ເຫດລະເບີດໃນງານແຕ່ງດອງ ຕາຍຫຼາຍກວ່າ 60 ເຈັບເກືອບ 200 ຄົນ ປະເທດອັບການິດສະຖານ

49

ເຫດລະເບີດໃນງານດອງ ມີຜູ້ເສຍຊີວິດ ຫຼາຍກວ່າ 60 ຄົນ ແລະ ເກືອບ 200 ຄົນໄດ້ຮັບບາດເຈັບ ພາຍໃນໂຮງແຮມແຫ່ງໜຶ່ງ ຂອງນະຄອນຫຼວງຄາບູລ ປະເທດອັບການິດສະຖານ.

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງຄາບູລ ປະເທດອັບການິດສະຖານ ເມື່ອວັນອາທິດ ທີ 18 ສິງຫາ ວ່າ ກະຊວງພາຍໃນຂອງອັບການິດສະຖານ ລາຍງານ ເມື່ອວັນອາທິດ ວ່າ ເກີດການລະເບີດຮຸນແຮງ ເມື່ອຄືນວັນເສົາ ຜ່ານມາ ພາຍໃນຫ້ອງຈັດງານລ້ຽງຂອງໂຮງແຮມແຫ່ງໜຶ່ງ ເຂດພາກຕາເວັນຕົກຂອງນະຄອນຫຼວງຄາບູລ ເຊິ່ງກຳລັງມີງານລ້ຽງພິທີແຕ່ງດອງ ຈຶ່ງມີແຂກຄົນຈຳນວນຫຼາຍມາຮ່ວມງານ ແຮງລະເບີດສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 63 ຄົນ ແລະ ບາດເຈັບ 182 ຄົນ.

ในภาพอาจจะมี กลางคืน, สถานที่กลางแจ้ง และข้อความ

ในภาพอาจจะมี 2 คน

ຫຼັງຈາກເກີດເຫດ ຍັງບໍ່ມີກຸ່ມໄດ້ອອກມາສະແດງຕົວວ່າຢູ່ເບື້ອງຫຼັງ ແຕ່ສະຖານທີ່ເກີດເຫດນັ້ນ ເປັນເຂດທີ່ຢູ່ອາໄສຂອງຊາວຊີອະ ຂະນະທີ່ສະມາຊິກຂອງກຸ່ມຕາລີບັນ ແລະ ກຸ່ມໄອເອັສ ເປັນຊາວສຸໜີ່. ນອກຈາກນີ້, ເຫດລະເບີດນອງເລືອດຄັ້ງນີ້ ເຊິ່ງຝ່າຍຄວາມໝັ້ນຄົງ ຕັ້ງຂໍ້ສັນນິຖານວ່າ ເປັນການລະເບີດຂ້າໂຕຕາຍ ພ້ອມຍັງເກີດຂື້ນພຽງບໍ່ເທົ່າໃດມື້ເທົ່ານັ້ນ ຫຼັງຜູ້ແທນຂອງລັດຖະບານສະຫະລັດ ແລະ ກຸ່ມຕາລີບັນໄດ້ເຈລະຈາກັນ ຮອບທີ 8 ທີ່ນະຄອນຫຼວງໂດຮາ ປະເທດກາຕ້າ ເມື່ອຕົ້ນເດືອນນີ້ ແລະ ຫຼາຍຝ່າຍຄາດການວ່າ ຈະນຳໄປສູ່ການເຊັນສັນຍາລົງນາມໃນຂໍ້ຕົກລົງ ວ່າດ້ວຍການໃຫ້ທະຫານອາເມຣິກັນ ແລະ ພັນທະມິດທີ່ຍັງເຫຼືອກວ່າ 10 ພັນຄົນ ໃຫ້ຖອນກຳລັງກັບຄືນປະເທດ ດ້ວຍເງື່ອນໄຂທີ່ວ່າ ກຸ່ມຕາລີບັນຈະບໍ່ກໍ່ເຫດຮຸນແຮງ.

ในภาพอาจจะมี 1 คน, กำลังยืน และรองเท้า

ในภาพอาจจะมี ต้นพืช

ທັງນີ້ ນັບຕັ້ງແຕ່ເຄີຍປະຈໍາການທະຫານສູງສຸດ ຫຼາຍເຖິງ 1 ແສນຄົນ ໃນໄລຍະຫຼັງເກີດເຫດວິນາດສະກໍາ 911 ເມື່ອວັນທີ 11 ກັນຍາ 2001 ລັດຖະບານວໍຊິງຕັນໄດ້ໃຊ້ງົບປະມານຫຼາຍກວ່າ 1 ພັນຕື້ໂດລາ (8,6 ລານຕື້ກີບ) ໄປກັບສົງຄາມໃນປະເທດອັບການິດສະຖານ ເຊິ່ງຫຼາຍພາກສ່ວນວິເຄາະວ່າ  “ເປັນການຈ່າຍເງິນຖິ້ມໄປລ້າໆ” ເນື່ອງຈາກວ່າຍິ່ງເວລາຈະຜ່ານໄປດົນ ກຸ່ມຕາລີບັນກໍ່ສາມາດກັບຄືນມາຢຶດຄອງພື້ນທີ່ໄດ້ຫຼາຍຂຶ້ນ ເຖິງວ່າລັດຖະບານວໍຊິງຕັນ ກຳລັງພະຍາຍາມເຝິກກອງກຳລັງປ້ອງກັນຕົນເອງຂອງອັບການິດສະຖານ ແຕ່ກໍ່ຍັງບໍ່ມີປະສິດທິພາບພຽງພໍ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

ในภาพอาจจะมี 1 คน, กำลังยืน, ท้องฟ้า และสถานที่กลางแจ้ง