ລະດັບນໍ້າຫຼາຍເຂດຍັງຕໍ່າ ນໍ້າຂອງຈຸດນະຄອນຫຼວງວຽງຈັນຫຼຸດລົງ 1,46 ແມັດ ໃນເວລາ 1ອາທິດ

88

ຈາກການສັງລວມລະດັບນໍ້າຂອງ ແລະ ສາຂາແມ່ນໍ້າຂອງ ໃນຮອບໜຶ່ງອາທິດຜ່ານມາ ( ສົມທຽບວັນທີ 7 ສິງຫາ ກັບວັນທີ 14 ສິງຫາ 2019) ຈາກການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດພົບວ່າ: ລະດັບນໍ້າຂອງ ແລະ ສາຂາແມ່ນໍ້າຂອງມີການຂຶ້ນລົງເລັກນ້ອຍເຊັ່ນ: ແມ່ນໍ້າຂອງ (ຈຸດຫຼວງພະບາງ) ເພີ່ມຂຶ້ນ 0,33 ຊັງຕີແມັດ ຈາກລະດັບ 9,32 ແມັດໃນວັນທີ 7 ສິງຫາ ເປັນ 9,56 ແມັດ ໃນວັນທີ 14 ສິງຫາ.

 

ในภาพอาจจะมี ต้นไม้, ต้นพืช, ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ

 

ສ່ວນແມ່ນໍ້າຂອງ ຈຸດນະຄອນຫຼວງວຽງຈັນ ຫຼຸດລົງ 1,46 ແມັດ ຈາກລະດັບ 5,40 ແມັດ ໃນວັນທີ 7 ສິງຫາ ມາເປັນ 3,94 ແມັດ ໃນວັນທີ 14 ສິງຫາ ເຊິ່ງເຫັນວ່າລະດັບນໍ້າຍັງຕໍ່າເພາະຍັງຫ່າງຈາກລະດັບລະວັງໄພກວ່າ 7 ແມັດ.

 

ในภาพอาจจะมี ท้องฟ้า, เมฆ, สถานที่กลางแจ้ง และธรรมชาติ

 

ສ່ວນສາຂາແມ່ນໍ້າຂອງຫຼຸດລົງບາງແຫ່ງເຊັ່ນ: ຈຸດມະຫາໄຊ (ນໍ້າເຊບັ້ງໄຟ) ຫຼຸດລົງ 0,18 ຊັງຕີແມັດ ຈາກວັດແທກໄດ້ວັນທີ 7 ສິງຫາ ຢູ່ທີ່ 7,38 ແມັດ ມາເປັນ 7,20 ແມັດໃນມື້ນີ້.  ຈຸດຂົວເຊ (ນໍ້າເຊບັ້ງໄຟ) ຫຼຸດລົງ 0,49 ຊັງຕີແມັດ ຈາກວັດແທກໄດ້ວັນທີ 7 ສິງຫາ ຢູ່ທີ່ 11,99 ແມັດ ມາເປັນ11,50ແມັດ ໃນວັນທີ 14 ສິງຫາ 2018. ແມ່ນໍ້າສາຍອື່ນໆກໍ່ມີການເພີ່ມຂຶ້ນ ແລະ ຫຼຸດລົງເລັກນ້ອຍໃນຮອບອາທິດຜ່ານມາ.

 

ສຳລັບພະຍາກອນອາກາດເຊົ້ານີ້ ວັນທີ 14 ສິງຫາ 2019 ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍງານວ່າ: ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກກຄຸມເປັນສ່ວນໃຫຍ່. ສະພາບການເຊັ່ນນີ້ຈະເຮັດໃຫ້ຍັງມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປເປັນບໍລິເວນກ້ວາງໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງ.

 

ในภาพอาจจะมี เมฆ, ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ