ລັດຖະມົນຕີ ຖວທ ເນັ້ນ7 ວຽກງານໃຫ້ສື່ເອົາໃຈໃສ່

60

ວັນທີ 13 ສິງຫາ 2019 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍລາວ ຄົບຮອບ 69 ປີ ( 13/8/1950 – 13/8/2109 ) ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງ ຖວທ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນຳ, ນັກຂ່າວ, ພະນັກງານການພິມຈຳໜ່າຍ ແລະ ຜູ້ໃຫ້ການສະໜັບສະໜູນທັງຫຼາຍເຂົ້າຮ່ວມ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ກ່າວວ່າ: ປີຜ່ານມາເຖິງວ່າສື່ມວນຊົນລາວ ໄດ້ປະສົບພົບພໍ້ກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍ ຈາກສະພາບການເຊື່ອມໂຍງໃນຂະບວນການປະຕິວັດອຸດສາຫະກຳ 4.0 ເຊິ່ງໄດ້ສົ່ງຜົນກະທົບທາງບວກ ແລະ ທາງລົບຕໍ່ການພັດທະນາຢູ່ປະເທດເຮົາກໍຕາມ ແຕ່ພາຍໃຕ້ການຊີ້ນຳ – ນຳພາຂອງພັກ ກໍຄືອົງຄະນະພັກກະຊວງພວກເຮົາໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າທຸ່ມເທທັງສະຕິປັນຍາ ແລະ ເຫື່ອແຮງຂອງຕົນໃນການໂຄສະນາເຜີຍແຜ່ຜົນສຳເລັດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປຸກລະດົມຈິດໃຈຮັກຊາດ ແລະ ຄວາມເປັນເຈົ້າຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ.

ສື່ມວນຊົນ ແລະ ການພິມຈຳໜ່າຍລາວໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທາງດ້ານປະລິມານ ແລະ ຄຸນນະພາບ ໂດຍມີພື້ນຖານໂຄງລ່າງທີ່ໄດ້ຮັບການພັດທະນາໄປສູ່ຄວາມທັນສະໄໝ ແລະ ຄ່ອຍຫັນຈາກລະບົບອານາລັອກໄປສູ່ລະບົບດິຈິຕອລໄດ້ໂດຍພື້ນຖານ. ພົ້ນເດັ່ນແມ່ນການນຳໃຊ້ເຄືອຂ່າຍອິນເຕີເນັດໃນການສະໜອງຂໍ້ມູນ – ຂ່າວສານ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ເປົ້າໝາຍ ເພື່ອຮັບໃຊ້ໃນການພັດທະນາເສດຖະກິດ – ສັງຄົມຢ່າງວ່ອງໄວຕາມທິດສີຂຽວ ແລະ ຍືນຍົງ ເປັນຕົ້ນແມ່ນການໂຄສະນາປີທ່ອງທ່ຽວລາວ 2018 ແລະ ປີທ່ອງທ່ຽວ ລາວ – ຈີນ 2019 ໄດ້ສ່ອງແສງເຜີຍແຜ່ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ໄດ້ເຜີຍແຜ່ແນວທາງນະໂຍບາຍຂອງພັກ – ລັດ ສູ່ສັງຄົມທາງພາຍໃນ ແລະ ຕ່າງປະເທດ, ໄດ້ຕອບໂຕ້ອະທິບາຍແກ້ໄຂຫາງສຽງສັງຄົມຕ່າງໆ. ນອກນັ້ນ, ບຸກຄະລາກອນສື່ມວນຊົນ ແລະ ພິມຈຳໜ່າຍກໍໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ຍັງກ່າວຕື່ມວ່າ: ສື່ມວນຊົນລາວ ແລະ ສິ່ງພິມຈຳໜ່າຍ ຈົ່ງເອົາໃຈໃສ່ສືບຕໍ່ ແລະ ແຂ່ງຂັນ ປະຕິບັດພາລະກິດຂອງຕົນໃຫ້ເປັນກະບອກສຽງໃນການເຜີຍແຜ່ໂຄສະນາ, ສືບຕໍ່ເປັນເວທີການສ່ອງແສງ, ເວທີສະແດງຄວາມເຫັນຂອງປະຊາຊົນ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ – ສັງຄົມ ເນື່ອງໃນໂອກາດວັນສື່ມວນຊົນ ຄົບຮອບ 69 ປີ ໃນປີ 2020 ກະຊວງ ຖວທ ຈະມີພິທີມອບໃບຍ້ອງຍໍ ແລະ ລາງວັນດີເດັ່ນໃຫ້ແກ່ນັກສື່ມວນຊົນ ແລະ ສິ່ງພິມຈຳໜ່າຍຕ່າງໆ.

ໂອກາດດັ່ງກ່າວ, ທ່ານ ບໍ່ແສງຄຳ ວົງດາລາ ໃຫ້ທິດຊີ້ນຳໃຫ້ສື່ມວນຊົນ ແລະ ພິມຈຳໜ່າຍ ໃຫ້ເອົາໃຈໃສ່ 7 ວຽກງານ ເຊັ່ນ: 1). ສືບຕໍ່ເອົາໃຈໃສ່ວຽກງານການເມືອງແນວຄິດໃຫ້ດີມີ ຄວາມຮັບຜິດຊອບການເມືອງສູງຕໍ່ໜ້າທີ່ວຽກງານ, ເຮັດໃຫ້ສື່ມວນຊົນ ແລະ ສິ່ງພິມໃຫ້ເປັນກະບອກສຽງ ແລະ ເວທີໂຄສະນາແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ – ສັງຄົມ, ເປັນເວທີສະແດງຄວາມຄິດເຫັນອັນຊອບທຳຂອງປະຊາຊົນ, ຢຶດໝັ້ນ ແລະ ປະຕິບັດກົດໝາຍສື່ມວນຊົນ ແລະ ກົດໝາຍພິມຈຳໜ່າຍຢ່າງຖືກຕ້ອງສອດຄ່ອງກັບຈັນຍາບັນ; 2). ເອົາໃຈໃສ່ຈັດຕັ້ງປະຕິບັດວິໄສທັດ 2030, ຍຸດທະສາດ ຮອດປີ 2025 ແລະ ແຜນພັດທະນາວຽກງານ ຖວທ ປີ 2016 – 2020 ໃຫ້ປາກົດຜົນເປັນຈິງ, ຫຼີກລຽງຂ່າວພິທີການໃຫ້ມີໜ້ອຍທີ່ສຸດ ພ້ອມມີບົດວິເຄາະ – ວິຈານ, ວຽກດີຄົນເດັ່ນສ່ອງແສງຊີວິດຈິງ ພ້ອມທັງຈັດຕັ້ງມອບໃບຍ້ອງຍໍ ເປັນລາງວັນໃຫ້ແກ່ຜູ້ດີເດັ່ນ; 3). ສືບຕໍ່ໂຄສະນາເຜີຍແຜ່ຂະບວນການຕ່າງໆຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ປີທ່ອງທ່ຽວ ລາວ – ຈີນ 2019, ການກະກຽມງານກີລາແຫ່ງຊາດທີ່ ແຂວງຊຽງຂວາງ, ສະເຫຼີມສະຫຼອງທົ່ງໄຫຫີນເປັນມໍລະດົກໂລກ ແລະ ວັນສຳຄັນຕ່າງໆ; 4). ສືບຕໍ່ປັບປຸງກົດໝາຍ ແລະ ສ້າງນິຕິກຳລຸ່ມກົດໝາຍໃຫ້ພຽງພໍ, ສອດຄ່ອງ ແລະ ຮັດກຸມ; 5). ສືບຕໍ່ປັບປຸງວຽກງານຄຸ້ມຄອງສື່ມວນຊົນ ແລະ ພິມຈຳໜ່າຍໃຫ້ເຂັ້ມແຂງ, ສ້າງເງື່ອນໄຂໃນການພັດທະນາຕາມທິດຄຸນນະພາບ, ປອດໄພ ແລະ ຍືນຍົງ; 6). ເອົາໃຈໃສ່ຄົ້ນຄວ້າ, ວິໄຈ ແລະ ຊອກຫາວິທີການໃໝ່ໃນການຊອກຫາແຫຼ່ງລາຍຮັບ ລວມທັງໃຊ້ຈ່າຍໃຫ້ສອດຄ່ອງຕາມລະບຽບກົດໝາຍ ເພື່ອຫັນໄປສູ່ກຸ້ມຕົນເອງ ແລະ 7). ເອົາໃຈໃສ່ກໍ່ສ້າງບຸກຄະລາກອນໜຸ່ມນ້ອຍສືບທອດ ທີ່ຮັບປະກັນທາງດ້ານທັດສະນະຫຼັກໝັ້ນ, ຄຸນທາດການເມືອງ ແລະ ວິຊາສະເພາະທີ່ເຂັ້ມແຂງ.

ນອກນັ້ນ, ພິທີຍັງໄດ້ຮ່ວມຊົມການສະແດງຮູບພາບຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ເພື່ອຫວນຄືນມູນເຊື້ອຂອງວັນສື່ມວນຊົນ ແລະ ພິມຈຳໜ່າຍ, ພ້ອມທັງເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການສື່ມວນຊົນ ແລະ ພິມຈຳໜ່າຍລາວໃຫ້ສູງຂຶ້ນເລື້ອຍໆ.