ສູນລາວເຊີດອອກແຈ້ງເຕືອນ ພົບເຫັນເບີແປກໂທເຂົ້າມາເບີຂອງທ່ານ ຫ້າມໂທກັບເດັດຂາດ ເພາະທ່ານອາດຈະເສຍເງິນຄ່າໂທໂດຍບໍ່ຮູ້ໂຕ

189

ສູນລາວເຊີດLaoCERT ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກເຕືຶອນ ຜູ້ໃຊ້ໂທລະສັບມືຖື  ຫຼັງພົບເຫັນເບີແປກໂທເຂົ້າມາເບີຂອງທ່ານ ຫ້າມໂທກັບເດັດຂາດ ເພາະທ່ານອາດຈະເສຍເງິນຄ່າໂທໂດຍບໍ່ຮູ້ໂຕເນື່ອງຈາກວ່າປັດຈຸບັນໄດ້ເກີດມີເຫດການຜູ້ຊົມໃຊ້ໂທລະສັບຫຼາຍທ່ານ ໃນ ສປປ ລາວ ຍັງພົບເຫັນເບີແປກທີ່ໂທເຂົ້າມາປະມານ 1 ວິນາທີ ແລ້ວວາງສາຍ ແລະ ທັງໝົດແມ່ນໂທມາຈາກຕ່າງປະເທດ.

ສູນລາວເຊີດLaoCERT ລາຍງານວ່າ:ໃນຕອນເຊົ້າວັນທີ 16 ສິງຫາ 2019 ລະຫວ່າງເວລາ7:00ໂມງ ຫາ 8:30ໂມງ  ໄດ້ມີການໂທເຂົ້າຈາກຕ່າງປະເທດໃນຮູບແບບ(Spamming Call) ເຊິ່ງເປັນເບີໂທທີ່ແປກເປັນຕົ້ນ005977******; 00675*******;00237****ໂດຍມີການໂທຂົ້າປະມານ1ວິນາທີແລ້ວຕັດສາຍ.

ສູນລາວເຊີດLaoCERT ລາຍງານຕື່ມວ່າ: ເຫດການເຫຼົ່ານີ້ເຄີຍເກີດຂຶ້ນມາແລ້ວກັບຫຼາຍປະເທດ ລວມທັງ ສປປ ລາວ ຂອງເຮົາ ແລະ ເລີ່ມມາຕັ້ງແຕ່ທ້າຍປີ 2018 ຈົນເຖິງປັດຈຸບັນ (2019) ເປັນຕົ້ນມາ. ສະນັ້ນ, ຈຶ່ງແຈ້ງເຕືອນໃຫ້ຜູ້ຊົມໃຊ້ລະມັດລະວັງ ຖ້າຫາກພົບເຫັນສາຍໂທເຂົ້າ 1 ຄັ້ງ ແລະ ຢຸດໄປໃຫ້ສັນນິຖານວ່າເປັນເບີໂທໃນລັກສະນະ (Spamming Call) ທຸກທ່ານຄວນມີສະຕິລະວັງຕົວ ແລະ ປະຕິບັດດັ່ງນີ້:  1. ບໍ່ມີການແຮັກຂໍ້ມູນໃດໆ ຈາກມືຖືຂອງຜູ້ຊົມໃຊ້; 2. ຮັບສາຍໄດ້ (ແຕ່ສ່ວນໃຫຍ່ ຈະຮັບບໍ່ທັນ); 3. ບໍ່ໃຫ້ໂທກັບ ເພາະຈະເສຍຄ່າໂທອອກຕ່າງປະເທດ ທີ່ແພງ.