ສະຫວັນນະເຂດ ປະກາດຊັບຊ້ອນຕຳແໜ່ງ 2 ພະແນກການ ແລະ 2 ອົງການທຽບເທົ່າໃໝ່

246

ພິທີປະກາດການຈັດຕັ້ງ ພະແນກຍຸຕິທຳແຂວງ, ພະ ແນກໂຍທາທິການ ແລະຂົນ ສົ່ງແຂວງ, ເລຂາຄະນະບໍລິ ຫານງານຊາວໜຸ່ມແຂວງ ແລະໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ຈັດ ຂຶ້ນໃນຕອນບ່າຍວັນທີ 12 ສິງ ຫາ 2019 ທີ່ສະໂມສອນໂຮງ ຮຽນການເມືອງ-ການປົກ ຄອງແຂວງ ໂດຍການເປັນ ປະທານຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນ ກາງພັກ ເລຂາພັກແຂວງ ເຈົ້າ ແຂວງສະຫວັນນະເຂດ, ມີຄະນະປະຈຳພັກແຂວງ,ກຳ ມະການພັກແຂວງ, ສະພາປະ ຊາຊົນແຂວງ, ຫົວໜ້າ-ຮອງ ຫົວໜ້າພະແນກການກົມກອງ ອ້ອມຂ້າງແຂວງ ແລະການ ຈັດຕັ້ງກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ, ຄະນະຈັດຕັ້ງແຂວງ ສະຫວັນນະເຂດ ກໍ່ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະຫວັນນະເຂດ ວ່າດ້ວຍການ ໂຍກຍ້າຍພະນັກງານ ແລະ ແຕ່ງຕັ້ງພະນັກງານໃນນີ້ໄດ້ ຕົກລົງອະນຸມັດໂຍກຍ້າຍທ່ານ ລຳແກ້ວ ແສງໜູທອງ ເລຂາຄະ ນະບໍລິຫານ ງານຊາວໜຸ່ມ ແຂວງໄປປະຈຳການຢູ່ຫ້ອງ ວ່າການເມືອງນອງ ແລະແຕ່ງ ຕັ້ງທ່ານ ພູ ລຳພອນສີຫາວົງ (ຮອງເລຂາຄະນະບໍລິຫານ ງານຊາວໜຸ່ມແຂວງ)ເປັນ ເລຂາຄະນະບໍລິຫານງານ ຊາວໜຸ່ມແຂວງ, ອະນຸມັດໂຍກ ຍ້າຍທ່ານ ອຸໄພວັນ ໄຊຍະວົງ ຫົວໜ້າພະແນກຍຸຕິທຳ ແຂວງ ໄປປະຈຳການຢູ່ຫ້ອງວ່າການ ເມືອງອາດສະພັງທອງ ທັງ ແຕ່ງຕັ້ງທ່ານ ສີສະຫວາດ ເພັງ ທະລັງສີ(ຮອງ ຫົວໜ້າພະແນກ ຍຸຕິທຳແຂວງ) ເປັນຫົວໜ້າພະ ແນກຍຸຕິທຳແຂວງ, ອະນຸມັດ ໂຍກຍ້າຍທ່ານປະສົງສິນຈະ ເລີນສຸກ ຫົວໜ້າພະແນກໂຍທາ ທິການ ແລະຂົນສົ່ງແຂວງໄປ ປະຈຳການຢູ່ຫ້ອງວ່າການ ເມືອງອຸທຸມພອນ ພ້ອມນີ້ກໍ່ໄດ້ ແຕ່ງຕັ້ງ ທ່ານ ໄຊຍະເສນ ແກ້ວວິໄລສັກ (ຮອງຫົວໜ້າ ພະແນກໂຍທາ ທິການ ແລະ ຂົນສົ່ງແຂວງ) ເປັນຫົວໜ້າພະ ແນກ ໂຍທາທິການ ແລະຂົນ ສົ່ງແຂວງຈາກນີ້ທ່ານ ເຈົ້າແຂວງ ສະຫວັນນະເຂດຍັງໄດ້ຕົກລົງ ອະນຸມັດໂຍກຍ້າຍທ່ານສາລີ ວິລາວັນ ຮອງອຳນວຍການ ໂຮງຮຽນການເມືອງ-ການ ປົກຄອງແຂວງໄປປະຈຳການ ຢູ່ຫ້ອງວ່າການປົກ​ຄອງເມືອງພີນ.


ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນຳຕໍ່ພິທີ ຊຶ່ງທ່ານ ໄດ້ກ່າວໃຫ້ຮູ້ເຖິງຄວາມໝາຍ ຄວາມສຳຄັນຂອງການປັບປຸງ ການຈັດຕັ້ງໃນຄັ້ງນີ້ ເຊິ່ງຫຼັງ ຈາກປັບປຸງແລ້ວກໍ່ຕ້ອງໄດ້ມີ ການປະເມີນຄືນເປັນແຕ່ລະ ໄລຍະເພາະເປັນການທົດສອບ ຕໍ່ການເຮັດໜ້າທີ່ການເມືອງ ທີ່ໄດ້ມອບໝາຍໃຫ້ ສຳລັບຜູ້ທີ່ ໄດ້ຮັບການແຕ່ງຕັ້ງໃໝ່ກໍ່ຕ້ອງ ໄດ້ມີການຝຶກຝົນຫຼໍ່ຫຼອມຕົນ ເອງ, ກ້າເຮັດກ້າຕັດສິນໃຈ ແລະຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກ ງານໃໝ່ທີ່ຕົນເອງໄດ້ຮັບມອບ ໝາຍ ໂດຍໃຫ້ປະຕິບັດຖືກຕ້ອງ ຕາມລະບຽບກົດໝາຍ.


ທ່ານ​ເຈົ້າ​ແຂວງກ່າວຕື່ມ ອີກວ່າປະຈຸບັນ ພວກເຮົາກຳ ລັງກະກຽມສູ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກສະນັ້ນ,ກໍ່ຮຽກ ຮ້ອງບັນດາສະຫາຍເລຂາ ພັກຂັ້ນຕ່າງໆຕ້ອງໄດ້ສືບຕໍ່ຮູ້ ເຮັດຮູ້ນຳພາຂະບວນການ ຮັກຊາດ ແລະພັດທະນາໃຫ້ ແຂງແຮງ ແລະມີຜົນງານໃໝ່ ໃຫຍ່ກວ່າເກົ່າ ພ້ອມນີ້ທ່ານ ເຈົ້າແຂວງສະຫວັນນະເຂດ ກໍ່ຍັງຮຽກຮ້ອງໃຫ້ທຸກພາກ ສ່ວນໃນທົ່ວສັງຄົມຈົ່ງໄດ້ ພ້ອມກັນສ້າງຂະບວນການ ຕ້ານພະຍາດໄຂ້ຍຸງລາຍ ທີ່ໄດ້ມີ ການລະບາດຢູ່ແຂວງພວກເຮົາ ນຳອີກ.

ຂໍ້ມູນຈາກ: ສະຫວັນພັດທະນາ