ແຈ້ງຂ່າວດີສຸດໆ! ປັບລົງລາຄານໍ້າມັນໃນທົ່ວປະເທດ ເລີ່ມທີ 17 ສິງຫານີ້

46

ຖືວ່າເປັນຂ່າວດີ ສຳລັບປະຊາຊົນບັນດາເຜົ່າທົ່ວປະເທດ ເນື່ອງຈາກກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະກາດປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະທດ. ເຊິ່ງການປັບລາຄາໃນຄັ້ງນີ້ ແມ່ນປັບລົງລາຄານໍ້າມັນແອັດຊັງພິເສດ 170/ລິດ; ນໍ້າມັນແອັດຊັງທຳມະດາ 170/ລິດ ແລະ ນໍ້າມັນກາຊວນ 150 ກີບ/ລິດ. ລາຄານີ້ແມ່ນໃຫ້ເລີ່ມປະຕິບັດ ໃນວັນທີ 17 ສິງຫາ 2019 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ.

 

ในภาพอาจจะมี บ้าน และสถานที่กลางแจ้ง

 

ດັ່ງນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ເຖິງສາມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໃຫ້ປະຕິບັດລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນເທດສະບານແຂວງ, ນະຄອນຫຼວງດັ່ງນີ້:

 

ในภาพอาจจะมี ท้องฟ้า, เมฆ และสถานที่กลางแจ้ง