ລະດັບນໍ້າຫຼາຍເຂດຍັງຕໍ່າ

45

ຈາກການສັງລວມລະດັບນໍ້າຂອງ ແລະ ສາຂາແມ່ນໍ້າຂອງ ໃນຮອບໜຶ່ງອາທິດຜ່ານມາ ( ສົມທຽບລະຫວ່າງວັນທີ 7 ສິງຫາ ກັບ ວັນທີ 14 ສິງຫາ 2019 ) ຈາກການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ພົບວ່າ: ລະດັບນໍ້າຂອງ ແລະ ສາຂາແມ່ນໍ້າຂອງ ມີການຂຶ້ນລົງເລັກໜ້ອຍ ເຊັ່ນ: ແມ່ນໍ້າຂອງ ( ຈຸດຫຼວງພະບາງ ) ເພີ່ມຂຶ້ນ 0,33 ຊັງຕີແມັດ, ສ່ວນຈຸດນະຄອນຫຼວງວຽງຈັນ ຫຼຸດລົງ1,46 ແມັດ.

ອີງຕາມຂໍ້ມູນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນໍ້າຂອງຈຸດນະຄອນຫຼວງວຽງຈັນ ຫຼຸດລົງ 1,46 ແມັດ ຈາກລະດັບ 5,40 ແມັດ ໃນວັນທີ 7 ສິງຫາ ມາເປັນ 3,94 ແມັດ ໃນວັນທີ 14 ສິງຫາ ເຊິ່ງເຫັນວ່າລະດັບນໍ້າຍັງຕໍ່າ ເພາະຍັງຫ່າງຈາກລະດັບລະວັງໄພກວ່າ 7 ແມັດ.

ສ່ວນສາຂາແມ່ນໍ້າຂອງຫຼຸດລົງບາງແຫ່ງ ເຊັ່ນ: ຈຸດມະຫາໄຊ ( ນໍ້າເຊບັ້ງໄຟ ) ຫຼຸດລົງ 0,18 ຊັງຕີແມັດ ຈາກວັດແທກໄດ້ວັນທີ 7 ສິງຫາ ຢູ່ທີ່ 7,38 ແມັດ ມາເປັນ 7,20 ແມັດ. ຈຸດຂົວເຊ ( ນໍ້າເຊບັ້ງໄຟ ) ຫຼຸດລົງ 0,49 ຊັງຕີແມັດ ຈາກວັດແທກໄດ້ວັນທີ 7 ສິງຫາ ຢູ່ທີ່ 11,99 ແມັດ ມາເປັນ 11,50 ແມັດ ໃນວັນທີ 14 ສິງຫາ 2018. ສ່ວນແມ່ນໍ້າສາຍອື່ນໆກໍມີການເພີ່ມຂຶ້ນ ແລະ ຫຼຸດລົງເລັກໜ້ອຍໃນຮອບອາທິດຜ່ານມາ.

ສຳລັບພະຍາກອນອາກາດເຊົ້ານີ້ວັນທີ 14 ສິງຫາ 2019 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານວ່າ: ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກກຄຸມເປັນສ່ວນໃຫຍ່. ສະພາບການເຊັ່ນນີ້ຈະເຮັດໃຫ້ຍັງມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປເປັນບໍລິເວນກວ້າງໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.