ເພງ “ ເລືອກ ” ເພງທໍາອິດວົງ X – Army

68

ວົງ ເອັກ – ອາມມີ ( X – Army ) ວົງທີ່ຊະນະການປະກວດ ເບຍລາວ ຊາເລັນ 3 ໃນປີ 2018 ຫຼື Beer lao band challeng season 3 ໄດ້ປ່ອຍຜົນງານເພງທໍາອິດອອກມາໃຫ້ໄດ້ຟັງແລ້ວ ພຽງ 2 ມື້ໄດ້ຍອດວິວກວ່າ 1 ໝື່ນວິວ.

ທ້າວ ວິລະຍາ ສິລິວົງ ( ທິວ ) ເປັນນັກຮ້ອງນໍາວົງ X – Army ໃຫ້ສໍາພາດວ່າ: ວົງ X – Army ກໍ່ຕັ້ງແຕ່ປີ 2013 ຜ່ານການປະກວດມາຫຼາຍເວທີ. ຫຼ້າສຸດ, ໄດ້ແຊັມງານ Beer lao Band challeng season 3 ໃນປີ 2018 ແລະ ສັງກັດໃນຄ້າຍ Indeereocord, ມີສະມາຊິກວົງທັງໝົດ 06 ຄົນ ຄື: ທ້າວ ວິລະຍາ ສິລິວົງ     ( ທິວ ) ເປັນນັກຮ້ອງນໍາ, ທ້າວ ວົງປະດິດ ຣັດຕະນະວົງ ( ໂຊໂລ້ ) ເປັນນັກຂຽນເພງ ແລະ ເປັນມືເບສ, ທ້າວ ກົງມະນີ ພອນໄຊທິບ ( ກົງ ) ເປັນມືກອງ, ທ້າວ ສຸລິວົງ ປະດາມີໄຊ ( ເຕີ້ ) ເປັນຫົວໜ້າວົງ ແລະ ເປັນມືກີຕ່າ, ທ້າວ ວິລະສັກ ວໍລະຈິດ ( ເອັດຫວາດ ) ເປັນມືຄີບອດ ແລະ ທ້າວ ສີບຸນເຮືອງ ດວງປັນຍາ ( ເຕື່ອຍ ) ເປັນມືກີຕ່າຄອດ.

ເພງ “ ເລືອກ ” ເປັນເພງ Pop Rock ໂດຍມີເນື້ອຫາລະຫວ່າງຂ້ອຍກັບເຂົາຈະເລືອກໃຜ ແລະ ໃຜທີ່ກໍາລັງສັບສົນໃນ ຄວາມຮັກທີ່ມີມືທີ 3 ເຂົ້າມາໃນຄວາມຮັກ ມາຟັງເພງນີ້ແລ້ວຈະເຂົ້າໃຈໃນຄວາມຮູ້ສຶກທີ່ຕ້ອງຕົກເປັນຕົວເລືອກຂອງໃຜຄົນໜຶ່ງ. ເພງນີ້ສ້າງໃນແບບຖ້າຮັກຂ້ອຍກໍລືມເຂົາຖ້າຮັກເຂົາກໍປ່ອຍຂ້ອຍໄປ, ຕ້ອງເລືອກ ແລະ ມີພຽງຄົນດຽວເທົ່ານັ້ນ.

ທັງເນື້ອຮ້ອງ, ທໍານອງ ແລະ ມິວສິກວິດີໂອ ເຮັດໃຫ້ແຟນເພງຫຼາຍຄົນຕ້ອງນໍ້າຕາໄຫຼ, ເພງນີ້ຕອກຢໍ້າຄວາມເຈັບປວດທີ່ຕ້ອງເລືອກລະຫວ່າງຄົນທີ່ຮັກມາແຕ່ດົນກັບຄົນທີ່ເຂົ້າມາໃໝ່ອາດດີກວ່າ ຫຼື ໃຫ້ ຄວາມສຸກສະບາຍຫຼາຍກວ່າຄົນປັດຈຸບັນ. ໃນມິວສິກວິດີໂອມີນັກສະແດງນໍາ 3 ຄົນ ຄື: ທ້າວ ວິລະຍາ ສິລິວົງ ( ທິວ ) ຮັບບົດເປັນພະເອກ, ນາງ ເຈ່ນນີ້ ນັນທານຸວົງ    ( ເຈ່ນນີ້ ) ຮັບບົດເປັນນາງເອກ ແລະ ທ້າວ ສີສົມບັດ ພົມມະຈັນ ( ຕັ້ນ ) ຮັບບົດເປັນຕົວສຳຮອງ.

ສຸດທ້າຍ, ພວກເຮົາວົງ ເອັກ – ອາມມີ ( X – Army ) ຂໍຝາກເພງ “ ເລືອກ ” ໃຫ້ແຟນໆເປັນກໍາລັງໃຈ ແລະ ສະໜັບສະໜູນພວກເຮົາໄປເລື້ອຍໆ, ສາມາດຕິດຕາມເພງໃໝ່ ແລະ ຂໍ້ມູນ – ຂ່າວສານຂອງພວກເຮົາໄດ້ທີ່ເຟສບຸ໊ກ: X – Army ຫຼື ຊ່ອງທາງຢູທູບ: Indeereocord.

( ຂ່າວ: ນຸມນິ້ມ, ຮູບ: ວົງ X – Army )