ກຳປູເຈຍ ອອກກົດລະບຽບເຂັ້ມງວດ ຫ້າມນັກທ່ອງທ່ຽວກິນອາຫານຢູ່ເດີ່ນຫຍ້າ ໃນບໍລິເວນນະຄອນວັດ

138

ສໍານັກຂ່າວຕ່າງປະເທດ ລາຍງານເມື່ອວັນພຸດ ທີ 14 ສິງຫາ ວ່າ ອຳນາດການປົກຄອງທ້ອງຖິ່ນຂອງກຳປູເຈຍ ກ່າວກັບສໍານັກຂ່າວ ຊິນຫົວຂອງຈີນ ວ່າ ກຳປູເຈຍໄດ້ສັ່ງຫ້າມນັກທ່ອງທ່ຽວບໍ່ໃຫ້ກິນອາຫານຢູ່ເທິງພື້ນເດີ່ນຫຍ້າບໍລິເວນອ້ອມຮອບນະຄອນວັດ ເນື່ອງຈາກຈະເປັນການຫຼຸດຄຸນຄ່າທາງວັດທະນະທໍາ ແລະ ທຳລາຍສະພາບແວດລ້ອມຂອງວັດ.

ในภาพอาจจะมี ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ

ທ່ານຫາງ ໂປ (Hang Pov) ຜູ້ອຳນວຍການ ອົງການອັບສະຣາແຫ່ງຊາດ (Apsara National Authority) ເຊິ່ງເປັນອົງການທີ່ຮັບຜິດຊອບໃນການປົກປ້ອງຮັກສາ ແລະ ອະນຸລັກອຸທິຍານບູຮານຄະດີ (Angkor Archeological Park) ກ່າວວ່າ ຍັງມີການຫ້າມບໍ່ໃຫ້ຜູ້ຂາຍອາຫານຂ້າງທາງວາງເບາະ ຫຼື ເປ ໃຫ້ລູກຄ້ານັ່ງກິນອາຫານຢູ່ເທິງພື້ນຫຍ້າອ້ອມຮອບນະຄອນວັດເຊັ່ນກັນ.

ในภาพอาจจะมี 1 คน, ต้นพืช, ต้นไม้, ท้องฟ้า, เมฆ, สถานที่กลางแจ้ง และธรรมชาติ

“ການກະທຳດັ່ງກ່າວ ສົ່ງຜົນກະທົບຕໍ່ຄຸນຄ່າຂອງມໍລະດົກທາງວັດທະນະທຳ ລວມເຖິງສິ່ງແວດລ້ອມ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນອຸທິຍານ” ທ່ານຫາງ ກ່າວ.

ຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ຈະໃຊ້ເວລາ 45 ວັນ ເພື່ອແຈ້ງໃຫ້ຜູ້ຂາຍອາຫານ ແລະ ນັກທ່ອງທ່ຽວ ໃຫ້ຮູ້ເຖິງລະບຽບບັງຄັບດັ່ງກ່າວ  ແລະ ຫຼັງຈາກນັ້ນ ຈະເລີ່ມໃຊ້ມາດຕະການກັບຜູ້ລະເມີດລະບຽບ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ອຸທິຍານບູຮານຄະດີອັງກໍ ເຊິ່ງເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມສູງທີ່ສຸດຂອງກຳປູເຈຍ ຕັ້ງຢູ່ແຂວງສຽມຣາຊ ທາງພາກຕາເວັນຕົກສຽງເໜືອຂອງປະເທດ ແລະ ໄດ້ຖືກຈົດທະບຽນເຂົ້າເປັນມໍລະດົກໂລກ ໂດຍອົງການຢູເນສໂກ ເມື່ອປີ 1992.

ในภาพอาจจะมี ท้องฟ้า, เมฆ, ต้นไม้, สถานที่กลางแจ้ง, ธรรมชาติ และน้ำ

ທັງນີ້ ໄລຍະ 7 ເດືອນຕົ້ນປີ 2019 ອຸທິຍານດັ່ງກ່າວ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດແລ້ວ 1,39 ລ້ານຄົນ ມີລາຍໄດ້ຈາກການຂາຍປີ້ຜ່ານທາງເຂົ້າ 62,3 ລ້ານໂດລາ (ປະມານ 543 ຕື້ກີບ) ນັກທ່ອງທ່ຽວທີ່ເຂົ້າຊົມສ່ວນໃຫຍ່ເປັນຄົນຈີນ, ອາເມຣິກາ ແລະ ເກົາຫຼີໃຕ້.