ສຸດເສົ້າ! ລາວສູນເສຍບຸກຄະລາກອນສຳຄັນໄປອີກໜື່ງຄົນ “ທ່ານ​ຄຳປານ ພິລາວົງ”​

196

ກ້າວເຂົ້າປີ 2019 ສປປ ລາວ ໄດ້ສູນເສຍບຸກຄະລາກອນທີ່ສໍາຄັນຂອງຊາດໄປແລ້ວຫຼາຍທ່ານ ລວມທັງຜູ້ທີ່ມີຊື່ສຽງທາງດ້ານການປະພັນ, ນັກແຕ່ງເພັງ ແລະ ສິລະປະປິນລະດັບຊາດອີກຫຼາຍທ່ານ. ແຕ່ຫຼ້າສຸດ, ບຸກຄົນທີ່ສຳຄັນຢູ່ໃນຖັນແຖວການນໍານັ້ນຄື ສະຫາຍ ຄຳປານ ພິລາວົງ ທີ່ໄດ້ເສຍສະຫຼະປະກອບສ່ວນສ້າງສາພັດທະນາປະເທດຊາດໄດ້ຈາກໄປຢ່າງບໍ່ມີວັນຫວນຄືນ ເຊິ່ງຍັງຄົງຫຼືອໄວ້ພຽງຜົນງານໃຫ້ປະເທດຊາດໄດ້ຈາລຶກໄວ້.

 

ທ່ານ ຄຳປານ ພິລາວົງ

 

ໃນວັນທີ 18 ສິງຫາ 2019. ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສູນກາງແນວລາວ ສ້າງຊາດ, ກະຊວງພາຍໃນ, ຄອບຄົວ ພິລາວົງ ຂໍແຈ້ງຂ່າວ ຄວາມເສົ້າສະຫຼົດໃຈມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດ ຊາບທົ່ວເຖິງກັນວ່າ: ສະຫາຍ ຄຳປານ ພິລາວົງ ອາດີດກຳມະການສູນກາງພັກ ສະໄໝທີ IV, V, VI, VII ແລະ VIII, ອາດີດເລຂາຄະນະ ບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງຊຽງຂວາງ, ອາດີດ ປະທານສູນກາງ ສະຫະພັນກຳມະບານລາວ, ອາດີດສະມາຊິກສະພາແຫ່ງຊາດ ຊຸດທີ III, ອາດີດ ເຈົ້າຄອງ ກຳແພງນະຄອນວຽງຈັນ, ອາດີດ ຫົວໜ້າອະທິໄອຍະການປະຊາຊົນສູງສຸດ, ອາດີດ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ແຂວງບໍລິຄຳໄຊ, ອາດີດ ລັດຖະມົນຕີ ກະຊວງພາຍໃນ ໄດ້ເຖິງມໍລະກຳ ເຊິ່ງສະຫາຍ ໄດ້ມີການເຈັບເປັນ, ການຈັດຕັ້ງ, ຄອບຄົວ, ຍາດພີ່ນ້ອງ, ຄະນະແພດໝໍໄດ້ເອົາໃຈໃສ່ ປິ່ນປົວຈົນສຸດຄວາມສາມາດ ແຕ່ກໍບໍ່ສາມາດກອບກູ້ເອົາຊີວິດຂອງ ສະຫາຍ ໄດ້, ສະຫາຍ ຈຶ່ງໄດ້ເສຍຊີວິດໃນເວລາ 17 ໂມງ 00 ນາທີ ຂອງວັນທີ 17 ສິງຫາ 2019 ລວມອາຍຸໄດ້ 76 ປີ.

ເທດສະບານເມືອງ ແປກ ແຂວງ ຊຽງຂວາງ ບ່ອນທ່ານເຄີຍເຮັດວຽກເປັນເຈົ້າແຂວງ ທີ່ນັ້ນ

 

ເພື່ອຈາລຶກຄຸນງາມຄວາມດີຂອງ ສະຫາຍ ຄຳປານ ພິລາວົງ ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ, ເຊິ່ງເປັນໜຶ່ງໃນ ພະນັກງານການນຳຂັ້ນສູງຂອງພັກ-ລັດ. ຄະນະບໍລິຫານງານສູນກາງພັກ,ລັດຖະບານ, ສູນກາງແນວລາວສ້າງຊາດ, ກະຊວງພາຍໃນ. ໄດ້ຕົກລົງຈັດງານຊາປະນະກິດສົບ ແລະ ພິທີໄວ້ອາໄລຢ່າງເປັນທາງການ ເປັນເວລາ 6 ວັນ ນັບແຕ່ວັນທີ 17 ສິງຫາ 2019 ເຖິງວັນທີ 22 ສິງຫາ 2019.

 

ເທດສະບານເມືອງປາກຊັນ ແຂວງ ບໍລິຄຳໄຊ ບ່ອນເຮັດວຽກຕອນທ່ານເປັນເຈົ້າແຂວງ ທີ່ນັ້ນ

 

ປັດຈຸບັນສົບຂອງ ເພິ່ນໄດ້ບຳເພັນກຸສົນໄວ້ທີ່ເຮືອນຜູ້ກ່ຽວ ທີ່ບ້ານສີ ສັງວອນ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ. ສ່ວນວັນຊາປະນະກິດສົບ ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ສິງຫາ 2019, ເວລາ 13:00 ໂມງ ທີ່ວັດເທບນິມິດ (ທາດຝຸ່ນ).
ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດຊາບທົ່ວເຖິງກັນດ້ວຍ.