ເຕືອນ! ໃຜຢູ່ລຽບລ້ອງນໍ້າຄານລະວັງ, ໄຟຟ້ານໍ້າຄານ 3 ລະບາຍນໍ້າຈາກເຂື່ອນມື້ນີ້

91

ເນື່ອງຈາກສະພາບອາກາດ ໃນໄລຍະນີ້ມີຝົນຕົກ ແລະ ຕົກຕິດຕໍ່ກັນເປັນເວລາຫຼາຍວັນ ແລະ ອີງໃສ່ປະລິມານນໍ້າໄຫຼເຂົ້າອ່າງຕົວຈິງໃນແຕ່ລະວັນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈະເຮັດໃຫ້ລະດັບການເກັບກັກນໍ້າ ໃນອ່າງເກັບນໍ້າເຂື່ອນໄຟຟນໍ້າຄານ 3 ເພີ່ມຂຶ້ນໃກ້ຈະເຖິງລະດັບກັກເກັບນໍ້າສູງສຸດ ແລະ ເພື່ອປ້ອງກັນໄພນໍ້າຖ້ວມຈາກນໍ້າທຳມະຊາດ.

 

ในภาพอาจจะมี ผู้คนกำลังยืน, ท้องฟ้า, ภูเขา, สะพาน, ต้นพืช, สถานที่กลางแจ้ง, ธรรมชาติ และน้ำ

 

ດັ່ງນັ້ນ, ເຂື່ອນໄຟຟ້ານໍ້າຄານ 2-3, ຝ່າຍຜະລິດ ບໍລິສັດຜະລິດໄຟຟ້າ ມະຫາຊົນ ແຈ້ງການເລກທີ 2765/ຜຟຟລ.ນ 2-3 ລົງວັນທີ 16 ສິງຫາ 2019 ແຈ້ງການເຖິງຫົວໜ້າ ຫ້ອງວ່າການປົກຄອງເມືອງຫຼວງພະບາງ; ຫົວໜ້າຫ້ອງວ່າການປົກຄອງເມືອງ ຊຽງເງິນ; ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ; ຫົວໜ້າ ບໍລິສັດເອບີກໍ່ສ້າງຂົວທາງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວຫ້ອງການບັນຊາການໂຄງການ ກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນຫວຽງຈັນ ຊ່ວງທີ IV ປະຈຳແຂວງ ຫຼວງພະບາງ;  ຫົວໜ້າ ກຸ່ມບໍລິສັດນໍ້າທາກໍ່ສ້າງຂົວທາງຈຳກັດຜູ້ດຽວ ພະແນກບໍລິຫານທາງລົດໄຟລາວ-ຈີນ; ຫົວໜ້າ ລັດວິສາຫະກິດ ນໍ້າປະປາ ສາຂາແຂວງຫຼວງພະບາງ ແລະ ຫົວນ້າ ລັດວິສາຫະກິດ ນໍ້າປະາລາວເອເຊຍ ເລື່ອງ: ການເພີ່ມລະບາຍນໍ້າຜ່ານປະຕູນໍ້າລົ້ນ ຂອງເຂື່ອນໄຟຟ້ານໍ້າຄານ 3.

 

ในภาพอาจจะมี ภูเขา, สถานที่กลางแจ้ง, ธรรมชาติ และน้ำ

 

ເຊິ່ງໃນແຈ້ງການລະບຸວ່າ: ເລີ່ມແຕ່ເວລາ 24:00 ຂອງວັນທີ 18 ສິງຫາ 2019 ຈະໄດ້ເພີ່ມການລະບາຍນໍ້າຜ່ານປະຕູນໍ້າລົ້ນຂອງເຂື່ອນໄຟຟ້ານ້ຳຄານ 3. ປັດຈຸບັນຈຳນວນການລະບາຍນ້ຳຜ່ານເຄື່ອງຈັກແມ່ນ 172 ແມັດກ້ອນຕໍ່ວິນາທີ ແລະ ຈະເພີ່ມການລະບາຍນໍ້າຜ່ານປະຕູນ້ຳລົ້ນ 500 ແມັດກ້ອນຕໍ່ວິນາທີ ລວມການລະບາຍນໍ້າລົງສູ່ທ້າຍເຂື່ອນທັງໝົດ 672 ແມັດກ້ອນຕໍ່ວິນາທີ. ເຊິ່ງການປ່ຽນແປງໃນດັ່ງກ່າວຈະເຮັດໃຫ້ລະດັບນໍ້າທ້າຍເຂື່ອນປ່ຽນແປງຈາກລະດັບປົກກະຕິ 307.76 masl ມາຢູ່ໃນລະດັບ 309.60 masl ເຊິ່ງຈະເພີ່ມຂຶ້ນ 1.84-2 ແມັດ (ລະດັບນໍ້າບໍ່ຈັດຢູ່ໃນລະດັບອັນຕະລາຍ).

 

ในภาพอาจจะมี ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ

 

ສະນັ້ນ, ຈຶ່ງຂໍປະຊາສຳພັນເຖິງອຳນາດການປົກຄອງ, ຜູ້ປະກອບການທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນທີ່ອາໄສຢູ່ລ້ອງສາຍນ້ຳຄານຕອນລຸ່ມ ຈົ່ງມີສະຕິກຽມພ້ອມ ພ້ອມໃຫ້ເຝົ້າລະວັງ ແລະ ເກັບມຽນສິ່ງຂອງ ເພື່ອປ້ອງກັນການເສຍຫາຍຈາກນ້ຳຖ້ວມ ອັນເນື່ອງມາຈາກການລະບາຍນ້ຳຜ່ານປະຕູນ້ຳລົ້ນ ໂດຍເຮັດໃຫ້ລະດັບນ້ຳທ້າຍເຂື່ອນ ແລະ ລ້ອງນໍ້າຄານຕອນລຸ່ມເພີ່ມຂຶ້ນ.

 

ในภาพอาจจะมี ข้อความ