ພັນເອກ ສີເວີນ ແກ້ວສີວົງສາ ຂຶ້ນເປັນຮັກສາການຫົວໜ້າກອງບັນຊາການ ປກສ ອັດຕະປືຄົນໃໝ່

73

ເພື່ອປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຕໍ່ການປະຕິບັດມະຕິຄຳສັ່ງຂອງຂັ້ນເທິງ ແລະ ປະຕິບັດກົດລະບຽບວິໄນຂອງກຳລັງປະກອບອາວຸດ ເພື່ອເຮັດໃຫ້ການຊີ້ນຳ – ນໍາພາວຽກງານໃນແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນວິທີເຮັດວຽກ, ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ດີຂຶ້ນກວ່າເກົ່າຈິ່ງໄດ້ແຕ່ງຕັ້ງຜູ້ຮັກສາການຫົວໜ້າກອງບັນຊາການປກສ ແຂວງຄົນໃໝ່ ເນື່ອງຈາກຜູ້ເກົ່າເຂົ້າບຳນານ.

ໃນວັນທີ 14 ສິງຫາ 2019 ຜ່ານມາ ແຂວງອັດຕະປື ໄດ້ຈັດພິທິປະກາດແຕ່ງຕັ້ງ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄົນໃໝ່ ຢ່າງເປັນທາງການ ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 1402/ປກສ, ລົງວັນທີ 19 ກໍລະກົດ 2019 ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ເນື່ອງຈາກວ່າ ສະຫາຍ ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງຜູ້ເກົ່າ ຮອດກະສຽນພັກຜ່ອນເຂົ້າຮັບບຳນານແລ້ວ.

ດັ່ງນັ້ນ, ກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບຈິ່ງໄດ້ແຕ່ງຕັ້ງ ທ່ານ ພັອ ສີເວີນ ແກ້ວສີວົງສາ ຮອງກອງບັນຊາການ ປກສ ແຂວງ ຂຶ້ນເປັນຜູ້ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ. ພ້ອມນີ້, ໃນພິທີຍັງໄດ້ມີການຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການໂຍກຍ້າຍນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງອັດຕະປື ເປັນຕົ້ນ ຕຳແໜ່ງເປັນຫົວໜ້າ ແລະ ເປັນຮອງກອງບັນຊາການ ປກສ ເມືອງ ແລະ ປັບປຸງກົງຈັກການຈັດຕັ້ງກ່ຽວຂ້ອງໃນກອງບັນຊາການ ປກສ ແຕ່ລະຂັ້ນນຳອີກ.

ເຂົ້າຮ່ວມໃນພິທີຄັ້ງນີ້ ມີສະຫາຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີບັນດາທ່ານຄະນະພັກ-ຄະນະກອງບັນຊາການຂັ້ນແຂວງ, ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ແຂກຖືກເຊີນເຂົ້າຮ່ວມ.