ອະຫິວາໝູອາຟຣິກາ ລະບາດແລ້ວ 13 ແຂວງ ມູນຄ່າເສຍຫາຍຫຼາຍກວ່າ 4 ຕື້ກີບ

45

ພະຍາດອະຫິວາໝູອາຟຣິກາ ລະບາດແລ້ວເກືອບທົ່ວປະເທດ ໂດຍມີພຽງ 5 ແຂວງເທົ່ານັ້ນ ທີ່ຍັງບໍ່ພົບການລະບາດ ເຊິ່ງມີໝູຕິດເຊື້ອຕາຍເອງ 4.192 ໂຕ, ຂ້າທໍາລາຍ 2.207 ໂຕ ລວມມູນຄ່າເສຍຫາຍເບື້ອງຕົ້ນປະມານ 4 ຕື້ກີບ ເຊິ່ງບາງເຂດກໍສາມາດຄວບຄຸມການລະບາດໄດ້ແລ້ວ. ສ່ວນຂະແໜງການກ່ຽວຂ້ອງ ເນັ້ນເອົາໃຈໃສ່ປະຕິບັດຕາມມາດຕະການຄວບຄຸມ ເພື່ອປ້ອງກັນການລະບາດເປັນວົງກວ້າງຕື່ມອີກ.

ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໃຫ້ສໍາພາດແກ່ທີມຂ່າວພວກເຮົາວ່າ: ປັດຈຸບັນພະຍາດອະຫິວາໝູອາຟຣິກາ ໄດ້ແຜ່ລະບາດໄປແລ້ວ 13 ແຂວງ, ມີ 27 ເມືອງ 57 ບ້ານໃນທົ່ວປະເທດ, ຈາກການລາຍງານເບື້ອງຕົ້ນມີໝູທີ່ສ່ຽງຕິດເຊື້ອທັງໝົດ 13.200 ກວ່າໂຕ, ມີໝູຕິດເຊື້ອຕາຍເອງ 4.192 ໂຕ, ຂ້າທໍາລາຍ 2.207 ໂຕ ລວມມູນຄ່າເສຍຫາຍເບື້ອງຕົ້ນ 4 ຕື້ກີບ ເຊິ່ງຍັງພຽງ 5 ແຂວງເທົ່ານັ້ນ ທີ່ຍັງບໍ່ພົບການລະບາດ ຄື: ແຂວງອັດຕະປື, ຈໍາປາສັກ, ບໍ່ແກ້ວ, ຄໍາມ່ວນ ແລະ ແຂວງໄຊຍະບູລີ. ດັ່ງທີ່ຮູ້ກັນແລ້ວວ່າເຊື້ອພະຍາດນີ້ຍັງບໍ່ມີຢາປ້ອງກັນ. ດັ່ງນັ້ນ, ສິ່ງທີ່ເຮັດໄດ້ແມ່ນເອົາໃຈໃສ່ຄວບຄຸມບໍ່ໃຫ້ມີການແຜ່ລະບາດຕໍ່ ດ້ວຍການປະຕິບັດຕາມແຈ້ງການຂອງພັກ – ລັດ ແລະ ວິຊາການກ່ຽວຂ້ອງແນະນໍາຢ່າງເຂັ້ມງວດ.

ເຖິງຢ່າງໃດກໍຕາມການຄວບຄຸມ, ສະກັດກັ້ນການລະບາດຂອງພະຍາດນີ້ ທຸກຄົນໃນສັງຄົມຕ້ອງເປັນເຈົ້າການນໍາກັນ ເພື່ອບໍ່ໃຫ້ເຊື້ອພະຍາດນີ້ແຜ່ລະບາດເປັນວົງກວ້າງ ໂດຍສະເພາະແມ່ນປະຊາຊົນຜູ້ລ້ຽງໝູຕ້ອງບໍ່ປ່ອຍຊະຊາຍ, ບໍ່ລ້ຽງແບບກະແຈກກະຈາຍໃຫ້ມີລະບົບການຈັດການທີ່ດີ, ເຝົ້າລະວັງຕິດຕາມອາການໝູຂອງຕົນເອງຢູ່ສະເໝີ ຖ້າມີອາການຜິດປົກກະຕິຕ້ອງແຈ້ງໃຫ້ໜ່ວຍງານກ່ຽວຂ້ອງຮັບຊາບເພື່ອກວດສອບ, ສໍາລັບເຂດທີ່ມີການລະບາດແລ້ວຕ້ອງຮ່ວມມືກັບເຈົ້າໜ້າທີ່ທໍາລາຍໝູຖິ້ມດ້ວຍການເຜົາ, ຝັງຖິ້ມພ້ອມໂຮຍປູນຂາວ ແລະ ສີດຢາຂ້າເຊື້ອ, ຫ້າມນໍາມາບໍລິໂພກຢ່າງເດັດຂາດ. ພ້ອມດຽວກັນນັ້ນ, ກໍມີການຕັ້ງດ່ານກວດກາການເຂົ້າ – ອອກທັງຄົນ, ສັດ ແລະ ພາຫະນະຕ່າງໆ ໂດຍສະເພາະເຂດທີ່ມີການລະບາດຕ້ອງມີການສີດຢາຂ້າເຊື້ອທຸກຄັ້ງກ່ອນເດີນທາງ. ເຖິງຢ່າງໃດກໍຕາມ, ຖ້າທຸກຄົນສາມາດປະຕິບັດໄດ້ຕາມມາດຕະການທີ່ກ່າວມາ ຫຼື ຕາມແຈ້ງການທີ່ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ແຈ້ງອອກໄປກ່ອນແລ້ວນັ້ນ ເຊື່ອວ່າຈະສາມາດຄວບຄຸມໄດ້ແນ່ນອນ, ທ່ານ ນາງ ວິໄລພອນ ວໍລະພິມ ກ່າວ.

ຈາກການລະບາດດັ່ງກ່າວ ເຮັດໃຫ້ການບໍລິໂພກຊີ້ນໝູໃນບາງເຂດແມ່ນຫຼຸດລົງ ແຕ່ຫຼັງຈາກທີ່ພາກລັດໄດ້ເຂົ້າໄປຄວບຄຸມ ພ້ອມໃຫ້ຄວາມຮູ້ກ່ຽວກັບພະຍາດດັ່ງກ່າວ ປະຊາຊົນກໍເລີ່ມກັບມາບໍລິໂພກຊີ້ນໝູແລ້ວຈໍານວນໜຶ່ງ ເປັນຕົ້ນແມ່ນແຂວງຫົວພັນ ໜຶ່ງໃນແຂວງທີ່ມີການລະບາດຂອງເຊື້ອພະຍາດດັ່ງກ່າວ ເຊິ່ງທ່ານ ຄິ່ນ ທຸມມາລາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງພົບການລະບາດ 7 ເມືອງ, ຈາກສະພາບການດັ່ງກ່າວການບໍລິໂພກຊີ້ນໝູພາຍໃນແຂວງໄລຍະລະບາດທໍາອິດ ກໍຄືເດືອນມິຖຸນາແມ່ນຫຼຸດລົງແລ້ວຫັນໄປບໍລິໂພກຊີ້ນປະເພດອື່ນແທນ ເປັນຕົ້ນແມ່ນຊີ້ນງົວ, ຄວາຍ, ປາ ແລະ ສັດປີກ ແຕ່ມາຮອດປັດຈຸບັນກໍເລີ່ມກັບມາບໍລິໂພກຊີ້ນໝູຄືນ ແຕ່ເປັນການນໍາຊີ້ນໝູຈາກເມືອງອື່ນທີ່ບໍ່ມີການລະບາດ ແລະ ຜ່ານການກວດເຊື້ອຢ່າງດີ ຈຶ່ງນໍາເຂົ້າມາບໍລິໂພກໄດ້.

ດ້ານເມືອງຊ່ອນ ແຂວງຫົວພັນ ເພື່ອຄວາມຮັບປະກັນໃນການສະກັດກັ້ນພະຍາດດັ່ງກ່າວ, ທ່ານ ໂສພາພອນ ແສງອິນທະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃຫ້ຮູ້ວ່າ: ຫຼັງຈາກທີ່ມີການລະບາດຂອງພະຍາດອະຫິວາໝູອາຟຣິກາ ແມ່ນໄດ້ຢຸດການຈໍລະຈອນຊີ້ນໝູ ແລະ ຜະລິດຕະພັນໝູທຸກຮູບແບບ ຫ້າມຂ້າ, ຫ້າມຂາຍ, ຫ້າມຈໍາໜ່າຍ ລໍຖ້າເບິ່ງສະພາບການໝົດເດືອນສິງຫານີ້ ຖ້າມີທ່າທີດີຂຶ້ນອາດຈະໃຫ້ປະຊາຊົນກັບມາບໍລິໂພກຊີ້ນໝູໄດ້ອີກຄັ້ງ. ເຖິງຢ່່າງໃດກໍຕາມ, ປັດຈຸບັນນີ້ແມ່ນພວມເຝົ້າລະວັງຄວບຄຸມການລະບາດຢ່າງເຂັ້ມງວດ.

ສ່ວນແຂວງບໍລິຄໍາໄຊ ທ່ານ ພອນສະຫວັນ ຫອມນະບຸນລັດ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ຮູ້ວ່າ: ສະພາບການລະບາດ ປັດຈຸບັນແມ່ນສະຫງົບລົງແລ້ວບໍ່ພົບໝູຕິດເຊື້ອເພີ່ມ ມີພຽງການເຝົ້າລະວັງຕິດຕາມຂົງເຂດໃກ້ຄຽງທີ່ເຄີຍລະບາດເທົ່ານັ້ນ ເຊິ່ງສາມາດເວົ້າໄດ້ວ່າຄວບຄຸມໄດ້ແລ້ວ. ຢ່າງໃດກໍດີ, ທີ່ພວກເຮົາສາມາດຄວບຄຸມໄດ້ກໍຍ້ອນປະຕິບັດຕາມມາດຕະການທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ, ວ່ອງໄວ ແລະ ທັນກັບສະພາບການ ແຕ່ຖ້າເວົ້າເຖິງຄວາມໝັ້ນໃຈໃນການບໍລິໂພກຊີ້ນໝູຂອງປະຊາຊົນ ສໍາລັບຂົງເຂດທີ່ບໍ່ມີການລະບາດກໍເປັນປົກກະຕິດີ ແຕ່ເຂດທີ່ມີການລະບາດພະຍາດນີ້ມັນກໍກະທົບຕໍ່ຄວາມໝັ້ນໃຈຂອງເຂົາເຈົ້າ ເຮັດໃຫ້ການບໍລິໂພກຢູ່ເຂດດັ່ງກ່າວຫຼຸດລົງເລັກໜ້ອຍ.

[ ຂ່າວ: ເອຢິບ ]