ເກົາຫຼີໃຕ້ ຍື່ນຂໍ້ສະເໜີເຈລະຈາກັບຍີ່ປຸ່ນ! ແຕ່ຕ້ອງມີເງື່ອນໄຂ

41

ປະທານາທິບໍດີເກົາຫຼີໃຕ້ ຍື່ນຂໍ້ສະເໜີໄປເຖິງລັດຖະບານຍີ່ປຸ່ນ ເພື່ອແກ້ໄຂຂໍ້ຂັດແຍ່ງທາງການຄ້າ ແຕ່ “ມີເງື່ອນໄຂ” ວ່າ ອີກຝ່າຍຕ້ອງໃຫ້ຄຳໝັ້ນສັນຍາ “ການຄ້າທີ່ເປັນທຳ ແລະ ການຮ່ວມມືທີ່ເທົ່າທຽມກັນ” ກັບທຸກປະເທດໃນພາກພື້ນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນພະຫັດ ທີ 15 ສິງຫາ ວ່າ ປະທານາທິບໍດີມຸນ ແຈ-ອິນ ໄດ້ກ່າວ ສຸນທອນພົດທີ່ສູນປະຊຸມອິດສະຫຼະພາບຊໍນັນ ໃນນະຄອນຫຼວງໂຊ ເມື່ອວັນພະຫັດ ເຊິ່ງກົງກັບ “ວັນອິດສະຫຼະພາບເກົາຫຼີ” ສະເຫຼີມສະຫຼອງການປົດປ່ອຍຈາກການຢູ່ພາຍໃຕ້ ການປົກຄອງຂອງຈັກກະພັດຍີ່ປຸ່ນ. ເຊິ່ງໃນປີນີ້, ຄົບຮອບ 74 ປີ ໂດຍຜູ້ນຳເກົາຫຼີໃຕ້ໄດ້ກ່າວໜ້ອຍໜຶ່ງເຖິງການຍິງຂີປະນາວຸດຂອງເກົາຫຼີເໜືອ ຢ່າງໜ້ອຍ 5 ຄັ້ງ ຕັ້ງແຕ່ທ້າຍເດືອນກໍລະກົດ ຜ່ານມາ, ໂດຍຢືນຢັນວ່າ “ບໍ່ມີຜົນກະທົບຫຍັງ” ຕໍ່ເກົາຫຼີໃຕ້ ແຕ່ໃຫ້ຄວາມສໍາຄັນຢ່າງຊັດເຈນໄປກັບການກ່າວເຖິງ ຂໍ້ພິພາດທາງການຄ້າກັບຍີ່ປຸ່ນ ທ່ານມຸນ ກ່າວວ່າ ລັດຖະບານເກົາຫຼີໃຕ້ ກຽມພ້ອມ ແລະ ຍິນດີເປັນຢ່າງຍິ່ງທີ່ຈະເຈລະຈາ ແລະ ເຮັດວຽກຮ່ວມກັບຍີ່ປຸ່ນ ຖ້າອີກຝ່າຍໃຫ້ຄໍາໝັ້ນເລື່ອງ “ການຄ້າທີ່ເປັນທຳ ແລະ ການຮ່ວມມືທີ່ເທົ່າທຽມກັນ” ກັບທຸກປະເທດໃນພາກພື້ນ.

ในภาพอาจจะมี 2 คน

ຂະນະດຽວກັນ, ຜູ້ນຳເກົາຫຼີໃຕ້ ປະຕິເສດຄຳຕຳນິຂອງຫຼາຍ ວ່າ “ເປັນປະເທດທີ່ຈົມຢູ່ແຕ່ກັບອະດີດ” ແຕ່ໄດ້ເນັ້ນໜັກວ່າ ເກົາຫຼີໃຕ້ຈະບໍ່ມີທາງ “ເປັນຝ່າຍແພ້” ຕໍ່ຍີ່ປຸ່ນອີກ. ທັງນີ້, ຄວາມສຳພັນລະຫວ່າງເກົາຫຼີໃຕ້ ກັບ ຍີ່ປຸ່ນ ຕົກຕໍ່າທີ່ສຸດໃນຮອບຫຼາຍທົດສະວັດ  ເມື່ອສານສູງສຸດໃນນະຄອນຫຼວງໂຊ ມີຄຳພິພາກສາ ເມື່ອທ້າຍປີ ຜ່ານມາ ຕັດສິນໃຫ້ສອງບໍລິສັດຂອງຍີປຸ່ນ ຄື ນິບປອນ ສະຕິລ ແລະ ມິດຊູບີຊິ ເຮຟວິ ອິນດັສຕຣີ້ ຈ່າຍຄ່າຊົດເຊີຍໃຫ້ລູກຫຼານທີ່ສືບທອດຂອງຜູ້ທີ່ເຄີຍເປັນແຮງງານທາດ ໃນສະໄໝສົງຄາມໂລກ ຄັ້ງທີ 2 ເຊິ່ງສ້າງຄວາມບໍ່ພໍໃຈຢ່າງຫຼວງຫຼາຍໃຫ້ແກ່ຍີ່ປຸ່ນ ເຊິ່ງຢືນຢັນວ່າ ປະເດັນດັ່ງກ່າວ “ໄດ້ສິ້ນສຸດມາເວລາດົນນານແລ້ວ” ຕາມຂໍ້ຕົກລົງ ເມືອປີ 1965 ທີ່ເປັນການຮ່ວມກັນສ້າງສາຍສໍາພັນທາງການທູດລະດັບທະວີພາຄີຂອງສອງຝ່າຍຢ່າງເປັນທາງການ.

ในภาพอาจจะมี 1 คน

ຫຼັງຈາກນັ້ນ, ຍີ່ປຸ່ນໄດ້ອອກມາດຕະການ “ເພີ່ມຄວາມເຂັ້ມງວດ” ໃນການສົ່ງອອກສິນຄ້າເທັກໂນໂລຢີ ແລະ ວັດຖຸດິບສໍາຄັນ ສຳລັບການຜະລິດສິນຄ້າທີ່ກ່ຽວຂ້ອງໃຫ້ແກ່ເກົາຫຼີໃຕ້ ໂດຍມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 4 ກໍລະກົດ ຜ່ານມາ ແລະ ກຽມຈະຖອນຊື່ເກົາຫຼີໃຕ້ ອອກຈາກການເປັນສິດພິເສດທາງການຄ້າ ໃນຖານະກຸ່ມປະເທດ “ບັນຊີຂາວ” ໃນວັນທີ 28 ສິງຫາ ນີ້. ສ່ວນລັດຖະບານເກົາຫຼີໃຕ້ ປະກາດມາດຕະການຕອບໂຕ ກຽມເອົາຍີ່ປຸ່ນອອກຈາກບັນຊີຂາວຂອງຕົນເອງເຊັ່ນກັນ ແຕ່ຍັງບໍ່ຊັດເຈນວ່າຈະມີຜົນບັງຄັບໃຊ້ເມື່ອໃດ.

ในภาพอาจจะมี 9 คน, ตาราง และสถานที่กลางแจ้ง