ນາຍົກ ຢ້ຽມຢາມແຂວງສາລະວັນເນັ້ນໃຫ້ປະຊາຊົນເອົາໃຈໃສ່ຕ້ານໄຂ້ຍຸງລາຍ

45

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ເມື່ອວັນທີ 13 ເດືອນສິງຫາ ປີ 2019. ໂອກາດດັ່ງກ່າວ ທ່ານນາຍົກໄດ້ເນັ້ນໜັກໃຫ້ປະຊາຊົນເອົາໃຈໃສ່ໃນການຕ້ານພະຍາດໄຂ້ຍຸງລາຍ ແລະ ພະຍາດອະຫິວາໝູ. ພ້ອມນັ້ນ, ກໍໄດ້ລົງຊຸກຍູ້ຂະບວນການຜະລິດປູກພືດສາລີ, ມັນຕົ້ນ ແລະ ມັນດ້າງ ຂອງພໍ່ແມ່ປະຊາຊົນຢູ່ບ້ານແສນວັງໃຫຍ່ ເມືອງສາລະວັນ ແລະ ບ້ານພໍ່ນວນ, ບ້ານເຕເມສັງທອງ ເມືອງເລົ່າງາມ ແຂວງສາລະວັນ.

ຈາກນັ້ນ, ກໍໄດ້ເດີນທາງໄປຢ້ຽມຢາມພໍ່ແມ່ປະຊາຊົນຢູ່ບ້ານຕຸກລຸກ ເມືອງຕຸ້ມລານ. ໂອກາດດັ່ງກ່າວ, ທ່ານ ຈັນສະໝອນ ພົມມະແສງ ເຈົ້າເມືອງຕຸ້ມລານ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບຂອງເມືອງ, ເມືອງຕຸ້ມລານກໍແມ່ນເມືອງໜຶ່ງທີ່ນອນໃນ 8 ເມືອງ ຂອງແຂວງສາລະວັນ, ມີຊາຍແດນຕິດຈອດກັບ 3 ເມືອງ ແລະ ເປັນເມືອງທີ່ນອນໃນ 47 ເມືອງທຸກຍາກຂອງທົ່ວປະເທດ, ເມືອງຕຸ້ມລ້ານ ປະກອບມີ 37 ບ້ານ, ມີພົນລະເມືອງ 28 ພັນກວ່າຄົນ ຍິງ 14 ພັນກວ່າຄົນ, ມີ 3 ພັນ ກວ່າຫຼັງຄາເຮືອນ, ມີ 5 ພັນກວ່າຄອບຄົວ, ປະກອບມີ 3 ຊົນເຜົ່າ ຄື: ເຜົ່າກະຕ່າງ 87%, ເຜົ່າຕະໂອ້ຍ 7% ແລະ ເຜົ່າລາວລຸ່ມ 5%, ປະຊາຊົນສ່ວນໃຫຍ່ແມ່ນເຮັດນາປູກເຂົ້າ, ລ້ຽງສັດ ແລະ ຕໍ່າແຜ່ນແພເປັນອາຊີບສຳຮອງ ເຊິ່ງມາໃນວັນທີ 5 ເດືອນມິຖຸນາ ປີ 2019 ໄດ້ຮັບຂໍ້ມູນລາຍງານຈາກບ້ານສາມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ຫ້ວຍຫວ້າ, ນາຮ່ອງໃຫຍ່ ແລະ ບ້ານນາລະຈາງ ວ່າມີໝູຕາຍເປັນຈຳນວນຫຼວງຫຼາຍໃນ 7 ບ້ານ, ມີພົນລະເມືອງ 1 ພັນກວ່າຄົນ ແລະ ມີ 272 ຄອບຄົວ, ມີໝູທັງໝົດ 2 ພັນກວ່າໂຕ. ໃນນັ້ນ, ໝູນ້ອຍ 1 ພັນກວ່າໂຕ, ໝູກາງ 4 ຮ້ອຍກວ່າໂຕ ແລະ ໝູໃຫຍ່ 5 ຮ້ອຍກວ່າໂຕ ໂດຍສັງລວມແລ້ວການຂ້າ ແລະ ທຳລາຍໝູທີ່ຕິດເຊື້ອພະຍາດອະຫິວາໝູອາຟຣິກາ, ມີໝູທີ່ຕາຍເອງ 1.183 ໂຕ ແລະ ໝູທີ່ຂ້າທຳລາຍມີ 1.472 ໂຕ; ມາຮອດວັນທີ 12 ເດືອນມິຖຸນາ ໄດ້ກວດພົບເພີ່ມອີກ 5 ບ້ານ ຄື: ບ້ານວັງໂກ, ບ້ານຕຸກລຸກ, ບ້ານຕຸ້ມລານ, ບ້ານກົກມ່ວງ ແລະ ບ້ານດອນບຸງ, ນອກຈາກພະຍາດລະບາດໝູແລ້ວທາງເມືອງກໍຍັງໄດ້ເອົາໃຈໃສ່ກ່ຽວກັບການຕ້ານສະກັດກັນພະຍາດໄຂ້ຍຸງລາຍ ແລະ ສັກຢາກັນພະຍາດໄອໄກ່ຕື່ມອີກ ເຊິ່ງມາຮອດປັດຈຸບັນນີ້ຂະບວນການສັກຢາປ້ອງກັນພະຍາດປະຕິບັດໄດ້ 58%.

ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພໍ່ແມ່ພີ່ນ້ອງປະຊາຊົນທີ່ໄດ້ມີຄວາມຕັດສິນໃຈສູງທຳລາຍໝູຂອງຕົນເອງ ເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວແຜ່ລາມອອກໄປຫຼາຍ. ພ້ອມນັ້ນ, ກໍໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ໃນການຕ້ານ ແລະ ສະກັດກັນພະຍາດໄຂ້ຍຸງລາຍ ດ້ວຍການປະຕິບັດ 5 ປ, ເຮັດເປັນປະຈໍາ ແລະ ພ້ອມທັງເອົາໃຈໃສ່ໃນການສັກຢາປ້ອງກັນພະຍາດຕ່າງໆ ໂດຍສະເພາະກໍແມ່ນພະຍາດໄອໄກ່ ເຊິ່ງປັດຈຸບັນນີ້ຢູ່ເມືອງທ່າປາງທອງ ແຂວງສະຫວັນນະເຂດ ທີ່ຕິດຈອດກັບເມືອງຕຸ້ມລານພວກເຮົານີ້ ກໍາລັງເກີດພະຍາດດັ່ງກ່າວຂຶ້ນ. ສະນັ້ນ, ທຸກພາກສ່ວນພ້ອມດ້ວຍພໍ່ແມ່ປະຊາຊົນ ຈົ່ງພ້ອມກັນເປັນເຈົ້າການນຳກັນໃນການປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ມັນເກີດຂຶ້ນ ໂດຍສະເພາະກໍແມ່ນສາທາພວກເຮົາຈົ່ງໄດ້ເອົາໃຈໃສ່ຢ່າງທົ່ວເຖິງຕໍ່ພໍ່ແມ່ປະຊາຊົນ ຈະເຮັດແນວໃດບໍ່ໃຫ້ມັນເກີດຂຶ້ນພາຍໃນເມືອງຂອງພວກເຮົາ. ໃນໂອກາດທີ່ທ່ານນາຍົກມາຢ້ຽມຢາມຄັ້ງນີ້ ກໍໄດ້ມອບເງິນຈຳນວນໜຶ່ງເພື່ອເປັນການແກ້ໄຂວຽກງານທີ່ຈຳເປັນຈຳນວນໜຶ່ງ.