ອຸດສາຫະກໍາລົດອິນເດຍວິກິດ ໂຮງງານຫຼາຍແຫ່ງ ເລີກຈ້າງພະນັກງານນັບແສນຄົນ

56

ບັນຫາການວ່າງວຽກໃນປະເທດອິນເດຍ ຍັງເປັນຄວາມທ້າທາຍຂອງ ທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີຫາກຊະນະເລືອກຕັ້ງໃນສະໄໝທີ 2 ຍິ່ງມີຄວາມຄາດຫວັງຈາກປະຊາຊົນຫຼາຍຂຶ້ນ ທ່າມກາງອັດຕາການວ່າງວຽກທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍຜົນສໍາຫຼວດຫຼ້າສຸດພົບວ່າອັດຕາການວ່າງວຽກເພີ່ມຂຶ້ນ 7,5% ຢູ່ທີ່ 18,9 ລ້ານຄົນ ຖືເປັນລະດັບສູງສຸດ ໃນນຮອບ 45 ປີ ໂດຍອຸດສາຫະກໍາລົດເປັນໜຶ່ງໃນພາກທຸລະກິດທີ່ມີການຈ້າງວຽກຫຼາຍທີ່ສຸດ.

ນັບຕັ້ງແຕ່ປີ 2019 ອຸດສາຫະກໍາລົດໃນອິນເດຍ ມີການເລີກຈ້າງເພີ່ມຂຶ້ນຢ່າງຕໍ່ເນື່ອງ ລວມກວ່າ 350.000 ຕໍາແໜ່ງ ທັງໃນພາກການຜະລິດລົດ, ເຄື່ອງປະກອບ ແລະ ອາໄຫຼ່ ຕະຫຼອດຮອດຕົວແທນຈໍາໜ່າຍ.

ອຸດສາຫະກໍາລົດໃນປັດຈຸບັນກໍາລັງຕົກຕໍ່າລົງຫຼາຍ, ການປັບຫຼຸດພະນັກງານເກີດຂຶ້ນທຸກເດືອນ ເນື່ອງຈາກມີໂຮງງານຜະລິດລົດຫຼາຍແຫ່ງໃນ ອິນເດຍ ມີການປິດຕົວລວມເຖິງການຫຼຸດຊົ່ວໂມງເຮັດວຽກ.

ນັກເສດຖະສາດ ໃຫ້ຮູ້ວ່າ: ບັນຫາຂອງອຸດສາຫະກໍາລົດອິນເດຍ ອາດຈະເປັນເລື່ອງໃຫຍ່ກວ່າທີ່ຄິດ ເນື່ອງຈາກເປັນອຸດສາຫະກໍາທີ່ມີການຈ້າງວຽກທັງທາງກົງ ແລະ ທາງອ້ອມ ລວມກວ່າ 35 ລ້ານຄົນ ຄິດເປັນເກືອບ 50%ຂອງພາກອຸດສາຫະກໍາການຜະລິດໃນ ອິນເດຍ ເນື່ອງຈາກຍອດຂາຍລົດໃນ ອິນເດຍ ຕົກຕໍ່າລົງຢ່າງຕໍ່ເນື່ອງ.

ທັງນີ້, ອຸດສາຫະກໍາລົດໃນອິນເດຍຄິດເປັນອັດຕາສ່ວນກວ່າ 7% ຂອງ ຈີດີພີ, ການປະເຊີນໜ້າກັບພາວະຕົກຕໍ່າຄັ້ງຮ້າຍແຮງທີ່ສຸດທີ່ເຄີຍປະສົບມາ ແລະ ຄາດຄະເນວ່າຈະເຮັດໃຫ້ການຂະຫຍາຍຕົວທາງເສດຖະກິດຂອງ ອິນເດຍ ມີບັນຫາໃນອະນາຄົດ.

ເມື່ອເດືອນກໍລະກົດທີ່ຜ່ານມາ, ບັນດາຜູ້ອໍານວຍການບໍລິສັດລົດ ລວມເຖິງຕົວແທນຈໍາໜ່າຍລົດນໍາເຂົ້າລວມຕົວກັນເພື່ອເຂົ້າພົບປະເຈລະຈາກັບເຈົ້າໜ້າທີ່ ກະຊວງການເງິນອິນເດຍ ເພື່ອຍື່ນຂໍ້ຮຽກຮ້ອງລັດຖະບານ ເຊິ່ງເນັ້ນໄປທີ່ການປັບຫຼຸດພາສີລົດຈາກປັດຈຸບັນ ເກັບຢູ່ທີ່ 5 – 28% ເຊິ່ງລົດທີ່ມີຍອດຈໍາໜ່າຍຫຼາຍເຊັ່ນລົດເກັ໋ງ ແລະ ລົດຕູ້ ສ່ວນໃຫຍ່ຈະມີອັດຕາພາສີ ຢູ່ທີ່ 28% ພ້ອມທັງສະເໜີໃຫ້ລັດຖະບານພິຈາລະນາ ແລະ ອອກນະໂຍບາຍຊ່ວຍໃຫ້ປະຊາຊົນເຂົ້າເຖິງແຫຼ່ງເງິນກູ້ຢືມສໍາລັບຊື້ລົດງ່າຍຂຶ້ນ ໂດຍເຫດຜົນວ່າຍອດຂາຍລົດເກັ໋ງຫຼຸດລົງ 9 ເດືອນຊ້ອນ ຈົນເຖິງເດືອນກໍລະກົດທີ່ຜ່ານມາ ລວມເຖິງລົດປະເພດອື່ນໆທັງລົດຈັກກໍມີຍອດຂາຍຫຼຸດລົງເຊັ່ນກັນ.

ໃນໄລຍະ 4 ເດືອນທີ່ຜ່ານມາ, ມີ ຄວາມເຄື່ອນໄຫວເພື່ອຫຼຸດຕົ້ນທຶນຂອງບໍລິສັດຫຼາຍແຫ່ງ ເຊັ່ນ: ທາທາ ມໍເຕີທີ່ຕັດສິນໃຈປິດໂຮງງານຜະລິດ 4 ແຫ່ງ, ຂະນະທີ່ ມະຫິນທຣາແອມະຫິນທຣາ ບໍລິສັດລົດຊັ້ນນໍາຂອງອິນເດຍປະກາດວ່າໂຮງງານທຸກແຫ່ງທົ່ວປະເທດຢຸດການຜະລິດ ປະມານ 5 – 13 ວັນຕໍ່ເດືອນໃນໄລຍະເດືອນເມສາ – ເດືອນມິຖຸນາ 2019 ເນື່ອງຈາກບໍ່ມີຄໍາສັ່ງຊື້ໃໝ່ເຂົ້າມາ ຈຶ່ງຕ້ອງຫຼຸດຕົ້ນທຶນການຈ້າງວຽກ.

ຂະນະທີ່ຮອນດ້າບໍລິສັດລົດລາຍ  ໃຫຍ່ຂອງ ຍີ່ປຸ່ນ ປະກາດຢຸດການຜະລິດບາງລຸ້ນໃນໂຮງງານຢູ່ທີ່ ລັດຣາກສະຖານ ຕັ້ງແຕ່ວັນທີ 16 ເດືອນກໍລະກົດທີ່ຜ່ານມາ ແລະ ຢຸດການຜະລິດທັງໝົດໃນໂຮງງານ ແຫ່ງທີ 2 ໃນເມືອງເກຣດເຕີນອຍດາ ເປັນໄລຍະເວລາ 15 ວັນ ຕັ້ງແຕ່ວັນທີ 26 ເດືອນກໍລະກົດທີ່ຜ່ານມາ.

ນອກຈາກນີ້, ຍັງມີບໍລິສັດລົດຈໍານວນຫຼາຍທີ່ປັບຫຼຸດພະນັກງານໃນໄລຍະ 4 ເດືອນທີ່ຜ່ານມາເຊັ່ນ ມາຣູຕິ ຊູຊຸກິ ບໍລິສັດລົດລາຍໃຫຍ່ທີ່ສຸດຂອງອິນເດຍ ໄດ້ປັບຫຼຸດພະນັງງານລົງ 6% ຂອງແຮງງານທັງໝົດ ຕະຫຼອດຮອດເດນໂຊຄອບ ແລະ ຊູຊຸກິ ມໍເຕີ ຂອງຍີ່ປຸ່ນ ກໍມີການຫຼຸດພະນັກງານລົງເຊັ່ນກັນ.

ຂະນະທີ່ພາບລວມຍັງສົ່ງສັນຍານວ່າໃນໄລຍະໄຕມາດ 4 ຂອງປີນີ້ ອາດຈະມີການປັບຫຼຸດພະນັກງານລົງອີກຫາກຍອດຂາຍລົດຍັງບໍ່ດີຂຶ້ນ.

ສູນຕິດຕາມເສດຖະກິດອິນເດຍ ຫຼື ຊີເອັມໄອອີ ລາຍງານວ່າ: ລັດຖະບານອິນເດຍ ໃຫ້ຄວາມສົນໃຈໃນການພັດທະນາລົດໄຟຟ້າ ແລະ ລົດບໍ່ມີຄົນຂັບເພື່ອແກ້ບັນຫາມົນລະພິດທາງອາກາດໃນປະເທດ ແຕ່ກັບປ່ອຍປະລະເລີຍອຸດສາຫະກໍາລົດແບບເກົ່າ ເຊິ່ງກ່ຽວພັນກັບແຮງງານອິນເດຍຈໍານວນຫຼາຍ. ສະນັ້ນ, ຫາກລັດຖະບານອິນເດຍ ບໍ່ຊ່ວຍເຫຼືອເພື່ອຟື້ນຄືນອຸດສາຫະກໍາລົດໂດຍດ່ວນ ຄາດຄະເນວ່າອັດຕາການວ່າງວຽກໃນອິນເດຍຈະເພີ່ມຂຶ້ນເປັນ 20 ລ້ານຄົນ ຫຼື ຫຼາຍກວ່ານັ້ນ ໃນປີ 2020.