ເບີຜີກັບມາອີກແລ້ວ ຢ່າໂທກັບເພາະທ່ານອາດຈະເສຍເງິນຄ່າໂທໂດຍບໍ່ຮູ້ໂຕ

34

ສູນລາວເຊີດແຈ້ງເຕືອນມື້ນີ້ ຖ້າພົບເຫັນເບີແປກໂທເຂົ້າມາເບີຂອງທ່ານ ຫ້າມໂທກັບເດັດຂາດ ເພາະທ່ານອາດຈະເສຍເງິນຄ່າໂທໂດຍບໍ່ຮູ້ໂຕ ຫຼື ເຊື່ອມໂຍງໄປໃສ່ບັນຊີອື່ນໆທີ່ເຊື່ອມກັບເບີຂອງທ່ານໄດ້.


ສູນລາວເຊີດ LaoCERT ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສືສານລາຍງານວ່າ: ເນື່ອງຈາກວ່າປັດຈຸບັນໄດ້ເກີດມີເຫດການຜູ້ຊົມໃຊ້ໂທລະສັບຫຼາຍທ່ານ ໃນ ສປປ ລາວ ຍັງພົບເຫັນເບີແປກທີ່ໂທເຂົ້າມາປະມານ 1 ວິນາທີ ແລ້ວວາງສາຍ ແລະ ທັງໝົດແມ່ນໂທມາຈາກຕ່າງປະເທດ ຊຶ່ງເຫດການເຫຼົ່ານີ້ເຄີຍເກີດຂື້ນມາແລ້ວກັບຫຼາຍປະເທດ ລວມທັງ ສປປ ລາວ ຂອງເຮົາ ແລະ ເລີ່ມມາຕັ້ງແຕ່ທ້າຍປີ 2018 ຈົນເຖິງປັດຈຸບັນ (2019) ເປັນຕົ້ນມາ.

 

ສະນັ້ນ, ຈຶ່ງແຈ້ງເຕືອນໃຫ້ຜູ້ຊົມໃຊ້ລະມັດລະວັງ ຖ້າຫາກພົບເຫັນສາຍໂທເຂົ້າ 1 ຄັ້ງ ແລະ ຢຸດໄປໃຫ້ສັນນິຖານວ່າເປັນເບີໂທໃນລັກສະນະ (Spamming Call) ທຸກທ່ານຄວນມີສະຕິລະວັງຕົວ ແລະ ປະຕິບັດດັ່ງນີ້:
1. ບໍ່ມີການແຮັກຂໍ້ມູນໃດໆ ຈາກມືຖືຂອງຜູ້ຊົມໃຊ້;2. ຮັບສາຍໄດ້ (ແຕ່ສ່ວນໃຫຍ່ ຈະຮັບບໍ່ທັນ);3. ບໍ່ໃຫ້ໂທກັບ, ເພາະຈະເສຍຄ່າໂທອອກຕ່າງປະເທດ ທີ່ແພງ.