ໄວໜຸ່ມເປັນກໍາລັງແຮງສໍາຄັນໃນການພັດທະນາປະເທດ

109

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮ່ວມມືກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນປະຈໍາ ສປປ ລາວ ( UNFPA ) ຈັດງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ ( IYD ) ຄົບຮອບ 20 ປີ ( 12/8/1999 – 12/8/2019 ) ພາຍໃຕ້ຫົວຂໍ້: ພັດທະນາການສຶກສາ ພັດທະນາຊີວິດ ” ເພື່ອເນັ້ນໜັກໃສ່ການສຶກສາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ລວມທັງໃຫ້ການສຶກສາມີຄວາມເປັນເອກະພາບ ແລະ ສະເໝີພາບ.

ງານສະເຫຼີມສະຫຼອງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2019 ທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ນາງ Mariam A. Khan ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຫົວໜ້າກົມ, ໄວໜຸ່ມ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ການຈັດງານສະເຫຼີມສະຫຼອງໄວໜຸ່ມສາກົນ ຄົບຮອບ 20 ປີ ໂດຍເປັນການເປີດໂອກາດໃຫ້ໄວໜຸ່ມໄດ້ເປີດກວ້າງໃນການພົບປະແລກປ່ຽນບົດຮຽນ, ກ້າສະແດງຄວາມຄິດ, ຄວາມສາມາດອອກມາໄດ້ເຕັມທີ່ ແລະ ທັກສະຂອງຊາວໜຸ່ມລາວ. ນອກຈາກນັ້ນ, ຍັງເປັນການສ່ອງແສງເຖິງການເອົາໃຈໃສ່ຂອງພັກ ແລະ ລັດຖະບານໃນການສົ່ງເສີມຊາວໜຸ່ມໃຫ້ເຂົ້າເຖິງການສຶກສາ, ວຽກງານສາທາລະນະສຸກ, ການມີວຽກເຮັດງານທໍາ ແລະ ການມີສ່ວນຮ່ວມ.

ຍາມໃດກໍເຫັນຄວາມໝາຍສໍາຄັນຂອງຊາວໜຸ່ມທີ່ເປັນກໍາລັງແຮງ ແລະ ມີບົດບາດໃນການພັດທະນາປະເທດຊາດ ໂດຍສະເພາະຊາວໜຸ່ມໃນໄລຍະໃໝ່ ຍິ່ງມີບົດບາດຢູ່ໃນຂະບວນການພັດທະນາເສດຖະກິດ – ສັງຄົມ. ໃນນາມຕາງໜ້າສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ຊາວໜຸ່ມທົ່ວປະເທດຂໍສະແດງຄວາມຮູ້ບຸນຄຸນຂອງພັກ ແລະ ລັດຖະບານ ທີ່ຍາມໃດກໍເອົາໃຈໃສ່ໃນການສົ່ງເສີມ ແລະ ພັດທະນາຊາວໜຸ່ມຢູ່ສະເໝີໃຫ້ກາຍເປັນຜູ້ສືບທອດທີ່ມີຄຸນນະພາບ.

ທ່ານ ນາງ Mariam A. Khan ໄດ້ກ່າວວ່າ: ນັບແຕ່ປີ 1994 ເປັນຕົ້ນມາ ລັດຖະບານ ສປປ ລາວ ໄດ້ໃຫ້ຄໍາໝັ້ນສັນຍາໃນກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ ( ICPD ) ໃນການຕອບສະໜອງຄວາມຕ້ອງການຂອງເຍົາວະຊົນ ແລະ ໄວໜຸ່ມ ໂດຍສະເພາະໄວໜຸ່ມຍິງໃຫ້ເຂົ້າເຖິງການສຶກສາ, ສາທາລະນະສຸກ, ການໃຫ້ຄໍາປຶກສາໄວຈະເລີນພັນ ແລະ ການບໍລິການສຸຂະພາບທີ່ດີ. ຜ່ານມາ 25 ປີ ວຽກງານດັ່ງກ່າວໄດ້ມີຄວາມກ້າວໜ້າຫຼວງຫຼາຍຜ່ານວຽກງານລັດຖະບານ, ການຮ່ວມມື ແລະ ສະໜັບສະໜູນຈາກຫຼາຍພາກສ່ວນ ແຕ່ກໍຍັງບໍ່ສາມາດເຮັດໃຫ້ເຂົ້າເຖິງໄດ້ທຸກຄົນ.

ສະນັ້ນ, ພວກເຮົາຕ້ອງໄດ້ເອົາໃຈໃສ່ ແລະ ເນັ້ນໜັກກັບວຽກງານໄວໜຸ່ມໃຫ້ເຂັ້ມແຂງ ເພື່ອຊ່ວຍໃຫ້ວຽກງານບັນລຸຕາມເປົ້າໝາຍ ອົງການ UNFPA ໄດ້ເຜີຍແຜ່ຍຸດທະສາດໃໝ່ສໍາລັບໄວໜຸ່ມທີ່ມີຊື່ວ່າ: “ ຮ່າງກາຍຂອງຂ້ອຍ, ຊີວິດຂອງຂ້ອຍ, ໂລກຂອງຂ້ອຍ! ”.

ທ້າວ ຈັນຊົມພູ ດວງມາລາ ອາຍຸ 17 ປີ ທີ່ເຂົ້າຮ່ວມງານໃຫ້ສໍາພາດວ່າ: ການຈັດງານສະເຫຼີມສະຫຼອງໄວໜຸ່ມສາກົນໃນມື້ນີ້ ຖືເປັນການເປີດໂອກາດໃຫ້ພວກນ້ອງໄດ້ມີເວທີໃນການສົນທະນາແລກປ່ຽນເອົາຄວາມຄິດໃໝ່ໆ ເຊິ່ງນ້ອງເອງໄດ້ມາຮ່ວມກິດຈະກໍາເປັນປີທີ 2. ໃນປີນີ້ແມ່ນໄດ້ມີການຈັດທີ່ຄຶກຄື້ນຫຼາຍ ມີທັງການສະແດງສິລະປະດົນຕີລວມໝູ່ທີ່ມ່ວນຊື່ນ ແລະ ຍັງຈັດເວທີສໍາມະນາກອນ ໃນຫົວຂໍ້: “ ບັນຫາສຸຂະພາບຈະເລີນພັນ ” ຮ່ວມກັບຊາວໜຸ່ມໂຮງຮຽນອື່ນໆອີກດ້ວຍ.

[ ຂ່າວ: ທິບອຸສາ; ຮູບ: ວິລະສັກ ]