ຢາງພາລາ ກໍາປູເຈຍ ຂາຍດີຕົ້ນປີນີ້ສົ່ງອອກເພີ່ມຂຶ້ນກວ່າ 20%

78

ກະຊວງກະສິກຳ, ປ່າໄມ້ ແລະ ປະມົງກຳປູເຈຍ ລາຍງານວ່າ: ໃນ 6 ເດືອນຕົ້ນປີນີ້ ກຳປູເຈຍ ໄດ້ສົ່ງອອກຢາງພາລາ 10.4261 ໂຕນ ເພີ່ມຂຶ້ນ 24% ເມື່ອປຽບທຽບໃສ່ໄລຍະດຽວກັນຂອງປີກ່ອນ ເຊິ່ງສ້າງລາຍຮັບ 139 ລ້ານໂດລາ.

ທ່ານ ແມນ ໂຊຟິກ ເລຂາທິການ  ໃຫຍ່ສະມາຄົມພັດທະນາຢາງພາລາທຳມະຊາດ ກຳປູເຈຍ ກ່າວວ່າ: ການສົ່ງອອກຢາງພາລາເພີ່ມຂຶ້ນ ສາເຫດສ່ວນໜຶ່ງມາຈາກຜົນຜະລິດຢາງພາລາເພີ່ມຂຶ້ນ. ປັດຈຸບັນເນື້ອທີ່ປູກຢາງພາລາພາຍໃນປະເທດມີ 43,6 ພັນເຮັກຕາ.

ຢ່າງໃດກໍຕາມ, ພາກການຜະລິດຢາງພາລາຍັງພົບບັນຫາຕ່າງໆ ເຊັ່ນ: ແຮງງານບໍ່ພຽງພໍ, ລາຄາໃນຕະຫຼາດສາກົນຫຼຸດລົງ ແລະ ອື່ນໆ ຈຶ່ງເຮັດໃຫ້ເນື້ອທີ່ປູກຢາງພາລາເກືອບບໍ່ມີການປ່ຽນແປງໃນ 3 ປີຜ່ານມາ.

ທ່ານ ແມນ ໂຊຟິກ ກ່າວຕື່ມວ່າ: ຖ້າຫາກວ່າສະພາບການດັ່ງກ່າວຍັງບໍ່ມີການປ່ຽນແປງ ກໍຈະບໍ່ມີການລົງທຶນໃໝ່ໃນຫຼາຍປີຕໍ່ໜ້າ. ທັງນີ້, ຜົນຜະລິດຢາງພາລາຂອງ ກຳປູເຈຍ ສ່ວນຫຼາຍຈະສົ່ງອອກໄປຫວຽດນາມ ແລະ ມາເລເຊຍ.