ອາທິດນີ້ຝົນຍັງສືບຕໍ່ຕົກ

99

ອຸຕຸຄາດ ອາທິດນີ້ຝົນຍັງສືບຕໍ່ຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້ ຂະນະທີ່ປະລິມານນ້ຳຝົນ ໃນວັນທີ 12 ສິງຫາຜ່ານມາ ຕົກໜັກສຸດຢູ່ຊຳເໜືອ ຢູ່ທີ່ 63,3 ມິນລີແມັດ ສ່ວນລະດັບນ້ຳຂອງ ແລະ ນ້ຳສາຂາ ມີການຂຶ້ນ – ລົງຕາມລະດັບນ້ຳຝົນ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 12 ຫາ 18 ສິງຫາ 2019 ວ່າ: ໃນໄລຍະວັນທີ 12 ຫາ 15 ສິງຫາຮ່ອງຄວາມກົດດັນຕໍ່າຍັງຈະພັດຜ່ານຢູ່ແຂວງພາກເໜືອ ຫາ ພາກກາງຂອງປະເທດລາວ. ພ້ອມດຽວກັນ, ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງຈະພັດປົກຄຸຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນ ກວ້າງໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້. ຈາກນັ້ນ, ວັນທີ 16 ຫາ 18 ສິງຫາ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຍັງສືບຕໍ່ຕົກໃນລະດັບຄ່ອຍເປັນບໍລິເວນ ກວ້າງ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ. ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 12 ຫາ 14 ສິງຫາ ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ. ຈາກນັ້ນ, ວັນທີ 15 ຫາ 18 ສິງຫາ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງຢູ່ຕື່ມອີກ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 30 – 32 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 12 ຫາ 14 ສິງຫາ ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກ  ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ໃນໄລຍະກາງອາທິດວັນທີ 15 ຫາ 17 ສິງຫາຝົນຍັງສືບຕໍ່ຕົກໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີຕື່ມອີກ. ຈາກນັ້ນ, ໃນວັນທີ 18 ສິງຫາ ຝົນຈະເບົາບາງລົງ ອຸນຫະພູມຕໍ່າສຸດ 22 – 24 ອົງສາ ແລະ ສູງສຸດ 32 – 34 ອົງສາ.

ພາກກາງ: ໃນໄລຍະວັນທີ 12 ຫາ 14 ສິງຫາ ຍັງຈະມີເຝື້ອຂະຫຍາຍຕົວຫຼາຍຂຶ້ນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ຈາກນັ້ນ, ວັນທີ 15 ຫາ 17 ສິງຫາຍັງຈະມີຝົນສືບຕໍ່ຕົກຢູ່ຕື່ມອີກ ແລະ ໃນວັນທີ 18 ສິງຫາ ສະພາບຝົນຈະເບົາບາງລົງ ອຸນຫະພູມຕ່ຳສຸດ 22 – 24 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໄລຍະວັນທີ 12 ຫາ 18 ສິງຫາ ມີເຝື້ອປົກຄຸມເປັນສ່ວນຫຼາຍ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 18 – 20 ອົງສາ ແລະ ສູງສຸດ 25 – 27 ອົງສາ.

ພາກໃຕ້: ໃນໄລຍະວັນທີ 12 ຫາ 14 ສິງຫາ ຍັງຈະມີເຝື້ອຂະຫຍາຍຕົວຫຼາຍຂຶ້ນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ໄລຍະກາງອາທິດວັນທີ 15 ຫາ 17 ສິງຫາ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນ, ວັນທີ 18 ສິງຫາ ສະພາບຝົນຈະເບົາບາງລົງ ອຸນຫະພູມຕ່ຳສຸດ 22 – 24 ອົງສາ ແລະ ສູງສຸດ 32 – 34 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 12 ຫາ 14 ສິງຫາ ມີເຝື້ອປົກຄຸມເປັນສ່ວນຫຼາຍ, ອາກາດເຢັນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ຈາກນັ້ນ, ວັນທີ 15 ຫາ 17 ສິງຫາ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມຫຼາຍຂຶ້ນ ແລະ ວັນທີ 18 ສິງຫາ ສະພາບຝົນຈະເບົາບາງລົງ ອຸນຫະພູມຕໍ່າສຸດ 12 – 14 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 12 ຫາ 14 ສິງຫາ ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງເປັນບໍລິເວນກວ້າງ. ຈາກນັ້ນ, ວັນທີ 15 ຫາ 17 ສິງຫາ ຈະມີຝົນຕົກຫຼາຍຂຶ້ນໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ. ຈາກນັ້ນ, ວັນທີ 18 ສິງຫາ ສະພາບຝົນຈະເບົາບາງລົງ ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ດ້ານການລາຍງານສະພາບອາກາດຕົວຈິງ ໃນເວລາ 7:00 ໂມງ ຂອງວັນທີ 13 ສິງຫາ 2019 ປະລິມານນ້ຳຝົນຕົກ 24 ຊົ່ວໂມງ ເຂດທີ່ມີຝົນຕົກຫຼາຍກວ່າໝູ່ແມ່ນຊຳເໜືອ ແທກປະລິມານນໍ້າຝົນຕົກ 24 ຊົ່ວໂມງໄດ້ 63,3 ມິນລີແມັດ; ຮອງລົງມາ ເມືອງນາກາຍ ແທກໄດ້ 32,8 ມິນລີແມັດ ແລະ ເຂດອື່ນໆ.

ໃນຂະນະທີ່ລະດັບນ້ຳຂອງ ແລະ ແມ່ນ້ຳສາຂາ ພ້ອມທັງລະດັບນ້ຳງື່ມຢູ່ໜ້າເຂື່ອນ ແລະ ຫຼັງເຂື່ອນ ມີການຂຶ້ນ – ລົງຕາມປະລິມານນ້ຳຝົນ ໂດຍສົມທຽບລະດັບນ້ຳລະຫວ່າງວັນທີ 4 ຫາ 13 ສິງຫາ ແລະ ພະຍາກອນລະດັບນໍ້າ ວັນທີ 15 ສິງຫາ 2019 ດັ່ງຕາຕະລາງລຸ່ມນີ້: