ນໍ້າຖ້ວມໃຫຍ່ໃນມຽນມາ ລັດຖະບານລະດົມກໍາລັງຊ່ວຍເຫຼືອປະຊາຊົນ

40

ລັດຖະບານມຽນມາ ລະດົມກໍາລັງທະຫານໄປພື້ນທີ່ເກີດໄພນໍ້າຖ້ວມຄັ້ງໃຫຍ່ ເພື່ອຊ່ວຍເຫຼືອປະຊາຊົນຫຼັງລະດັບນໍ້າຍັງເພີ່ມສູງຂຶ້ນ, ຂະນະທີ່ຈໍານວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 59 ຄົນ.

ຂະນະທີ່ຝົນຍັງຕົກໃນລັດມອນ, ລັດກະຣຽງ ແລະ ລັດກະສິນ ຖະໜົນຫົນທາງຫຼາຍເສັ້ນຖືກນໍ້າຖ້ວມ, ຂົວໄດ້ຮັບຄວາມເສຍຫາຍ, ຂະນະທີ່ປະຊາຊົນຕ້ອງອົບພະຍົບອອກຈາກທີ່ຢູ່ອາໄສທາງເຮືອ.

ລາຍງານໃຫ້ຮູ້ວ່າ: ມີບ້ານເຮືອນກວ່າ 4.000 ຫຼັງ ໃນລັດມອນ ຖືກນໍ້າຖ້ວມເກືອບເຖິງຫຼັງຄາ, ປະຊາຊົນກວ່າ 25.000 ຄົນ ຕ້ອງກາຍເປັນຜູ້ພັດຖິ່ນອາໄສຢູ່ຕາມວັດຕ່າງໆ.

ສ່ວນສໍານັກງານເພື່ອການປະສານງານດ້ານມະນຸດສະທໍາຂອງອົງການສະຫະປະຊາຊາດ ຫຼື ສປຊ ລາຍງານວ່າ: ຈາກສະຖານະການນໍ້າຖ້ວມຄັ້ງໃຫຍ່ໃນມຽນມາ ຕະຫຼອດຫຼາຍວັນທີ່ຜ່ານມາ ເຮັດໃຫ້ປະຊາຊົນຕ້ອງພັດຖິ່ນຖານເກືອບ 100.000 ຄົນ.

ນອກເໜືອຈາກລັດມອນແລ້ວ, ລັດກະຣຽງ ແລະ ລັດກະສິນ ເຊິ່ງຕັ້ງຢູ່ໃກ້ຄຽງກັນລ້ວນແຕ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດໃນຄັ້ງນີ້, ຂະນະທີ່ສໍານັກງານເພື່ອການປະສານງານດ້ານມະນຸດສະທໍາແຫ່ງ ສປຊ ປະຈໍາອາຊີ ໄດ້ລະດົມກໍາລັງຊ່ວຍເຫຼືອນໍາອີກ.