ເລຂາທິການ ເທຄວັນໂດ ເຟັກຄັອບ ສ.ເກົາຫຼີ ຢ້ຽມຢາມໂຄງການພັດທະນານັກກີລາລາວ

53

ທ່ານເລຂາທິການຂອງສະມາຄົມ     ສົ່ງເສີມເທຄວັນໂດວັດທະນະທຳ ຈາກ     ສ. ເກົາຫຼີ ຫຼື ເທຄວັນໂດ ເຟັກ ຄັອບ ( Peace Corps ) ມາຢ້ຽມຢາມ ແລະ ຕິດຕາມໂຄງການຮ່ວມມື ລາວ – ເກົາຫຼີ ກໍຄືສະຫະພັນກີລາເທຄວັນໂດແຫ່ງຊາດລາວ ແລະ ສະມາຄົມສົ່ງເສີມເທຄວັນໂດວັດທະນະທຳ ຈາກ ສ.ເກົາຫຼີ ເພື່ອສົ່ງເສີມການພັດທະນານັກກີລາເທຄວັນໂດລາວໃຫ້ມີທ່າກ້າວທີ່ພົ້ນເດັ່ນ ແລະ ສາມາດສ້າງຜົນສຳເລັດໃນການເຂົ້າຮ່ວມແຂ່ງຂັນລາຍ ການລະດັບພາກພື້ນ, ອະນຸພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນງານມະຫະກຳກີລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນທ້າຍປີນີ້.

ເມື່ອວັນທີ 12 ສິງຫາຜ່ານມາ ທີ່ໂຮງແຮມລາວ ພລາຊາ ເມືອງຈັນທະບູລີ      ນະຄອນຫຼວງວຽງຈັນ, ທ່ານ ຈັນທະວົງ      ປັນຍາສິລິ ເລຂາທິການສະຫະພັນກີລາເທຄວັນໂດແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານສະຫະພັນ ໃຫ້ກຽດຕ້ອນຮັບ ທ່ານ ຈອຍ ແມນໂຮ ( Choi Manho ) ເລຂາທິການຂອງສະມາຄົມສົ່ງເສີມເທຄວັນໂດວັດທະນະທຳ ຈາກ ສ.ເກົາຫຼີ ພ້ອມດ້ວຍຄະນະຢ່າງອົບອຸ່ນ ແລະ ມີ ທ່ານ ກິມຈົງວູ ຫົວໜ້າຄູຝຶກທີມຊາດລາວ ພ້ອມດ້ວຍນັກກີລາເຂົ້າຮ່ວມຕ້ອນຮັບຢ່າງພ້ອມພຽງ.

ທ່ານ ຈັນທະວົງ ປັນຍາສິລິ ແຈ້ງໃຫ້ຊາບວ່າ: ການມາຢ້ຽມຢາມສະຫະພັນເທຄວັນໂດແຫ່ງຊາດລາວ ຂອງທ່ານເລຂາທິການຂອງສະມາຄົມສົ່ງເສີມເທຄວັນໂດວັດທະນະທຳ ຈາກ ສ.ເກົາຫຼີ ແມ່ນມີຈຸດປະສົງເປົ້າໝາຍຢາກມາກວດກາ ແລະ ຕິດຕາມໂຄງການຮ່ວມມືສົ່ງເສີມການພັດທະນາກີລາເທຄວັນໂດອາຊຽນ – ສ.ເກົາຫຼີ ກໍຄືລະຫວ່າງ ສ.ເກົາຫຼີ, ສປປ ລາວ, ກຳປູເຈຍ, ໄທ ແລະ ສີລັງກາ ໂດຍການຮ່ວມມື ລາວ – ສ.ເກົາຫຼີ ໃນຄັ້ງນີ້ແມ່ນໄດ້ເລີ່ມຕົ້ນມາແຕ່ປີ 2011 ເຊິ່ງມາຮອດປັດຈຸບັນໄດ້ 8 ປີແລ້ວ.

ຕະຫຼອດໄລຍະ 8 ປີຜ່ານມາ ເທຄວັນໂດລາວເຮົາໄດ້ຮັບການຊ່ວຍເຫຼືອຈາກສະມາຄົມດັ່ງກ່າວຫຼາຍດ້ານ ໂດຍສະເພາະໄດ້ຮັບການຍົກລະດັບ, ຄວາມຮູ້ – ຄວາມສາມາດຈາກບັນດາອາສາສະໝັກ ເທຄວັນໂດ ສ.ເກົາຫຼີ ທີ່ສົ່ງມາທຸກປີສະເພາະປີນີ້ກໍສືບຕໍ່ສົ່ງ 4 ຄົນ ມາຖ່າຍທອດຄວາມຮູ້, ຄວາມສາມາດໃນການຫຼິ້ນກີລາເທຄວັນໂດລະດັບນາໆຊາດ ເປັນເວລາ 45 ວັນ ໃຫ້ແກ່ນັກກີລາເທຄວັນໂດລາວ ຈາກ 7 ສະໂມສອນໂດຍກົງ ໂດຍໄດ້ເລີ່ມຕົ້ນຍົກລະດັບມາຕັ້ງແຕ່ເດືອນກໍລະກົດຜ່ານມາ.

ສໍາລັບເປົ້າໝາຍໃນການມາຢ້ຽມຢາມຂອງທ່ານເລຂາທິການຂອງສະມາຄົມສົ່ງເສີມເທຄວັນໂດວັດທະນະທຳ ຈາກ ສ.ເກົາຫຼີ ແມ່ນໄດ້ສືບຕໍ່ຢ້ຽມຢາມໂຄງການດັ່ງກ່າວທີ່ 3 ປະເທດ ຫຼັງຈາກມາ ສປປ ລາວ ກໍໄດ້ອອກເດີນທາງໄປປະເທດກຳປູເຈຍ ກ່ອນຈະກັບມາຢ້ຽມຢາມໄທ ແລະ ສຸດທ້າຍກໍໄປຢ້ຽມຢາມປະເທດສີລັງກາ.