ຂ່າວດີເພື່ອຊາວອັດຕະປື! ໃຜມີບັນຫາສຸຂະພາບກວດ-ຮັບຢາຟຣີຢູ່ໂຮງໝໍ

51

ແຈ້ງຂ່າວດີອີກແລ້ວ ສຳລັບພີ່ນ້ອງຊາວແຂວງອັດຕະປື ແລະ ບັນດາພີ່ນ້ອງທີ່ອາໄສຢູ່ແຂວງໃກ້ຄຽງ ທີ່ມີຄວາມສົນໃຈຢາກມາກວດເຊັກສຸຂະພາບ ແລະ ຮັບຢາກິນ ໂດຍບໍ່ໄດ້ເສຍຄ່າ ທີ່ໂຮງໝໍອັດຕະປື ເຊິ່ງມີທ່ານໝໍຜູ້ຊ່ຽວຊານມາຈາກ ອົງການບໍລິຫານຢາຟຣີສຳລັບປະຊາຊົນທ້ອງຖິ່ນສະມາຄົມຊາວພຸດໄຕ້  ຫວັນ ທີ່ມາໃຫ້ການຊ່ວຍເຫຼືອ ໂດຍສົມທົບກັບພະແນກສາທາລະນະສຸກແຂວງ ໂຮງໝໍແຂວງອັດຕະປືບໍລິການກວດເຊັກສຸຂະພາບ ແລະ ຮັບຢາຟຣີ ໃນຄັ້ງວັນທີ 19 ສິງຫາ 2019ນີ້.

 

ເປັນພຽງພາບປະກອບຂ່າວ

 

ໂດຍອີງຕາມທິດຊີ້ນຳຂອງຄະນະນຳຂັ້ນແຂວງ ໃນການຕ້ອນຮັບທີມງານທີ່ໃຫ້ການຊ່ວຍເຫຼືອດ້ານການກວດສຸຂະພາບ ແລະ ຢາຍຢາຟຣີ ໃຫ້ພໍ່ແມ່ປະຊາຊົນຊາວແຂວງອັດຕະປື ໃນຄັ້ງວັນທີ 28 ມິຖຸນາ 2019; ອີງຕາມເອກະສານທາງການຂອງອົງການບໍລິການຢາຟຣີ ສໍາລັບປະຊາຊົນທ້ອງຖິ່ນຊາວພຸດໄຕ້ ຫວັນ ແລະ ອີງຕາມແຈ້ງຕອບຂອງພະແນກສາທາລະນະສຸກແຂວງ ສະບັບລກທີ 609/ສທຂ ລົງວັນທີ 1 ສິງຫາ 2019

ເປັນພຽງພາບປະກອບຂ່າວ

 

ດັ່ງນັ້ນ, ຫົວໜ້າຫ້ອງວ່າການແຂວງ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 761/ຫວຂ ລົງວັນທີ 15 ສິງຫາ 2019  ໃຫ້ປະຊາຊົນທຸກພາກສ່ວນທີ່ມີຄວາມສົນໃຈຢາກມາກວດເຊັກສຸຂະພາບ ແລະ ຮັບຢາ (ບໍ່ເສຍຄ່າ)ເປັນຕົ້ນ: ກວດແຂ້ວ, ກວດຕາ, ຝັງເຂັມ, ຜ່າຕັດນ້ອຍ ແລະ ກວດສຸຂະພາບທົ່ວໄປ ທີ່ໂຮງໝໍແຂວງ ອັດຕະປື ໃນຄັ້ງວັນທີ 19 ສິງຫາ 2019 ເລີ່ມແຕ່ວັນທີ 8:00 ໂມງເປັນຕົ້ນໄປ

 

ເປັນພຽງພາບປະກອບຂ່າວ