ໄຊທານີ ສຳເລັດການມອບ-ຮັບໜ້າທີ່ຕໍາແໜ່ງເຈົ້າເມືອງຜູ້ໃໝ່

56

ໄລຍະນີ້ຈະເຫັນວ່າມີຫຼາຍພະແນກການ, ອົງການຈັດຕັ້ງຕ່າງໆໄດ້ມີການຊັບຊ້ອນ ແລະ ໂຍກຍ້າຍພະນັກງານ ທັງນີ້, ກໍ່ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເຊັ່ນດຽວກັບກັບເມືອງໄຊທານີ ກໍ່ໄດ້ມີການມອບ-ຮັບເຈົ້າເມືອງຜູ້ໃໝ່ ເນື່ອງຜູ້ເກົ່າຮອດອາຍຸກະສຽນບຳນານແລ້ວ.

 

 

ສະນັ້ນ, ໃນວັນທີ 15 ສິງຫາ 2019 ໄດ້ມີພິທີມອບຮັບໜ້າທີ່ເຈົ້າເມືອງ ໄຊທານີ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ເຊິ່ງໄດ້ຈັດຂຶ້ນຢູ່ທີ່ສະໂມສອນເມືອງໄຊທານີ ໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 

ເຊິ່ງການມອບຮັບໜ້າທີ່ຄັ້ງນີ້ແມ່ນອີງຕາມມາດຕາທີ 19 ແລະ ມາດຕາທີ 20 ໝວດທີ 4 ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປັບປຸງ ປີ 2015, ສະບັບເລກທີ 68/ສພຊ ລົງວັນທີ 14 ທັນວາ 2015 ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງເຈົ້າແຂວງ, ເຈົ້າຄອງ ນວ ແລະ ອີງຕາມມະຕິຮັບຮອງຂອງສະພາປະຊາຊົນ ນວ ສະບັບເລກທີ 066/ສປ.​ນວ ລົງວັນທີ 6 ສິງຫາ 2019 ເຈົ້າຄອງ ນວ ຕົກລົງ ແຕ່ງຕັ້ງທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫຼງຂ່າວ,​ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ເປັນເຈົ້າເມືອງໄຊທານີຜູ້ໃໝ່, ສ່ວນທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໄຊທານີ ຜູ້ເກົ່າ ເຂົ້າຮັບນະໂຍບາຍບຳນານ.

 

 

ໂດຍການການປັບປຸງການຈັດຕັ້ງໃນຄັ້ງນີ້ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງ ພັກ-ລັດ ໃນໄລຍະໃໝ່ ທັງເປັນການປັບປຸງການຈັດຕັ້ງ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ສະພາບເງື່ອນໄຂຂອງເມືອງໄຊທານີ.