ເບບີ້ ມາເວທີທໍາອິດເພື່ອປະສົບການ ແລະ ສານຝັນສູ່ວົງການນາງງາມ

52

ອີກໜຶ່ງສາວທີ່ບອກວ່າມາແຮງບໍ່ແພ້ໝາຍເລກໃດ ກັບນ້ອງ ເບບີ້ ເມກຂະຫຼາ ຈະເລີນໄຊ ໜຶ່ງສາວທີ່ເຂົ້າປະກວດ ມິສຢູນິເວີຣສລາວ 2019.

ເປັນສາວນ້ອຍອາຍຸ 18 ປີ ໜ້າຫວານ ຍິ້ມມີສະເໜ່ ຮຽນຢູ່ ມສ ໜອງບອນ ມໍ 7 ໃນສົກຮຽນທີ່ຈະເຖິງນີ້, ປັດຈຸບັນຢູ່ ບ້ານ ໂນນສະອາດ, ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ເບບີ້ບອກວ່າ: ສຳລັບການປະກວດນີ້ເປັນເວທີທໍາອິດ ຂອງນ້ອງ ຈິ່ງຫວັງພຽງຢາກສະສົມປະສົບການ, ເພາະມັນເປັນຄວາມໄຝ່ຝັນມັກມາແຕ່ນ້ອຍແລ້ວ ແລະ ທຸກຄົນທີ່ກ້າວເຂົ້າມາກໍຢາກເປັນ 1 ນອກນັ້ນສິ່ງທີ່ນ້ອງຫວັງກໍຄືເວທີນີ້ຈະເຮັດໃຫ້ໂຕເອງມີປະສົບການບໍ່ວ່າຈະເປັນທາງດ້ານແນວຄິດ ບຸກຄະລິກກະພາບ ມິດຕະພາບ ການປັບຕົວເຂົ້າກັບບຸກຄົນອື່ນໆໃນສັງຄົມ ທຸກຢ່າງທີ່ເປັນສິ່ງໃໝ່ໆນ້ອງຈະຕ້ອງໄດ້ຮຽນຮູ້ ນັ້ນມັນອາດເປັນສິ່ງທີ່ມີຄ່າຫຼາຍກວ່າລາງວັນອີກ…

ແຕ່ຖ້າຫາກໄດ້ຮັບຕໍາແໜ່ງ ນ້ອງເອງກໍມີຄວາມສາມາດສື່ສານພາສາອັງກິດໄດ້ໃນລະດັບປານກາງ ຫາກໄດ້ເປັນໂຕແທນນ້ອງຈະໃຊ້ໄລຍະເວລາທີ່ກຽມໂຕ ກະກຽມຄວາມພ້ອມໃຫ້ຫລາຍເຮັດໃຫ້ດີທີ່ສຸດ
ນ້ອງຈະໄປເຜີຍແຜ່ບົດຟ້ອນທີ່ປະກອບດ້ວຍການນຸ່ງຖືແບບຮີດຄອງຂອງລາວ ຢາກໃຫ້ເຂົາໄດ້ເບິ່ງ ແລະ ໄດ້ເຫັນວັດທະນະທຳຄວາມເປັນລາວ ວັດທະນະທໍາ ແລະ ຮີດຄອງປະເພນີທີ່ເປັນເອກກະລັກຕ່າງໆໃນບາງຈຸດທີ່ບໍ່ຄ່ອຍມີໃຜຮູ້ນໍາເອົາໄປເຜີຍແຜ່ …

ຝາກໂຫວດ ແລະ ໃຫ້ກໍາລັງໃຈນ້ອງແນ່ເດີ້ ເບີ MUL 16