ນາຍົກ ໂອ້ລົມການນຳແຂວງສາລະວັນ ສັບຊ້ອນພະນັກງານໃຫ້ຖືກຄວາມສາມາດ

142

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເດີນທາງລົງເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ ໃນລະຫວ່າງວັນທີ 13 – 14 ສິງຫາ. ໂອກາດດັ່ງກ່າວທ່ານໄດ້ໂອ້ລົມພະນັກງານການນຳຂອງແຂວງສາລະວັນ ເຊິ່ງເນັ້ນໜັກໃຫ້ເອົາໃຈໃສ່ຫຼາຍບັນຫາ ໂດຍສະເພາະແມ່ນການສັບຊ້ອນພະນັກງານຕ້ອງໃຫ້ຖືກກັບຄວາມສາມາດ ແລະ ມີຄວາມຊື່ສັດຕໍ່ພັກ – ລັດ. ພ້ອມດຽວກັນນັ້ນ, ກໍໃຫ້ສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມໃນການພັດທະນາຜ່ານການລົງທຶນ.

ກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍທີ່ການນຳຂອງແຂວງໃນແຕ່ລະຂັ້ນທີ່ໄດ້ເອົາໃຈໃສ່ຊຸກຍູ້ຂະບວນການຜະລິດຕ່າງໆຂອງພໍ່ແມ່ປະຊາຊົນ ເປັນຕົ້ນກໍແມ່ນການປູກມັນຕົ້ນ, ສາລີ ແລະ ອື່ນໆເພື່ອເປັນການພັດທະນາເສດຖິດ – ສັງຄົມ ກໍຄືການພັດທະນາຄອບຄົວຂອງພໍ່ແມ່ປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄອບຄົວພັດທະນາຕາມແນວທາງຂອງພັກ, ນອກຈາກການປູກແລ້ວກໍຍັງໄດ້ມີການສົ່ງເສີມການລ້ຽງສັດປະເພດຕ່າງໆນຳອີກ ນັ້ນແມ່ນການພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ກໍຄືການພັດທະນາພື້ນຖານໂຄງລ່າງເສດຖະກິດ – ສັງຄົມຂອງແຂວງໃຫ້ດີຂຶ້ນໄປເລື້ອຍໆ. ພ້ອມນັ້ນ, ກໍແມ່ນໃຫ້ເອົາໃຈໃສ່ໃນການສ້າງຂະບວນການຕ່າງໆຕ້ອນຮັບກອງປະຊຸມໃຫຍ່ແຕ່ລະຂັ້ນ, ທັງຮັບປະກັນຄວາມສະຫງົບໃຫ້ດີ ແລະ ຕ້ານພະຍາດຕ່າງບໍ່ໃຫ້ເກີດຂຶ້ນ, ເດັດຂາດຕ້ານການຄ້າຂາຍເຖື່ອນ, ບຸກຄົນທີ່ບໍ່ດີ ຖ້າເຮັດບໍ່ໄດ້ ກອງປະຊຸມໃຫຍ່ກໍບໍ່ມີຄວາມໝາຍຫຍັງ.

ດັ່ງນັ້ນ, ຕ້ອງເອົາໃຈໃສ່ຢ່າງເຄັ່ງຄັດຕໍ່ກັບບັນຫາດັ່ງກ່າວນີ້, ການກະກຽມກອງປະຊຸມໃຫຍ່ແຕ່ລະຂັ້ນຕ້ອງຕິດພັນກັບແຜນພັດທະນາເສດຖະກິດ ແລະ ການສ້າງພະນັກງານໜຸ່ມນ້ອຍສືບທອດປ່ຽນແທນ, ການສັບຊ້ອນພະນັກງານກໍຕ້ອງໃຫ້ຖືກຕ້ອງກັບຄວາມສາມາດທ່າແຮງບົ່ມຊອນຂອງແຕ່ຄົນ ແລະ ຂອງແຕ່ລະເມືອງ, ສິ່ງສຳຄັນກໍແມ່ນຕ້ອງເອົາພະນັກງານທີ່ມີ ຄວາມຊື່ສັດຕໍ່ພັກ, ຕໍ່ລັດ, ສ້າງຄວາມເປັນເອກະພາບກັນໃຫ້ສູງໃນການກະກຽມກອງປະຊຸມໃຫຍ່, ເຮັດວຽກເປັນໝູ່ຄະນະລວມສູນປະຊາທິປະໄຕ ແຕ່ມອບວຽກໃຫ້ບຸກຄົນຮັບຜິດຊອບໂດຍການມີຂອບ ມີການກຳນົດເວລາ ພ້ອມທັງມີການກວດກາຕີລາຄາຄືນໜ້າວຽກຕ່າງໆ. ນອກຈາກນັ້ນ, ກໍແມ່ນໃຫ້ເອົາໃຈໃສ່ໃນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມລະດັບຄາດໝາຍທີ່ກຳນົດໄວ້, ດ້ານການລົງທຶນຕ່າງໆກໍຕ້ອງໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມ ຖ້າໂຄງການໃດປະຊາຊົນບໍ່ມີສ່ວນຮ່ວມກໍໃຫ້ດຶງເອົາປະຊາຊົນເຂົ້າມາມີສ່ວນຮ່ວມໃນການລົງທຶນ ພ້ອມທັງປະຕິບັດ 3 ເປີດ.

ພ້ອມດຽວກັນນີ້, ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ກໍໄດ້ລາຍງານສະພາບການໂດຍຫຍໍ້ ເປັນຕົ້ນແມ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ ແລະ ຂະບວນການຜະລິດຕ່າງໆຂອງປະຊາຊົນ ແລະ ທິດທາງແຜນການທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ.

ຈາກນັ້ນ, ທ່ານເຈົ້າແຂວງສາລະວັນ ກໍໄດ້ນຳພາທ່ານນາຍົກລັດຖະມົນຕີໄປຢ້ຽມຢາມເບິ່ງໂຮງໝໍແຂວງ ໂດຍເປັນກຽດຕ້ອນຮັບຂອງ ທ່ານ ບົວໄລ ແສງແກ້ວມີກໍ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ທ່ານຫົວໜ້າພະແນກສາທາລະນະສຸກແຂວງ ກໍໄດ້ລາຍງານສະພາບການກ່ຽວກັບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າທີ່ຈະຈັດຕັ້ງປະຕິບັດ.

ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ມອບເງິນຈຳນວນໜຶ່ງໂດຍເປັນກຽດຮັບຂອງ ທ່ານ ບົວໄລ ແສງແກ້ວມີກໍ ຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ.

ພ້ອມດຽວກັນນີ້, ທ່ານຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ກໍໄດ້ນຳພາທ່ານນາຍົກລັດຖະມົນຕີຢ້ຽມຢາມເບິ່ງຄົນເຈັບທີ່ເຂົ້າມານອນປິ່ນປົວໃນໂຮງໝໍແຂວງສາລະວັນ.

[ ຮູບ – ຂ່າວ: ສິດຕາ ເພັດວົງສາ ]