ລາວ – ກຳປູເຈຍ ຫາລືເຊື່ອມການລົງທຶນເຂົ້າກັນ

40

ສະມາຄົມນັກທຸລະກິດໜຸ່ມລາວ ແລະ ສະມາຄົມນັກທຸລະກິດໜຸ່ມ ກຳປູເຈຍ ພົບປະແລກປ່ຽນບົດຮຽນດ້ານການດຳເນີນທຸລະກິດທ່ອງທ່ຽວ ແລະ ກະສິກຳຮ່ວມກັນ ທັງເປັນເວທີໃນການເຊື່ອມການລົງທຶນລະຫວ່າງສອງປະເທດ.

ວັນທີ 15 ສິງຫາ 2019 ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ( ສທໜ ) ພົບປະແລກປ່ຽນຄຳຄິດເຫັນໃນການດຳເນີນທຸລະກິດຕ່າງໆກັບສະມາຄົມນັກທຸລະກິດໜຸ່ມ ກຳປູເຈຍ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳແສນ ສີສະວົງ ປະທານສະມາຄົມ ນັກທຸລະກິດໜຸ່ມແຫ່ງຊາດລາວ, ທ່ານ ລິມ ຣິດທີ ຄະນະກຳມະການ ຜູ້ອຳນວຍການສະມາຄົມນັກທຸລະກິດໜຸ່ມ ກຳປູເຈຍ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ທ່ານ ຄຳແສນ ສີສະວົງ ໄດ້ກ່າວວ່າ: ການພົບປະແລກປ່ຽນບົດຮຽນລະຫວ່າງສອງສະມາຄົມໃນຄັ້ງນີ້ ເປັນການພົບປະຄັ້ງທຳອິດ ແລະ ເປັນບາດກ້າວໃນການຮ່ວມມືດຳເນີນທຸລະກິດເຊິ່ງກັນ ແລະ ກັນ, ປະເທດລາວ ແລະ ກຳປູເຈຍ ເປັນປະເທດທີ່ໃກ້ຄຽງກັນເປັນສອງປະເທດຕັ້ງມີຊາຍແດນຕິດກັນ ແລະ ໄດ້ມີສາຍພົວພັນຮ່ວມມືກັນມາແຕ່ດົນນານ​ ເພື່ອປະຕິບັດຕາມແຜນນະໂບບາຍການພັດທະນາເສດຖະກິດ – ສັງຄົມ ໃນໄລຍະໃໝ່ນີ້, ສອງປະເທດລາວ – ກຳປູເຈຍ ຕ້ອງໄດ້ມີການຮ່ວມມືໃນການພັດທະນາ ເປັນຕົ້ນແມ່ນຂົງເຂດການທ່ອງທ່ຽວ ແລະ ກະສິກຳ, ໃນການຜະລິດສິນຄ້າກະສິກຳ ແລະ ການບໍລິການທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວຂອງກັນ ແລະ ກັນ.

ນອກນັ້ນ, ປະເທດລາວ ແລະ ກຳປູເຈຍ ຍັງນອນຢູ່ໃນ 5 ປະເທດລຸ່ມແມ່ນໍ້າຂອງ ທີ່ມີການນຳເຂົ້າ ແລະ ສົ່ງອອກສິນຄ້າໄປ ສປ ຈີນ ເຊິ່ງເປັນປະເທດທີ່ມີຄວາມຕ້ອງການດ້ານສິນຄ້າກະສິກຳຫຼາຍ. ສະນັ້ນ, ການແລກປ່ຽນບົດຮຽນໃນການລົງທຶນ, ການດຳເນີນທຸລະກິດໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນທີ່ສຸດໃນການຮ່ວມມືດຳເນີນທຸລະກິດລະຫວ່າງສອງສະມາຄົມດ້ວຍກັນ.

ທ່ານ ລິມ ຣິດທີ ( Lim Rithy ) ກ່າວວ່າ: ການພົບປະແລກປ່ຽນບົດຮຽນການດຳເນີນທຸລະກິດໃນຄັ້ງນີ້ ຖືວ່າເປັນການສຶກສາຮຽນຮູ້, ແລກປ່ຽນບົດຮຽນໃນການດຳເນີນທຸລະກິດລະຫວ່າງສອງປະເທດ, ສະມາຄົມທຸລະກິດໜຸ່ມກຳປູເຈຍ ເປັນຕົວແທນໃນການສົ່ງເສີມການລົງທຶນ ແລະ ດຳເນີນທຸລະກິດຂອງຊາວໜຸ່ມ, ກະຕຸກຊຸກຍູ້ການລົງທຶນໃນຂົງເຂດການເງິນ, ການຕະຫຼາດ, ກະສິກຳ, ທ່ອງທ່ຽວ ແລະ ອື່ນໆ. ນອກນັ້ນ, ສະມາຄົມເຮົາຍັງປະກອບມີຄະນະກຳມະການຮັບຜິດຊອບໃນການດຳເນີນທຸລະກິດໃນ 8 ຂົງເຂດ ເຊັ່ນ: ຂົງເຂດທຸລະກິດຂະໜາດນ້ອຍ ແລະ ກາງ, ຂົງເຂດປະຊາສຳພັນ, ຂົງເຂດທຸລະກິດສາກົນ, ຂົງເຂດສະມາຊິກດ້ວຍກັນ, ຂົງເຂດອຸດສາຫະກຳ, ຂົງເຂດຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ, ຂົງເຂດຈະເລີນເຕີບໂຕ ແລະ ພັດທະນາ ແລະ ຂົງເຂດໜຶ່ງແລວໜຶ່ງເສັ້ນທາງ.

ທ່ານ ລິມ ຣິດທີ ຍັງໄດ້ເຊີນຊວນ ສທໜ ໄປຢ້ຽມຢາມສະມາຄົມນັກທຸລະກິດໜຸ່ມ ກຳປູເຈຍ ໃນທ້າຍປີ 2019 ນີ້ ພ້ອມທັງໄປທັດສະນະສຳຫຼວດເຂດເສດຖະກິດພິເສດສີຫະນຸ ເພື່ອຮ່ວມກັນລົງທຶນ ແລະ ດຳເນີນທຸລະກິດໃນເຂດດັ່ງກ່າວ.

ນອກນັ້ນ, ທັງສອງຝ່າຍໄດ້ມີການແລກປ່ຽນຄຳຄິດເຫັນກ່ຽວກັບຂໍ້ສະດວກ ແລະ ຫຍຸ້ງຍາກໃນການດຳເນີນທຸລະກິດການທ່ອງທ່ຽວ ແລະ ກະສິກຳ ຢ່າງກົງໄປກົງມາ ເປັນຕົ້ນດຳເນີນທຸລະກິດຮ້ານອາຫານ, ໂຮງແຮມ, ພັດທະນາແຫຼ່ງທ່ອງທ່ຽວ ແລະ ການຜະລິດສິນຄ້າກະສິກຳສຳເລັດຮູບ – ເຄິ່ງສຳເລັດຮູບ ແລະ ອື່ນໆ.

( ຂ່າວ: ກາວຊົ່ງ; ຮູບ: ສອນໄຊ )