ນັກຮຽນຫັນເລືອກຮຽນອາຊີວະຫຼາຍຂຶ້ນ

47

ຈຳນວນນັກສຶກສາທີ່ເສັງເຂົ້າມະຫາວິທະຍາໄລແຫ່ງຊາດປີນີ້ ຢູ່ທີ່ປະມານ 14 ພັນກວ່າຄົນ ຫຼຸດລົງຈາກປີຜ່ານມາ 4 ພັນກວ່າຄົນ ປັດໄຈຍ້ອນນັກສຶກສາມຸ່ງເປົ້າຮຽນສາຍທີ່ຕະຫຼາດແຮງງານຕ້ອງການຫຼາຍກວ່າ ໂດຍສະເພາະແມ່ນຂະແໜງອາຊີວະສຶກສາ.

ທ່ານ ຮສ. ດຣ. ຄຳຜົງ ນາມມະວົງມີໄຊ ຫົວໜ້າຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໃຫ້ສຳພາດວ່າ: ປີນີ້ ມຊ ໄດ້ເປີດລົງທະບຽນສອບເສັງເຂົ້າຮຽນຕາມສາຂາວິຊາຮຽນຕ່າງໆໃນ ມຊ ແຕ່ວັນທີ 8 ຫາ 30 ກໍລະກົດ 2019 ແລະ ໄດ້ເປີດສອບເສັງໃນວັນທີ 3 ສິງຫາ 2019 ຜ່ານມາ ເຊິ່ງມີນັກຮຽນທີ່ມີໜ້າສອບເສັງທັງໝົດ 14.059 ຄົນ. ໃນນັ້ນ, ມຊ ຈະຄັດເລືອກເອົານັກຮຽນທີ່ເຂົ້າຮຽນ 8.100 ຄົນ, ( ຈາກການສອບເສັງ 5 ພັນຄົນ ແລະ 3 ພັນກວ່າຄົນ ແມ່ນນັກສຶກສາໃນແຜນ ແລະ ຕໍ່ເນື່ອງ ) ໂດຍຄັດເລືອກເອົາສາຂາລະ 60 ຄົນ ໃນຈຳນວນ 109 ສາຂາທົ່ວ ມຊ.

ຖ້າທຽບໃສ່ປີຜ່ານມາຜູ້ສະໝັກເຂົ້າສອບເສັງ ມຊ ມີຈຳນວນຫຼຸດລົງ 4 ພັນກວ່າຄົນ ເນື່ອງມາຈາກຫຼາຍປັດໄຈແຕກຕ່າງກັນ ເປັນຕົ້ນແມ່ນນັກຮຽນສ່ວນຫຼາຍໄດ້ເຂົ້າໃຈເຖິງຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ເລືອກຮຽນຕາມສາຍຮຽນຕ່າງໆ ຄວາມຕ້ອງການຂອງແຮງງານເພີ່ມຂຶ້ນ ເປັນຕົ້ນແມ່ນຄະນະວິສະວະກຳສາດ ເປັນຄະນະທີ່ມີນັກຮຽນໃຫ້ ຄວາມສົນໃຈຫຼາຍ ແລະ ລົງທະບຽນເຂົ້າສອບເສັງຫຼາຍກວ່າໝູ່ ເພາະເປັນຄະນະທີ່ສ້າງບຸກຄະລາກອນດ້ານວິຊາການ ແລະ ສີມືແຮງງານໃນຂະແໜງການອຸດສາຫະກຳ, ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງສອດຄ່ອງກັບການພັດທະນາຂອງປະເທດຊາດໃນໄລຍະໃໝ່.

ທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ – ເຢຍລະມັນ ໃຫ້ສຳພາດວ່າ: ໃນໄລຍະ 2 ປີມານີ້ ເຫັນວ່ານັກຮຽນທີ່ເຂົ້າຮຽນໃນວິທະຍາໄລມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ສະເພາະປີນີ້ກໍເຊັ່ນກັນ ມີຈຳນວນນັກຮຽນເຂົ້າສອບເສັງໃນວິທະຍາໄລເຕັກນິກ ລາວ – ເຢຍລະມັນ ໃນວັນທີ 14 ສິງຫາ 2019 ມີທັງໝົດ 2.252 ຄົນ. ໃນນັ້ນ, ຈຳນວນນັກຮຽນທີ່ເຂົ້າສອບເສັງຫຼາຍທີ່ສຸດແມ່ນ ສາຂາເຕັກໂນໂລຊີລົດຍົນ, ເຕັກນິກໄຟຟ້າ ແລະ ກົນຈັກໜັກ ເຊິ່ງເຫັນວ່ານັກຮຽນໄດ້ໃຫ້ຄວາມສົນໃຈຮຽນໃນຂະແໜງວິຊາຊີບຫຼາຍຂຶ້ນ ແລະ ຫັນມາຮຽນ ເພື່ອເສີມທັກສະຄວາມສາມາດດ້ານສີມືແຮງງານຫຼາຍຂຶ້ນ ຫາກທຽບໃສ່ໄລຍະຜ່ານມາແມ່ນເພີ່ມຂຶ້ນເກືອບເທົ່າຕົວ.

ໃນນັ້ນ, ຈະຄັດເລືອກເອົາຈຳນວນນັກຮຽນທີ່ເຂົ້າຮຽນຕາມແຕ່ລະສາຂາວິຊາທີ່ເຫັນວ່າມີຄວາມສຳຄັນ ແລະ ຈຳເປັນໃນການພັດທະນາເສດຖະ  ກິດ – ສັງຄົມ ແລະ ສອດຄ່ອງກັບການພັດທະນາໃນໄລຍະໃໝ່ຕາມແຜນພັດທະນາຊັບພະຍາກອນມະນຸດຂອງກະຊວງສຶກສາທິການ ແລະ ກີລາ ເຊັ່ນ: ສາຂາວິຊາເຕັກໂນໂລຊີລົດຍົນ ຈຳນວນ 330 ຄົນ, ສາຂາໄຟຟ້າເຕັກນິກ 305 ຄົນ, ສາຂາຊ່າງຈອດ ແລະ ທໍ່ນໍ້າ ຈຳນວນ 70 ຄົນ, ກົນຈັກໂຮງງານ 90 ຄົນ, ກົນຈັກໜັກ 120 ຄົນ ແລະ ສາຂາກົນຈັກກະສິກຳ ຈຳນວນ 40 ຄົນ.

ເຖິງຢ່າງໃດກໍຕາມ, ຍັງມີນັກຮຽນຈຳນວນໜຶ່ງທີ່ຍັງບໍ່ທັນເຂົ້າໃຈ ແລະ ຮັບຮູ້ເຖິງແຜນພັດທະນາຊັບພະຍາກອນມະນຸດ ແລະ ຮຽນໃຫ້ສອດຄ່ອງຕາມການພັດທະນາໃນໄລຍະໃໝ່ ເປັນຕົ້ນຍັງມີນັກຮຽນທີ່ເລືອກສາຍເຂົ້າຮຽນຕາມຄ່ານິຍົມຂອງສັງຄົມ. ບາງສາຂາຮຽນທີ່ຕະຫຼາດແຮງງານມີຄວາມຕ້ອງການ ແມ່ນບໍ່ເປັນບ່ອນນິຍົມຂອງນັກຮຽນ ເປັນຕົ້ນສາຂາໂລຫະກຳວິທະຍາ ແລະ ກົນຈັກກະສິກຳ.

[ ໂດຍ: ກາວຊົ່ງ ]