2019 ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພົບກັບສະມາຄົມທຸລະກິດຊາວຊຽງຂວາງ ເວລາ 15:00 ໂມງ ແລະ ກະຊວງສາທາລະນະສຸກ ພົບຄະນະຊາວໜຸ່ມແຂວງວຽງຈັນ ເວລາ 17:00 ໂມງ.

ສໍາລັບເງິນລາງຊະນະເລີດຈະໄດ້ 10 ລ້ານກີບ ພ້ອມຂັນລາງວັນມູນຄ່າ 3 ລ້ານກີບ ແລະ ຫຼຽນລາງວັນ, ອັນດັບ 2 ໄດ້ 7 ລ້ານກີບ ພ້ອມຫຼຽນລາງວັນ, ອັນດັບ 3 ໄດ້ 5 ລ້ານກີບ ພ້ອມຫຼຽນລາງວັນ ແລະ ອັນດັບ 4 ໄດ້ 3 ລ້ານກີບ ພ້ອມຫຼຽນລາງວັນ. ນອກນັ້ນ, ກໍຍັງມີລາງວັນດາວຍິງສູງສຸດ, ນັກເຕະດີເດັ່ນ ແລະ ລາງວັນອື່ນໆອີກ.

( ຄໍາສອນ; ຮູບຈາກ: LAO YOUTH UNION Championship )