ບົວວອນ ບຸດສະດີ ຜູ້ເຂົ້າປະກວດ Mister International Laos 2019

43

ຫຼັງຈາກເປີດຕົວຜູ້ເຂົ້າປະກວດທັງ 20 ຄົນ ໃນໂຄງການປະກວດ Mister International Laos 2019 ໃນອາທິດຜ່ານມາເປັນທີ່ຮຽບຮ້ອຍ ເພື່ອຄັດເລືອກເອົາຊາຍໜຸ່ມທີ່ມີບຸກຄະລິກກະພາບ ແລະ ຄວາມສາມາດ ເປັນຕົວແທນປະເທດລາວໄປປະກວດໃນເວທີສາກົນ ເຊິ່ງ ທ້າວ ບົວວອນ ບຸດສະດີ ກໍເປັນ 1 ໃນ 20 ຄົນ ທີ່ໄດ້ຮັບການຄັດເລືອກ.

ທ້າວ ບົວວອນ ບຸດສະດີ ຫຼື ແມນ MR17 ຈາກນະຄອນຫຼວງວຽງຈັນ ດ້ວຍຄວາມສູງ 1,78 ແມັດ ໃຫ້ສໍາພາດວ່າ: ມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍ ເພາະເປັນເວທີທຳອິດທີ່ນ້ອງໄດ້ປະກວດ ໂດຍໄດ້ມີການກຽມຄວາມພ້ອມທັງເລື່ອງການຮັກສາຮູບຮ່າງ, ການຍ່າງ, ການສະແດງຕ່າງໆ, ການສ້າງຄວາມໝັ້ນໃຈເລື່ອງບຸກຄະລິກກະພາບໃຫ້ໂດດເດັ່ນ ແລະ ອື່ນໆ ເຊິ່ງເປັນການສ້າງປະສົບການໃໝ່ໆທີ່ດີໃຫ້ກັບຕົນເອງເພີ່ມຂຶ້ນ ທັງເປັນການພັດທະນາຕົນເອງ ແລະ ການເຂົ້າຮ່ວມກັບຄົນໃນສັງຄົມໄດ້ຫຼາຍຂຶ້ນ.

ສໍາລັບຈຸດເດັ່ນທີ່ເຮັດໃຫ້ມາຮອດຈຸດນີ້ໄດ້ ອາດຈະເປັນຍ້ອນບຸກຄະລິກທີ່ບໍ່ຄືໃຜ ແລະ ເຮັດໃຫ້ເປັນຕົວຂອງຕົນເອງນັ້ນເປັນສິ່ງທີ່ດີທີ່ສຸດ. ສໍາລັບຄວາມຄາດຫວັງໃນມື້ຊີງຊະນະເລີດຄືຢາກຕິດຮອບ 5 ຄົນສຸດທ້າຍ ຫຼື ຖ້າໄດ້ຕໍາແໜ່ງດີກວ່ານັ້ນກໍຈະເປັນການດີ, ແຕ່ສິ່ງສໍາຄັນຄືພະຍາຍາມເຮັດອອກມາໃຫ້ດີທີ່ສຸດເທົ່ານີ້ກໍພຽງພໍແລ້ວ.

ການມາປະກວດເວທີນີ້ສໍາລັບນ້ອງຄິດວ່າເປັນເວທີທີ່ໃຫຍ່, ເປັນເວທີທີ່ມີກຽດຫຼາຍ ແລະ ເປັນຄັ້ງທຳອິດທີ່ມີເວທີປະກວດຊາຍໜຸ່ມເກີດຂຶ້ນໃນປະເທດລາວ ເຊິ່ງການປະກວດເວທີນີ້ກໍໄດ້ຫຍັງຫຼາຍໆຢ່າງບໍ່ວ່າຈະໄດ້ໝູ່ເພື່ອນ, ໄດ້ຄວາມສາມັກຄີ, ໄດ້ປະສົບການ, ໄດ້ຮຽນການວາງຕົວແບບໃດໃນສັງຄົມ ແລະ ຫຼາຍໆຢ່າງ ເຊິ່ງນ້ອງກໍຄິດຄືກັນວ່າການມາປະກວດໃນຄັ້ງນີ້ເປັນຄວາມພູມໃຈຫຼາຍ.

ສຸດທ້າຍ, ຮ່ວມເປັນກໍາລັງໃຈໃຫ້ໜຸ່ມ ແມນ MR17 ແລະ ທັງ 20 ຄົນໃນຮອບຕັດສິນວັນທີ 12 ຕຸລາ 2019 ທີ່ໂຮງແຮມ ຄຣາວ ພລາຊາ ຫຼື ຕິດຕາມໄດ້ທາງເຟສບຸ໊ກສ່ວນຕົວ: man zaa, IG: manzaa_boutsady ແລະ ເພຈ໌ເຟສບຸ໊ກ Mister International Laos.

( ຂ່າວ: ນຸ້ມນິ້ມ )

[ ຮູບ: ບົວວອນ ບຸດສະດີ ]