ຊາວກະສິກອນທົ່ວແຂວງຄໍາມ່ວນ ປັກດໍາເຂົ້ານາປີໄດ້ 94%

51

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້ານາປີ 2019 ນີ້ ທົ່ວແຂວງມີເນື້ອທີ່ແຜນການສູ້ຊົນທັງໝົດ 84.650 ເຮັກຕາ ຄາດຄະເນສະມັດຖະພາບ 3,68 ໂຕນຕໍ່ເຮັກຕາ, ຜົນຜະລິດໃຫ້ໄດ້ 311.130 ໂຕນ.

ສະເພາະພື້ນທີ່ຜະລິດເພື່ອຮອງຮັບສະບຽງອາຫານມີ 68.300 ເຮັກຕາ, ຄາດຄະເນສະມັດຖະພາບ 3,61 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 246.270 ໂຕນ; ສໍາລັບພື້ນທີ່ຜະລິດເປັນສິນຄ້າມີ 16.350 ເຮັກຕາ, ຄາດຄະເນສະມັດຖະພາບ 3,97 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 64.860 ໂຕນ.

ມາຮອດປັດຈຸບັນຊາວກະສິກອນໃນທົ່ວແຂວງສາມາດປະຕິບັດເນື້ອທີ່ແຜນການໄດ້ 79.463 ເຮັກຕາ ເທົ່າກັບ 94% ຂອງເນື້ອທີ່ແຜນການ. ໃນນັ້ນ, ມີເນື້ອທີ່ນາຫວ່ານ, ນາດໍາ ແລະ ນາເນີນສູງ. ໃນນີ້, ການປູກເຂົ້າໃສ່ເນື້ອທີ່ຜະລິດເປັນສະບຽງອາຫານປະຕິບັດໄດ້ 63.595 ເຮັກຕາ ເທົ່າກັບ 93% ຂອງເນື້ອທີ່ແຜນການ, ການປູກເຂົ້າເປັນສິນຄ້າ 15.868 ເຮັກຕາ ເທົ່າກັບ 97% ຂອງເນື້ອທີ່ແຜນການ.

ທ່ານ ບຸນຈັນ ໄຊປັນຍາ ໄດ້ກ່າວຕື່ມວ່າ: ສາເຫດທີ່ພາໃຫ້ການປັກດໍາຫຼ້າຊ້າ ຫຼື ບໍ່ທັນກັບລະດູການຍ້ອນວ່າສະພາບດິນຟ້າອາກາດບໍ່ເອື້ອອໍານວຍ ເຊັ່ນ: ບາງເຂດມີຝົນ, ມີຫ້ວຍ, ໜອງ, ຄອງ, ບຶງ ເຮັດໃຫ້ຕົວເລກເນື້ອທີ່ປັກດໍາບັນລຸຕາມແຜນການ; ບາງເຂດເກີດມີສະພາບແຫ້ງແລ້ງຍ້ອນອີງໃສ່ທໍາມະຊາດບວກກັບບໍ່ມີສິ່ງອໍານວຍເຮັດໃຫ້ຕ້ອງລໍຖ້າຝົນຕົກລົງມາ. ຕໍ່ກັບສະພາບການດັ່ງກ່າວທາງພະແນກກະສິກໍາ ແລະ ປ່າໄມ້ແຂວງໃນນາມຄະນະກໍາມະການຕ້ານ     ແລ້ງ – ຕ້ານຖ້ວມຂັ້ນແຂວງ ກໍໄດ້ຈັດກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຫາທາງແກ້ໄຂໃຫ້ທັນກັບສະພາບການ ເປັນຕົ້ນແມ່ນການຄຸ້ມຄອງນໍາໃຊ້ລະບົບຊົນລະປະທານທີ່ມີຢູ່ ແລະ ໃຊ້ງານໄດ້ໃນທົ່ວແຂວງ ເພື່ອແກ້ໄຂໃນກໍລະນີເກີດມີສະພາບແຫ້ງແລ້ງ ແລະ ກຽມຄວາມພ້ອມປັບປຸງ, ສ້ອມແປງ ແລະ ກໍ່ສ້າງລະບົບປະຕູປິດ – ເປີດນໍ້າຕາມສາຂາຂອງແມ່ນໍ້າເຊບັ້ງໄຟ, ສະເພາະບ່ອນທີ່ມີຄວາມຫຼໍ່ແຫຼມ.

( ຂ່າວ – ຮູບ: ແດງສະຫວັດ ແສນພານິດ )