ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 18 ປີ ຕ້ອງຜິດຫວັງ ຫຼັງຈາກທີ່ຂຶ້ນນໍາກ່ອນ, ແຕ່ສຸດທ້າຍເສຍໃຫ້ ອິນໂດເນເຊຍ 1 – 2 ໃນການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 18 ປີ 2019 ( AFF U18 CHAMPIONSHIP 2019 ) ທີ່ນະຄອນໂຮ່ຈິມິນ ປະເທດຫວຽດນາມ ເມື່ອວັນທີ 12 ສິງຫາທີ່ຜ່ານມາ ເຮັດໃຫ້ຕົກຮອບແນ່ນອນແລ້ວ ແລະ ກຸ່ມ A ຮູ້ຜົນແລ້ວວ່າທີມໃດເຂົ້າຮອບ.
ການແຂ່ງຂັນບານເຕະຊີງແຊັມອາຊຽນ 2019 ໃນລະຫວ່າງວັນທີ 6 – 19 ສິງຫາ 2019 ທີ່ນະຄອນໂຮ່ຈິມິນ ປະເທດຫວຽດນາມ ມີ 12 ປະເທດ ເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ A ປະກອບມີ: ມຽນມາ, ອິນໂດເນເຊຍ, ລາວ, ຕີມໍ ເລັສເຕ, ຟີລິບປິນ ແລະ ບຣູໄນ; ກຸ່ມ B ປະກອບມີ: ມາເລເຊຍ, ໄທ, ຫວຽດນາມ, ກຳປູເຈຍ, ສິງກະໂປ ແລະ ອົສຕຣາລີ.
ກ່ອນໜ້ານີ້ ຢູ 18 ລົງສະໜາມ ນັດທໍາອິດເສຍໃຫ້ກັບ ມຽນມາ 1 – 3 ກ່ອນທີ 2 ນັດຖັດມາ ຈະເກັບໄຊຊະນະໄດ້ທັງໝົດຈາກການເອົາຊະນະ ບຣູໄນ 1 – 0 ແລະ ຊະນະ ຟີລິບປິນ 1 – 0 ເຮັດໃຫ້ທີມຊາດລາວ ລົງສະໜາມໄປແລ້ວ 3 ນັດ ຊະນະ 2, ເສຍ 1, ມີ 6 ຄະແນນ ເປັນອັນດັບ 3 ກຸ່ມ A ຕາມຫຼັງ ອິນໂດເນເຊຍ ແລະ ມຽນມາ ທີ່ມີ 9 ຄະແນນເທົ່າກັນ ຈາກ 3 ນັດສຸດທ້າຍ.
ເຮັດໃຫ້ ຢູ 18 ລາວ ຕ້ອງຊະນະສະຖານດຽວໃນອີກ 2 ນັດທີ່ເຫຼືອ ຈຶ່ງຈະລຸ້ນເຂົ້າຮອບໄດ້. ຫຼ້າສຸດ, ເມື່ອວັນທີ 12 ສິງຫາ 2019 ຢູ 15 ລາວ ລົງສະໜາມພົບກັບ ອິນໂດເນເຊຍ ຜ່ານການແຂ່ງຂັນປາກົດວ່າ: ທີມຊາດລາວ ໄດ້ປະຕູຂຶ້ນນໍາກ່ອນຈາກການຍິງຂອງ ອາລຸນໄນ ລຸນລາສີ ນາທີ 70, ແຕ່ ອິນໂດເນເຊຍ ມາໄດ້ 2 ປະຕູລວດ, ດັບຄວາມຫວັງຂອງທີມຊາດລາວ ຈາກການຍິງຂອງ BAGUS KAHFI ນາທີ 82 ແລະ ການສະກັດບານເຂົ້າປະຕູຕົນເອງນັກເຕະທີມຊາດລາວ ອານຸລັກ ວັນນະລາດ ນາທີ 90+1 ສົ່ງຜົນໃຫ້ ອິນໂດເນເຊຍ ພິກຊະນະ 2 – 1.
ສ່ວນຜົນຄູ່ອື່ນໆຂອງກຸ່ມ A ຕີມໍ ເລັສເຕ ຊະນະ ຟີລິບປິນ 5 – 2 ແລະ ມຽນມາ ຊະນະ ບຣູໄນ 2 – 0 ເຮັດໃຫ້ ອິນໂດເນເຊຍ ກອດຄໍ ມຽນມາ ເຂົ້າຮອບຮອງຊະນະເລີດເປັນທີ່ແນ່ນອນແລ້ວ ຈາກການມີ 12 ຄະແນນເທົ່າກັນ, ສ່ວນ ທີມຊາດລາວ ມີ 6 ຄະແນນເທົ່າກັບ ຕີມໍ ເລັສເຕ ກອດຄໍກັນຕົກຮອບ ເພາະເຫຼືອການແຂ່ງຂັນພຽງ 1 ນັດ ເຊັ່ນດຽວກັບ ຟີລິບປິນ ແລະ ບຣູໄນ ທີ່ຍັງບໍ່ມີຈັກຄະແນນ.
ສໍາລັບຕາຕະລາງການແຂ່ງຂັນຂອງທີມຊາດລາວ ຢູ 18 ຍັງເຫຼືອອີກ 1 ນັດ ດັ່ງນີ້:
ວັນທີ 14 ສິງຫາ 2019 ເວລາ 18:30 ໂມງ ລາວ ພົບ ຕີມໍ ເລັສເຕ ທີ່ສະໜາມ BINH DUONG.
( ຄໍາສອນ: ຮູບຈາກ: Vongmisay Soubouakham )