ຈີນປະສົບຜົນສຳເລັດ! ປ່ຽນຂົງເຂດທະເລຊາຍ ເປັນແຫຼ່ງຜະລິດກະສິກຳ

18 Aug 2019

ຄລິກແຊຣ໌ 0 Facebook WhatsApp

ໜ່ວຍງານທ້ອງຖິ່ນຂອງຈີນລາຍງານວ່າ ແນວທາງການປ່ຽນແປງຂົງເຂດດິນທີ່ແຫ້ງແລ້ງໃຫ້ກາຍເປັນພື້ນທີ່ກະສິກຳທີ່ອຸດົມສົມບູນ ເຊິ່ງພັດທະນາໂດຍບັນດານັກວິທະຍາສາດຊາວຈີນ ປະສົບຜົນສຳເລັດຢ່າງສູງ ໃນຂົງເຂດທະເລຊາຍ ທາງພາກເໜືອຂອງປະເທດ.

ທີມນັກຄົ້ນຄວ້າຈາກມະຫາວິທະຍາໄລສົງຊິ່ງ ນຳໂດຍສາສະດາຈານອີ້ຈື້ຈຽນ ໄດ້ອອກແບບດິນໜຽວທີ່ຜະລິດຈາກເຊລລູໂລສຂອງພືດ (Cellulose) ເຊິ່ງຊ່ວຍເຮັດໃຫ້ດິນຊາຍດູດຊຶມນໍ້າ, ແຮ່ທາດ ແລະ ອາກາດ.

ในภาพอาจจะมี ท้องฟ้า, สถานที่กลางแจ้ง และธรรมชาติ

ອົງການວິທະຍາສາດ ແລະ ເຕັກໂນໂລຊີຂອງອັລຊາລີກ (Alxa League) ເຂດປົກຄອງຕົນເອງມົງໂກເລຍໃນ ໃຫ້ຮູ້ວ່າ ໄດ້ນໍາແນວທາງວິທີການປ່ຽນດິນຂ້າງຕົ້ນໄປໃຊ້ກັບຂົງເຂດທະເລຊາຍອູລັນ ບູ (Ulan Buh Desert) ແລ້ວກວ່າ 266 ເຮັກຕ້າ ໂດຍທັງພັນພືດ, ຫຍ້າ, ຕົ້ນໄມ້ເປັນຟຸ່ມ ແລະ ສະໝຸນໄພ ນານາຊະນິດລ້ວນແລ້ວເຕີບໃຫຍ່ເປັນຢ່າງດີ.

ນອກຈາກນີ້, ທີມນັກຄົ້ນຄວ້າຂອງທ່ານອີ້ ຈະຂະຫຍາຍການທົດລອງ ພ້ອມທັງຄັດເລືອກເອົາພັນພືດ ຊະນິດຕ່າງໆ ທີ່ເໝາະສົມສຳລັບການປູກດ້ວຍວິທີນີ້ເຊັ່ນກັນ.

ในภาพอาจจะมี สถานที่กลางแจ้ง และธรรมชาติ

ຕັ້ງແຕ່ປີ 2013 ເປັນຕົ້ນມາ ຄະນະຜູ້ຊ່ຽວຊານທີມນີ້ ໄດ້ທົດລອງໃຊ້ວິທີການປ່ຽນແປງສະພາບດິນໃນເທສະບານນະຄອນສົງຊິ່ງ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ເຊິ່ງມີສະພາບາກາດອົບອຸ່ນ ແລະ ມີຄວາມຊຸ່ມ.

ຫຼັງຈາກນັ້ນ, ຈຶ່ງເລິ່ມການທົດລອງເທິງພື້ນດິນຊາຍ ຂະໜາດ 1,6 ເຮັກຕ້າ ໃນເຂດທະເລຊາຍອູລັນ ບູ ເມື່ອເດືອນມີນາ ປີ 2016 ເຊິ່ງໄດ້ຮັບປະສິດທິຜົນເປັນຢ່າງດີ.

ในภาพอาจจะมี ต้นพืช และอาหาร

ທ່ານອີ້ ກ່າວວ່າ ງົບປະມານທີ່ຕ້ອງໃຊ້ໃນການຫັນປ່ຽນທີ່ດິນຕໍ່ 1 ເຮັກຕ້າ ປະມານ 22.500-40.500 ຢວນ (ປະມານ 27,7-50 ລ້ານກີບ). ນອກຈາກນີ້, ດິນໜຽວດັ່ງກ່າວຍັງບໍ່ເປັນສານພິດ, ເປັນມິດກັບສິ່ງແວດລ້ອມ, ລົງທຶນປະຢັດ ແລະ ເໝາະສົມກັບຂະບວນການຜະລິດຈໍານວນຫຼາຍ.

ນັກທ່ອງທ່ຽວທ່ານໜຶ່ງ ໄດ້ໃຫ້ສຳພາດ ວ່າ “ຕົນບໍ່ເຄີຍຄາດຄິດເລີຍວ່າ ຜັກ ແລະ ໝາກໄມ້ສົດເຫຼົ່ານີ້ ຈະສາມາດປູກໄດ້ກັບສະພາບພື້ນດິນແບບນີ້”.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ຂໍ້ມູນ ແລະ ຮູບຈາກ: China Xinhua News

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ